ໃນວັນທີ 3/12/2021 ພະນັກງານເ ກັ ບ ກູ້ ລ ະ ເ ບີ ດ ເມືອງປາກຊ່ອງ ແຂວງຈຳປາສັກ ໄດ້ລົງເກັບ ກູ້ ລ ະ ເ ບີ ດ ທີ່ບໍ່ທັນແຕກ ຢູ່ສວນກະເຟຂອງປະຊາຊົນ ແລະ ໃນຂະນະທີ່ກຳລັງເກັບກູ້ຕາມວຽກງານວິຊາສະເພາະ ລ ະ ເ ບີ ດ ໄດ້ແຕກ ເຮັດໃຫ້ ມີ ຜູ້ ເ ສ ຍ ຊີ ວິ ດ ທັນທີ 3 ຄົນ ແລະ ບາດ ເ ຈັ ບ 2 ຄົນ.

ຕາມການລາຍງານ ໃຫ້ຮູ້ວ່າ: ໃນເວລາປະມານ 9:30 ນາທີ ພະນັກງານເກັບ ກູ້ ລ ະ ເ ບີ ດ ເມືອງປາກຊ່ອງ ໄດ້ລົງພາກສະໜາມ ເພື່ອ ເ ກັ ບ ກູ້ ລ ະ ເ ບີ ດ ຢູ່ສວນກາເຟຂອງ ທ້າວ ຄຳເຜີຍ ປະຊາຊົນບ້ານຫຼັກ 38 ເມືອງປາກຊ່ອງ; ເວລານັ້ນໄດ້ກວດເຫັ ນ ລູ ກ ລ ະ ເ ບີ ດ ຢູ່ພື້ນດິນ ຈາກນັ້ນ ພະນັກງານເກັບກູ້ລະເບີດ ກໍໄດ້ເກັບກູ້ ລ ະ ເ ບີ ດ ຕາມຫຼັກການວິຊາສະເພາະ ໃນຂະນະນັ້ນ ລ ະ ເ ບີ ດ ກໍ່ໄດ້ ແ ຕ ກ ເຮັດໃຫ້ມີຜູ້ ເ ສ ຍ ຊີ ວິ ດ 3 ຄົນ ຄື: ທ້າວ ວົງໄຊ ອາຍຸ 50 ປີ ຢູ່ບ້ານວັດຫຼວງ, ທ້າວ ຄອນວິໄລ ອາຍຸ 35 ປີ ຢູ່ບ້ານວັດຫຼວງ , ທ້າວ ສິນນະກອນ ອາຍຸ 42 ປີ ຢູ່ບ້ານປາກຊ່ອງ ທັງ 3 ແມ່ນຢູ່ເມືອງປາກຊ່ອງ, ສ່ວນຜູ້ໄດ້ຮັບບາດເຈັບ 2 ຄົນ ມີ ທ້າວ ວັດທອງ ອາຍຸ 35 ປີ ບ້ານພູດິນແດງ ເມືອງປາກຊ່ອງ, ທ້າວພຸດທະໄຊ ອາຍຸ 32 ປີ ບ້ານປາກຊ່ອງ ເມືອງປາກຊ່ອງ ແຂວງຈຳປາສັກ.
