ຕາມການລາຍງານ ຂອງສູນຂ່າວສານການແພດສຸຂະສຶກສາ ປະຈຳວັນທີ 19 ພະຈິກ 2021 ໃຫ້ຮູ້ວ່າລາວພົບຜູ້ຕິດເຊື້ອເພີ່ມໃໝ່ 1097ຄົນ

.

ລາຍລະອຽດ ຜູ້ ເ ສ ຍ ຊີ ວິ ດໃ ໝ່ 03 ຄົນ ມີດັ່ງນີ້:
ຜູ້ທີ 1: ເພດຊາຍ, ອາຍຸ 76 ປີ, ອາຊີບ: ພະນັກງານບຳນານ, ບ້ານສີຫອມ, ເມືອງຈັນທະບູລິ, ນະຄອນຫລວງ.
ພະຍາດປະຈໍາຕົວ: ມະເຮັງລຳໄສ້ ແລະ ຄວາມດັນເລືອດສູງ, ຜ່ານມາໄດ້ສັກວັກຊີນກັນໂຄວິດ ຄົບ ວັນທີ 12 ພະຈິກ 2021: ຄົນເຈັບມີອາການໄຂ້, ໄອ, ຫາຍໃຈຝືດ
ວັນທີ 14 ພະຈິກ 2021: ໄດ້ມາກວດ ຢູ່ໂຮງໝໍມິດຕະພາບ ພ້ອມທັງເກັບຕົວຢ່າງມາກວດຊອກຫາໂຄວິດ
ວັນທີ 15 ພະຈິກ 2021: ຜົນກວດພົບເຊື້ອ ແລະ ເຂົ້ານອນປິ່ນປົວຢູ່ໂຮງໝໍມິດຕະພາບ, ໄລຍະນອນປິ່ນປົວຢູ່ໂຮງໝໍດັ່ງກ່າວ ແຕ່ວັນທີ 15-18 ພະຈິກ 2021 ເປັນເວລາ 04 ວັນ, ຮອດເວລາ 18:18 ນາທີ ຂອງວັນທີ 18 ພະຈິກ 2021: ຄົນເຈັບໄດ້ ເ ສ ຍ ຊີ ວິ ດ
ຜູ້ທີ 2: ເພດຍິງ, ອາຍຸ 82ປີ, ອາຊີບ: ແມ່ເຮືອນ, ບ້ານພູເຂົາຄຳ, ເມືອງແກ້ວອຸດົມ, ແຂວງວຽງຈັນ, ພະຍາດປະຈໍາຕົວ: ຄວາມດັນເລືອດສູງ, ຜ່ານມາບໍ່ໄດ້ຮັບການສັກວັກຊີນກັນໂຄວິດ, ຜູ້ກ່ຽວຕິດເຊື້ອຈາກສະມາຊິກໃນຄອບຄົວ, ວັນທີ 9 ພະຈິກ 2021: ຜົນກວດຢັ້ງຢືນຕິດເຊື້ອ ແລະ ຖືກນຳສົ່ງຈາກໂຮງໝໍເມືອງແກ້ວອຸດົມ ເຂົ້າມາສູນປິ່ນປົວໂຄວິດໂພນໂຮງ ດ້ວຍອາການອິດເມື່ອຍ, ຫາຍໃຈຝືດ, ແໜ້ນໜ້າເອິກ, ໄຂ້ ແລະ ໄອ, ນັບແຕ່ວັນທີ 09-18 ພະຈິກ 2021: ໃນຕະຫລອດໄລຍະການປິ່ນປົວ ອາການຂອງຜູ້ກ່ຽວບໍ່ດີຂຶ້ນ, ວັນທີ 17 ພະຈິກ 2021: ຄົນເຈັບຫາຍໃຈຫອບ ແພດໝໍ, ພະຍາບານໄດ້ສຸມທຸກກຳລັງເຊີດຊູທັງຢາ ແລະ ອຸປະກອນເຕັມທີ່ ແຕ່ຄົນເຈັບບໍ່ມີອາການຕອບສະໜອງມາຮອດເວລາ 16:30 ໂມງ ຂອງວັນທີ 18 ພະຈິກ 2021 ຜູ້ກ່ຽວໄດ້ ເ ສ ຍ ຊີ ວິ ດ
ຜູ້ທີ 3: ເພດຊາຍ, ອາຍຸ 1 ເດືອນ 14 ມື້, ອາຊີບ: ເດັກ, ບ້ານຜາບ່ອງ, ເມືອງຫີນເຫີບ, ແຂວງວຽງຈັນ, ຕິດເຊື້ອຈາກສະມາຊິກໃນຄອບຄົວ, ວັນທີ 17 ພະຈິກ 2021: ເຂົ້າໄປກວດຢູ່ສຸກເສີນໂຮງຫມໍແຂວງວຽງຈັນ ຍ້ອນອາການໄຂ້, ຮາກ, ຖ່າຍເປັນນໍ້າດູດນົມໄດ້ເລັກນ້ອຍ ຈຶ່ງໄດ້ເກັບຕົວຢ່າງກວດ ຜົນເປັນບວກ ແລະ ຖືກສົ່ງໂຕມາສູນປິ່ນປົວໂຄວິດໂພນໂຮງ, ວັນທີ 18 ພະຈິກ 2021: ເດັກບໍ່ດູດນົມ, ຫາຍໃຈໄວ, ອາການທາງລະບົບຫາຍໃຈຊຸດໂຊມ, ແພດໄດ້ສຸມໃສ່ເຊີດຊູໃຫ້ຢາເຕັມທີ່ ແຕ່ຄົນເຈັບບໍ່ມີການຕອບສະໜອງ – ມາຮອດເວລາ 4:00 ໂມງ ຂອງວັນທີ 19 ພະຈິກ 2021: ຄົນເຈັບໄດ້ ເ ສ ຍ ຊີ ວິ ດ
ສຳລັບຜູ້ຕິດເຊື້ອໃໝ່, ທົ່ວປະເທດ ໄດ້ເກັບຕົວຢ່າງມາກວດຊອກຫາເຊື້ອ COVID-19 ທັງໝົດ 5,987 ຕົວຢ່າງ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ 1,097 ຄົນ (ຕິດເຊື້ອພາຍໃນ ມີ 1,082 ຄົນ ແລະ ຕິດເຊື້ອນໍາເຂົ້າ15 ຄົນ).
