Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຂົ້າໄປຢູ່ສູນກັກໂຕເອົາໄພ້ເຂົ້າໄປຫຼິ້ນ ດື່ ມ ທ າ ດ ເ ຫຼົ້ າ ນໍາ

Posted on 26/11/202126/11/2021 By News

ໃນວັນທີ 22 ພະຈິກ 2021 ກໍາລັງກອງພັນປ້ອງກັນເຄື່ອນທີ່ ນະຄອນຫຼວງວຽງຈັນ ໄດ້ເຂົ້າຄຸມຕົວ ທ້າວ ສຸລິເດດ ອາຍຸ 31 ປີ ຢູ່ໂຮງໝໍພາກສະໜາມດົງໂດກ ທີ່ຜູ້ກ່ຽວໄດ້ເຂົ້າໄປປິ່ນປົວ ແລະ ໄດ້ສ້າງຄວາມບໍ່ສະຫງົບຢູ່ ເຊິ່ງຜູ້ກ່ຽວໄດ້ລະເມີດຂໍ້ ຫ້ າ ມຂອງໂຮງໝໍທີ່ໄດ້ກໍານົດໄວ້.

ພັທ ພອນທິບ ພັນທະວົງ ຫົວໜ້າກອງພັນປ້ອງກັນເຄື່ອນທີ່ນະຄອນຫຼວງວຽງຈັນໃຫ້ຮູ້ວ່າ ຜູ້ກ່ຽວໄດ້ເຂົ້າໄປປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 11 ພະຈິກ 2021 ພໍຮອດວັນທີ 21 ພະຈິກ ກໍໄດ້ສ້າງຄວາມບໍ່ສະຫງົບ ໂດຍການນໍາເອົາເຄື່ອງດື່ມທີ່ມີ ທ າ ດ ເ ຫຼົ້ າ ເຂົ້າໄປດື່ມຢູ່ໃນໂຮງໝໍ, ຫຼິ້ນການ ພ ະ ນັ ນ (ໄພ້) ນອກຈາກນີ້ ຍັງ ອ າ ລ ະວາດ ແລະ ພະຍາຍາມ ທໍ າ ຮ້ າ ຍ ຮ່ າ ງ ກາຍ ພະນັກງານ ທີ່ປະຈໍາຢູ່ໂຮງໝໍດັ່ງກ່າວ ປັດຈຸບັນ ໄດ້ນໍາຕົວຜູ້ກ່ຽວໄປໂຮງໝໍພາກສະໜາມຫຼັກ 27.

ກອງບັນຊາການ ປກສ ນວ ຂໍສະແດງຄວາມຊົມເຊີຍຕໍ່ກໍາລັງ ປ້ອງກັນເຄື່ອນທີ່ ນວ ໃນການລົງແກ້ໄຂເຫດການຄັ້ງນີ້ ເຖິງວ່າຈະມີຄວາມສ່ຽງໃນການຕິດເຊື້ອໂຄວິດກໍ່ຕາມ ນອກຈາກນີ້ ຂໍຮຽກຮ້ອງມາຍັງຜູ້ທີ່ກັກກັນຢູ່ບັນດາສູນຕ່າງໆ ແລະ ຜູ້ທີ່ກໍາລັງປິ່ນປົວຢູ່ໂຮງໝໍ ໃຫ້ເອົາໃຈໃສ່ປະຕິບັດມາດຕະການ ທີ່ສູນ ແລະ ໂຮງໝໍວາງອອກ ຢ່າງເຂັ້ມງວດ ເພື່ອພ້ອມກັນຢັບຢັ້ງ ແລະ ປ້ອງກັນບໍ່ໃຫ້ພະຍາດດັ່ງກ່າວແຜ່ລະບາດອອກເປັນວົງກວ້າງ.

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊຸມສຸດຍອດອາຊີ-ເອີຣົບຄັ້ງທີ 13 ໄດ້ຮັບຮອງເອົາ 3 ເອກະສານສໍາຄັນ
Next Post: ພາບການໄປໃຫ້ບໍລິການວັກຊິນຢູ່ເຂດຫ່າງໃກ

Related Posts

ໃຫ້ບູກຄະລາກອນ ແພດໝໍ ມາຢູ່ຟຣີ! ທີ່ຫ້ວຍຊາຍ ຂ່າວສານບ້ານເມືອງ
ຊົມເຊີຍ! ນະຄອນຫຼວງ ຮັບຮອງ ຂໍ້ຕົກ­ລົງວ່າດ້ວຍ ການຄວບຄຸມສຽງເນືອງນັນ ຂ່າວສານບ້ານເມືອງ
ຊາຍປິດຊີບຕົນເອງແຂວນຄໍຂ້າງປ່ອງຢ້ຽມ ເຂດບ້ານໂຊກໃຫຍ່ ຂ່າວສານບ້ານເມືອງ
ປະກາດເມືອງແກ່ນທ້າວ ເປັນເມືອງຢຸດຕິການຖ່າຍຊະຊາຍ ຂ່າວສານບ້ານເມືອງ
ວີໂກ້ປີ້ນຫງາຍທ້ອງ ທີ່ປາກຊ່ອງ ຂ່າວສານບ້ານເມືອງ
6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme