ແຂວງສະຫວັນອອກແຈ້ງການເລກທີ2564/ຈຂ.ສຂ ສືບຕ່ໍເພີ່ມທະວີປະຕິບັດມາດຕະການປ້ອງກັນ, ຄວບຄຸມແລະສະກັດກັ້ນການແຜ່ລະບາດຂອງເຊື້ອໂຄວິດ ຢູ່ແຂວງສະຫວັນນະເຂດອອກໄປອີກຈົນຮອດ ວັນທີ15 ທັນວາ 2021

1. ໃຫ້ທຸກພາກສວ່ນເອົາໃຈໃສ່ສືບຕ່ໍຜັນຂະຫຍາຍແລະຈັດຕັ້ງປະຕິບັດຄຳສັ່ງເລກທີ 15/ນຍ.
2. ຫ້າມເດີນທາງເຂົ້າ-ອອກ ເຂດທີ່ມີການລະບາດໃນຊຸມຊົນ.
3. ຫ້າມຈັດງານດອງ, ງານບຸນປະເພນີຢູ່ເຮືອນ, ກິດຈະກຳຕ່າງໆທາງສາສະໜາຢູ່ວັດ, ບ້ານ ແລະ ຕາມສຳນັກງານອົງການຕ່າງໆໃນທົ່ວແຂວງ.
4.ຫ້າມຜູ້ສຳພັດໃກ້ຊິດກັບຜູ້ຕິດເຊື້ອອອກຈາກເຮືອນຫຼັງເກັບຕົວຢ່າງ.
5. ຫ້າມບຸກຄົນ, ນິຕິບຸກຄົນ , ຮ້ານຄ້າຕ່າງໆຈຳໜ່າຍ ແລະ ນຳໃຊ້ອຸປະກອນກວດເຊື້ອໂຄວິດ ແບບໄວດວ້ຍຕົນເອງຢ່າງເດັດຂາດ.
6.ສືບຕ່ໍປິດຮ້ານກິນດຶ່ມ, ຮ້ານປີ້ງແກ້ມ, ຮ້ານຄາຣາໂອເກະ, ກິດຈະການບັນເທິງ, ຕັ້ງວົງຊຸມແຊວເຄື່ອງດຶ່ມທີ່ມີທາດເຫລົ້າທຸກຮູບແບບ ຢູ່ທຸກສະຖານທີ່.