ຂໍ້ມູນໂດຍຫຍໍ້ກ່ຽວກັບການຕິດເຊື້ອພາຍໃນໃໝ່ ທັງໝົດ 1,082 ຄົນ ຈາກ 16 ແຂວງ ເຊິ່ງມີລາຍລະອຽດ ດັ່ງນີ້:
ນະຄອນຫຼວງ 460 ຄົນ ໃນ 167 ບ້ານ ແລະ 9 ເມືອງ
• ເມືອງຈັນທະບູລີ 47 ຄົນ ຈາກ 18 ບ້ານ
• ເມືອງສີໂຄດຕະບອງ 58 ຄົນ ຈາກ 28 ບ້ານ
• ເມືອງໄຊເສດຖາ 98 ຄົນ ຈາກ 38 ບ້ານ
• ເມືອງສີສັດຕະນາກ 67 ຄົນ ຈາກ 20 ບ້ານ
• ເມືອງນາຊາຍທອງ 24 ຄົນ ຈາກ 12 ບ້ານ
• ເມືອງໄຊທານີ 91 ຄົນ ຈາກ 31 ບ້ານ
• ເມືອງຫາດຊາຍຟອງ 49 ຄົນ ຈາກ 18 ບ້ານ
• ເມືອງສັງທອງ 5 ຄົນ ຈາກ 2 ບ້ານ ເຫຼືອນັ້ນ ກຳລັງສືບຕໍ່ເອົາຂໍ້ມູນ
• ຫຼວງພະບາງ ມີ 137 ຄົນ ໃນ 46 ບ້ານ ແລະ 10 ເມືອງ
• ແຂວງວຽງຈັນ ມີ 72 ຄົນ ໃນ 31 ບ້ານ ແລະ 9 ເມືອງ
• ຫຼວງນ້ຳທາ ມີ 12 ຄົນ ໃນ 9 ບ້ານ ແລະ 2 ເມືອງ
• ຜົ້ງສາລີ ມີ 78 ຄົນ ໃນ 20 ບ້ານ ແລະ 4 ເມືອງ
• ຈຳປາສັກ ມີ 59 ຄົນ ໃນ 33 ບ້ານ ແລະ 4 ເມືອງ
• ອຸດົມໄຊ ມີ 18 ຄົນ ໃນ 6 ບ້ານ ແລະ 3 ເມືອງ
• ຄຳມ່ວນ ມີ 13 ຄົນ ໃນ 6 ບ້ານ ແລະ 4 ເມືອງ
• ເຊກອງ ມີ 14 ຄົນ ໃນ 9 ບ້ານ ແລະ 2 ເມືອງ
• ບໍລິຄຳໄຊ ມີ 49 ຄົນ
• ສະຫວັນນະເຂດ ມີ 27 ຄົນ ໃນ 19 ບ້ານ ແລະ 3 ເມືອງ
• ບໍ່ແກ້ວ ມີ 65 ຄົນ ໃນ 19 ບ້ານ ແລະ 3 ເມືອງ
• ສາລະວັນ ມີ 19 ຄົນ ໃນ 5 ບ້ານ ແລະ 2 ເມືອງ
• ຫົວພັນ ມີ 5 ຄົນ
• ໄຊຍະບູລີ ມີ 52 ຄົນ ໃນ 15 ບ້ານ ແລະ 1 ເມືອງ
• ຊຽງຂວາງ ມີ 2 ຄົນ ໃນ 2 ບ້ານ ແລະ 2 ເມືອງ
ສ່ວນການຕິດເຊື້ອນໍາເຂົ້າ ຂອງຜູ້ທີ່ເດີນທາງເຂົ້າປະເທດມີຈໍານວນ 15 ຄົນ ຈາກ ນະຄອນຫຼວງ 1 ຄົນ, ໄຊຍະບູລີ 12 ຄົນ ແລະ ຈຳປາສັກ 2 ຄົນ ເຊິ່ງທັງໝົດໄດ້ຖືກເກັບຕົວຢ່າງ ແລະ ສົ່ງໄປຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນ. ເມື່ອຜົນກວດເປັນບວກ ພວກກ່ຽວໄດ້ຖືກນຳສົ່ງໄປສະຖານທີ່ປິ່ນປົວທີ່ກໍານົດໄວ້.
ມາຮອດວັນທີ 19 ພະຈິກ ຕົວເລກຜູ້ຕິດເຊື້ອສະສົມໂຄວິດ ຢູ່ ສປປ ລາວ 59,895 ຄົນ, ເ ສ ຍ ຊີ ວິ ດ ສະສົມ 119 ຄົນ (ໃໝ່ 03), ປິ່ນປົວຫາຍດີ ແລະ ກັບບ້ານໃນມື້ວານ ມີ 403 ຄົນ, ກໍາລັງປິ່ນປົວ 11,220 ຄົນ.