ພັທ ຄໍາປ່ຽນ ອຸດົມວິໄລ ຫົວໜ້າພະແນກຕໍາຫຼວດ ກອງບັນຊາການ ປກສ ເມືອງ ສີໂຄດຕະບອງ ໃຫ້ຮູ້ວ່າ: ພາຍຫຼັງໄດ້ຮັບແຈ້ງຈາກພົນລະເມືອງ ໃນວັນທີ 16 ພະຈິກ 2021, ເຈົ້າໜ້າທີ່ໜ່ວຍງານຕໍາຫຼວດຕ້ານ ແລະ ສະກັດກັ້ນ ຢ າ ເ ສ ບ ຕິ ດ ລົງສົມທົບ ກັບ ປກສ ກຸ່ມ ສີຖານເໜືອ, ອົງການປົກຄອງບ້ານໜອງສະໂນຄໍາ ເຂົ້າແກ້ໄຂຈຸດມົ້ ວສຸ ມ ຢ າ ເ ສ ບ ຕິ ດ ຢູ່ເຮືອນພັກຫຼັງໜຶ່ງ ເຂດບ້ານໜອງສະໂນຄໍາ ສາມາດກັກຕົວຜູ້ ຊື້ – ຂ າ ຍ ແລະ ເ ສ ບ ໄດ້ 6 ຄົນ ພ້ອ ມ ຂ ອ ງ ກ າ ງ ຢ 124 ເ ມັ ດ.

ຜ່ານການສອບສວນ ເບື້ອງຕົ້ນ ຮູ້ໄດ້ວ່າ: ໃນຈໍານວນ 6 ຄົນຊື່: ທ້າວ ເພັດສະຫວັນ ອາຍຸ 27 ປີ ຫວ່າງງານ ຢູ່ບ້ານໜອງສະໂນຄໍາ, ທ້າວໄຊຍະພອນ ອາຍຸ 22 ປີ ຫວ່າງງານ ຢູ່ບ້ານອາກາດ, ທ້າວເພັດມະນີ ອາຍຸ 37 ປີ ກໍາມະກອນ ຢູ່ບ້ານອູບໂມງ ທັງ 3 ຄົນແມ່ນຢູ່ເມືອງສີໂຄດຕະບອງ, ທ້າວຄໍາຫຼ້າ ອາຍຸ 37 ປີ ຫວ່າງານ ຢູ່ບ້ານນາຊາຍທອງໃຕ້ ເມືອງນາຊາຍທອງ, ນາງລັດດາ ຫວ່າງງານ ຢູ່ບ້ານນາຄວາຍ ເມືອງໄຊເສດຖາ ແລະ ທ້າວເພັດ ອາຍຸ 19 ປີ ຫວ່າງານ ຢູ່ບ້ານຊຽງເງິນ ເມືອງຊຽງເງິນ ແຂວງຫຼວງພະບາງ ປັດຈຸບັນ ພັກເຊົາຢູ່ບ້ານໜອງສະໂນຄໍາ ສ່ວນຢ ຈໍານວນ 124 ເ ມັ ດ ເປັນຂອງ ທ້າວ ເພັດສະຫວັນ.

ຜ່ານການ ສອບສວນ ເຫັນວ່າ: ທ້າວ ເພັດສະຫວັນ ເປັນຜູ້ຊື້-ຂາຍ ຢ ສ່ວນອີກ 5 ຄົນ ແມ່ນເປັນຜູ້ ເ ສ ບ ດັ່ງນັ້ນ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ໄດ້ນໍາຕົວ ພວກກ່ຽວທັງໝົດ ໄປກັກກັນ ເພື່ອກວດຫາເຊື້ອໂຄວິດພາຍຫຼັງຄົບກໍານົດເວລາແລ້ວ ຈິ່ງຈະໄດ້ນໍາຕົວຜູ້ຊື້-ຂາຍ ມາສືບສວນ-ສອບສວນ ເພື່ອຂະຫຍາຍຜົນຊອກຫາກຸ່ມແກ້ງທີ່ຮ່ວມຂະບວນການມາດໍາເນີນຄະດີ ຕາມລະບຽບກົດໝາຍ, ແລະ ຈໍານວນຜູ້ ເ ສ ບ ອີກ 5 ຄົນ ແມ່ນຈະໄດ້ສຶກສາອົບຮົມກ່າວເຕືອນໃຫ້ປ່ຽນແປງພຶດຕິກໍາ.