Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີ2021 ລັດຖະບານມີນະໂຍບາຍສະເໜີອະໄພຍະ ໂ ທ ດ ໃຫ້ແກ່ ນັ ກ ໂທ ດ ຜູ້ທີ່ມີຜົນງານດີຈຳນວນ 2.017 ຄົນ

Posted on 22/11/202122/11/2021 By News

ໃນປີ 2021 ນີ້, ຜ່ານການກວດກາ ຄົ້ນຄວ້າຢ່າງລະອຽດຖີຖ້ວນ, ພາວະວິໃສຂອງເຈົ້າໜ້າທີ່ອົງການຕຸລາການ ແລະ ຍຸຕິທຳ ລັດຖະບານ ມີນະໂຍບາຍສະເໜີອະໄພຍະ ໂ ທ ດ ໃຫ້ ນັ ກ ໂ ທ ດ ຜູ້ທີ່ມີຜົນງານດີ ເພື່ອສະເໜີ ຕໍ່ປະທານປະເທດ ຕົກລົງໃຫ້ອະໄພຍະໂທດ ໃຫ້ນັກໂທດທັງໝົດ ຈຳນວນ 2.017 ຄົນ, ຍິງ 284 ຄົນ, ຄົນຕ່າງປະເທດ 27 ຄົນ, ຍິງ 5 ຄົນ. ໃນນີ້, ໃຫ້ອະໄພຍະ ໂ ທ ດ ດ້ວຍການຫລຸດຜ່ອນ ໂ ທ ດ ຈຳນວນ 2005 ຄົນ, ຍິງ 281 ຄົນ, ຕ່າງປະເທດ 27 ຄົນ, ຍິງ 5 ຄົນ; ອະໄພຍະ ໂ ທ ດ ປ່ອຍຕົວ ຈຳນວນ 12 ຄົນ, ຍິງ 3 ຄົນ, (ບໍ່ມີຄົນຕ່າງປະເທດ).

ໃນວັນທີ 22 ພະຈິກ 20201 ທີ່ອົງການໄອຍະການ ປະຊາຊົນສູງສຸດ ນະຄອນຫລວງວຽງຈັນ, ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ ກະຊວງປ້ອງກັນປະເທດ, ທັງເປັນປະທານຄະນະກຳມະການອະໄພຍະໂທດລະດັບຊາດ ໄດ້ຖະແຫລງຂ່າວໃຫ້ຮູ້ວ່າ: ໃນນາມປະທານກຳມະການອະໄພຍະໂທດລະດັບຊາດ, ໄດ້ຖະແຫລງ ແລະ ແຈ້ງການ ກ່ຽວກັບການກວດກາ-ຄົ້ນຄວ້າ ຂອງຄະນະກຳມະການອະໄພຍະໂທດຂັ້ນຕ່າງໆ ຕໍ່ວຽກງານອະໄພຍະ ໂ ທ ດ ປະຈຳປີ 2021 ມາຍັງບັນດາທ່ານ ແລະ ພໍ່ແມ່ພີ່ນ້ອງປະຊາຊົນບັນດາເຜົ່າ ຮູ້ວ່າ: ຄະນະກໍາມະການອະໄພຍະ ໂ ທ ດ ແຕ່ສູນກາງຮອດທ້ອງຖິ່ນ ແລະ ຜູ້ມີສ່ວນຮ່ວມທຸກໆທ່ານ ຂົງເຂດຕຸລາການ ແລະ ຍຸຕິທໍາ ໄດ້ຕັ້ງໜ້າເອົາໃຈໃສ່ປະຕິບັນໜ້າທີ່ຂອງຕົນ ດ້ວຍຄວາມຮັບຜິດຊອບສູງ, ເປັນຢ່າງດີ, ໂດຍປະຕິບັດແນວທາງນະໂຍບາຍຂອງພັກ ກໍ່ຄື ລັດຖະທຳມະນູນແຫ່ງສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ລັດຖະບັນຍັດຂອງປະທານປະເທດ ແຫ່ງ ສປປ ລາວ ສະບັບເລກທີ 001/ປປທ, ລົງວັນທີ 20 ມີນາ 2018 ວ່າດ້ວຍການໃຫ້ອະໄພຍະ ໂ ທ ດ , ແຕ່ລະປີລັດຖະບານ ກໍ່ໄດ້ມີນະໂຍບາຍສະເໜີ ອະໄພຍະໂທດໃຫ້ແກ່ນັກໂທດຜູ້ທີ່ມີຜົນງານດີ, ມີຄວາມກ້າວໜ້າໃນເວລາປະຕິບັດໂທດ ຖືກຕ້ອງຕາມແນວ ທາງນະໂຍບາຍມະນຸດສະທຳ. ມາຮອດປັດຈຸບັນປະທານປະເທດ ໄດ້ອອກລັດຖະດໍາລັດວ່າດ້ວຍການອະໄພຍະໂທດໃຫ້ແກ່ນັກໂທດ ສະບັບເລກທີ 219/ປປທ, ລົງວັນທີ 19 ພະຈິກ 2021 ເນື່ອງໃນໂອກາດ ວັນສະຖາປະນາສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 46 ປີ (ວັນ ຊາດທີ 2 ທັນວາ).

