Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼວງພະບາງກຽມຄວາມພ້ອມ ເພື່ອຕ້ອນຮັບນັກທ່ອງທ່ຽວ

Posted on 23/11/202123/11/2021 By News

ວັນທີ 23 ພະຈິກ 2021 ພະນັກງານ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ( ຖວທ ແຂວງ ) ໄດ້ຮ່ວມກັນທາສີຂັ້ນໄດຂື້ນ ພະທາດພູສີ ເຊິ່ງຈະໄດ້ເປັນການຮອງຮັບນັກທ່ອງທ່ຽວທີ່ຈະເຂົ້າມາທ່ຽວຊົມ ຕາມສະຖານທີ່ແຫຼ່ງທ່ອງທ່ຽວຂອງແຂວງຫຼວງພະບາງ ໃຫ້ມີຄວາມຈົບງາມ ແລະສະອາດຕາ.

ການທາສີຂັ້ນໄດຄັ້ງນີ້ໂດຍການນໍາພາຂອງທ່ານ ວິໄລ ແກ້ວປະເສີດ ຄະນະພັກຮາກຖານ ຫົວໜ້າຂະແໜງຖະແຫຼງຂ່າວ ພະແນກ ຖວທ ແຂວງຫຼວງພະບາງ,ມີຄະນະນໍາຈາກຂະແໜງການ ທົ່ວພະແນກ. ເຊິ່ງໜ້າວຽກຂອງຂະບວນການຄັ້ງນີ້ແມ່ນອະນາໄມ ແລະ ທາສີ ຂັ້ນໄດຂື້ນ ແຫຼ່ງທ່ອງທ່ຽວບໍລິເວນຂອບຕີນ ແລະທາງຂຶ້ນພະທາດພູສີເບື້ອງຟາກນໍ້າຄານ ແລະຕາມສະຖານທີ່ ບູຊາ ພະພຸດທະເຈົ້າ ໃຫ້ມີຄວາມຈົບງາມ ໂດຍໃຊ້ແປງທາສີ,ລູກກິ້ງ,ອຸປະກອບທໍາຄວາມສະອາດ ແລະໃຊ້ສີຂາວ.

ສໍາລັບໃນເດືອນ ພະຈິກ 2021 ນີ້ ພະແນກ ຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວ ແຂວງຫຼວງພະບາງ ໄດ້ເຕົ້າໂຮມຄວາມສາມັກຄີ ພະນັກງານ-ລັດຖະກອນ ຈາກສາມອົງການຈັດຕັ້ງຄື: ຊາວໝຸ່ມ, ແມ່ຍິງ ແລະກໍາມະບານ ເພື່ອສ້າງຂະບວນການອອກແຮງງານອະນາໄມແຫຼ່ງທ່ອງທ່ຽວເຂດຕີນພູສີ ເປັນຕົ້ນແມ່ນອະນາໄມເດີ່ນ,ຫ້ອງນໍ້າ,ທາສີຂັ້ນໄດທາງຂຶ້ນຫາພະທາດຈອມສີ, ແນໃສ່ໃນການປົກປັກຮັກສາ ໄດ້ຄວາມສະອາດ,ຄວາມສວາຍງາມ ແລະ ເປັນລະບຽບຮຽບຮ້ອຍຢູ່ບໍລິເວນແຫຼ່ງທ່ອງທ່ຽວ ຄຽງຄູ່ກັບພະລາຊະວັງ ,ເຊິ່ງເປັນແຫຼ່ງທ່ອງທ່ຽວທາງປະຫວັດສາດ ແຫ່ງສໍາຄັນຂອງຊາວຫຼວງພະບາງ ໃຫ້ມີຄວາມຍືນຍົງຕະຫຼອດໄປ.

ນອກຈາກນີ້ແລ້ວຍັງຈະປຸກລະດົມໃຫ້ມີການອະນາໄມສະຖານທີ່ທ່ອງທ່ຽວທາງທໍາມະຊາດ ແຕ່ລະບ່ອນຕື່ມອີກ ເປັນຕົ້ນແມ່ນແຫຼ່ງທ່ອງທ່ຽວນໍ້າຕົກຕາດກວາງຊີ, ຖໍ້າຕິ່ງ,ນັ້ນກໍເພື່ອເປັນການກະກຽມຄວາມພ້ອມໃນການຕ້ອນຮັບແຂກນັກທ່ອງທ່ຽວທັງພາຍໃນແລະຕ່າງປະເທດ ກໍຄືການກຽມຄວາມພ້ອມເປີດປະເທດ ແລະການເປີດເສັ້ນທາງລົດໄຟລາວ-ຈີນ ທີ່ຈະເຖິງ ໃຫ້ບັນຍາກາດການທ່ອງທ່ຽວຢູ່ພາຍໃນແຂວງຫຼວງພະບາງກັບມາຄຶກຄື້ນອີກຄັ້ງໃໝ່.

ຂ່າວ: ເພັດສາຄອນ ສິມມະວົງ

ຂ່າວສານບ້ານເມືອງ

Post navigation

Previous Post: ມຊຈະຮັບເອົານັກສຶກສາຈຳນວນ 7.675 ຄົນ ເຂົ້າຮຽນໃນສົກຮຽນ 2021-2022
Next Post: ແຈ້ງການຜູ້ຕິດເຊື້ອຢູ່ຫລວງພະບາງ ຕ້ອງໄດ້ຮັບຜິດຊອບຄ່າອາຫານແລະທີ່ພັກເອງ

Related Posts

ຂໍລາຍງານຂ່າວ! ລາວພົບຜູ້ຕິດເຊື້ອໂຄວິດໃໝ່ +5ຄົນ ຂ່າວສານບ້ານເມືອງ
ສສຊ,ສສຂ ລົງພົບປະ, ເຜີຍແຜ່ຜົນສຳເລັດກອງປະຊຸມໃຫຍ່ສະໄໝສາມັນເທື່ອທີ 9 ທີ່ເມືອງອາດສະພອນ ຂ່າວສານບ້ານເມືອງ
ທີມລົດຖັງລາວຄວ້າອັນດັບ 2 ການແຂ່ງຂັນກິລາການທະຫານທີ່ຣັດເຊຍ ຂ່າວສານບ້ານເມືອງ
ກະຊວງໂຍທາແຈ້ງການ ກຳນົດລາຄາປີ້ລົດໂດຍສານ ສາຍເໜືອ-ສາຍໃຕ້ ຂ່າວສານບ້ານເມືອງ
ພາບການໄປໃຫ້ບໍລິການວັກຊິນຢູ່ເຂດຫ່າງໃກ ຂ່າວສານບ້ານເມືອງ
ສະພາບອາກາດມື້ນີ້ ມວນອາກາດເຢັນຍັງສືບຕໍ່ປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ ຂ່າວສານບ້ານເມືອງ

Copyright © 2023 All in LAOS.

Powered by PressBook Grid Blogs theme