ທ່ານຮອງນາຍົກ ໃຫ້ຮູ້ຕື່ມວ່າ: ວຽກງານອະໄພຍະ ໂ ທ ດ ເປັນວຽກງານໜຶ່ງທີ່ສໍາຄັນ ທີ່ສະແດງໃຫ້ເຫັນແນວທາງນະໂຍບາຍ ແລະ ນະໂຍບາຍອັນຖືກຕ້ອງເປັນທຳ ຂອງພັກປະຊາຊົນປະຕິວັດລາວ ຕໍ່ພົນລະເມືອງ ທີ່ມີການກະທຳຜິດທາງກົດໝາຍ ເພື່ອສຶກສາອົບຮົມຜູ້ທີ່ຫລົງຜິດ ໃຫ້ກາຍເປັນພົນລະ ເມືອງດີຂອງຊາດ ເພື່ອໃຫ້ບຸກຄົນດັ່ງກ່າວ ມີໂອກາດມາຮ່ວມກັນສ້າງສາພັດທະນາປະເທດຊາດ ໃຫ້ມີຄວາມຈະເລີນກ້າວໜ້າຕໍ່ໄປ.

ຂ່າວ-ພາບ: ສົມຫວັງ

ຂ່າວສານບ້ານເມືອງ

Post navigation

Previous Post: ຂ່າວໂຄວິດຕິດເຊື້ອມຶ້ນີ້ 999ຄົນ
Next Post: ເກີດເຫດຄົນດູດ ຢ ຫຼາຍຈົນຫຼອນ ຈູ ດເຮືອນໄໝ້ໝົດ 2 ຫຼັງ

Related Posts

ສະໜາມບິນສາກົນບໍ່ແກ້ວ ຄາດວ່າຈະເປີດນໍາໃຊ້ຢ່າງເປັນທາງການໃນເດືອນມີນາ ປີນີ້ ຂ່າວສານບ້ານເມືອງ
ເຈົ້າໜ້າທີ່ເລັ່ງຈັບຕົວກຸ່ມໄວລຸ້ນອາລະວາດທີ່ວັງນໍ້າເຜິ້ງ ຂ່າວສານບ້ານເມືອງ
ເກັບຕົວຢ່າງມາກວດແລ້ວ! ບໍ່ພົບຜູ້ຕິດເຊື້ອໃໝ່ໂຄວິດ-19 ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອ +14ຄົນ ຂ່າວສານບ້ານເມືອງ
ກໍານົດ13-22ທັນວາເປັນມື້ຈັດງານກິລາແຫ່ງຊາດຄັ້ງທີ11ຫຼືຊຽງຂວາງເກມ ຂ່າວສານບ້ານເມືອງ
ຫາຍດີແລ້ວ! ໂຮງໝໍແຂວງສະຫວັນນະເຂດ ໄດ້ຮັບການປິ່ນປົວຜູ້ປ່ວຍໂຄວິດຫາຍດີ ແລະ ນຳສົ່ງກັບບ້ານ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme