Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

3 ບ້ານເມືອງອາດສະພອນສ້າງຂະບວນການສ້ອມແປງເສັ້ນທາງຄືນໃໝ່

Posted on 15/11/202115/11/2021 By News

ເພື່ອເຮັດໃຫ້ການສັນຈອນ ໄປມາຫາສູ່ກັນລະຫວ່າງບ້ານ ຫາບ້ານ, ບ້ານຫາເມືອງມີຄວາມ ສະດວກສະບາຍຂຶ້ນກວ່າເກົ່າ ດັ່ງນັ້ນ, ມາໃນວັນທີ 9 ພະຈິກ ນີ້, ອຳນາດການປົກຄອງ ແລະ ພໍ່ແມ່ປະຊາຊົນໃນຫຼາຍບ້ານພາຍ ໃນເມືອງອາດສະພອນ ໄດ້ພ້ອມ ກັນສ້າງຂະບວນການສ້ອມແປງ ຖະໜົນຫົນທາງຢູ່ໃນຂອບເຂດ ບ້ານຂອງຕົນຄືນໃໝ່ພາຍຫຼັງ ທີ່ໄດ້ເປ້ເພເສຍຫາຍເປັນບວກ ເປັນ ຂຸມໃນຊ່ວງລະດູຝົນຜ່ານມາ.

ສຳລັບການສ້ອມແປງທາງໃນຄັ້ງນີ້ລວມມີ: ບ້ານໜອງເດີ່ນ ໄດ້ສ້ອມແປງທາງແຕ່ຫ້ວຍສັງ ຄຽງຫາສາຍຫ້ວຍບອນໃນໄລຍະ 2.000 ແມັດ, ໃຊ້ງົບປະມານ 2,5 ລ້ານກີບ, ບ້ານສອງຫ້ອງ ໄດ້ ເລີ່ມ ແຕ່ສົ້ນບານກຸດແຄນຫາບ້ານຕົນ ເອງ ໃນໄລຍະທາງ 4.000 ກວ່າ ແມັດ, ໃຊ້ງົບປະມານ 3 ລ້ານ ກີບ ແລະບ້ານກຸດແຄນ ໄດ້ສ້ອມ ແປງທາງແຕ່ເຂດຕໍ່ກັບບ້ານໜອງ ເດີ່ນໄປຮອດສົ້ນບ້ານທາງໄປ ບ້ານສອງຫ້ອງ ແລະຈາກຈຸດສີ່ ແຍກກາງບ້ານໄປສົ້ນບ້ານທາງ ໄປບ້ານໄຊໂພນສິມ ລວມໄລຍະ ທາງ 4.000 ກວ່າແມັດ, ໃຊ້ ງົບປະມານ 3,7 ລ້ານກີບ

ໂດຍ ນຳໃຊ້ລົດຝອດມາໄຖຮ່ອງນຳ້ ໄຫຼບາງຈຸດທີ່ນຳ້ອັ່ງຊ່ວງລະດູ ຝົນ, ດຸດກວາດດິນຂຶ້ນຖົມຂຸມໜ້າ ທາງບ່ອນເປັນບວກ, ຂຸມເລິກ, ສຳລັບພາຫະນະທີ່ນຳໃຊ້ແມ່ນເປັນການປະກອບສ່ວນຂອງ ບຸກຄົນພາຍໃນບ້ານຈຳນວນ 3 ຄັນ ໂດຍບັນດາຜູ້ປະກອບການ, ນັກທຸລະກິດ ແລະປະຊາຊົນແມ່ນ ໄດ້ຮ່ວມໃຈກັນປະກອບທຶນຮອນ ຊື້ນຳມັນ. ເຊິ່ງການສ້າງຂະບວນ ການໃນຄັ້ງນີ້ແມ່ນພາຍໃຕ້ການ ນຳພາ-ຊີ້ນຳຂອງທ່ານ ນາງອິນ ປອນ ພອນວິໄລ ປະທານສະຫະ ພັນແມ່ຍິງເມືອງ ຜູ້ຊີ້ນຳໜ່ວຍພັກ ບ້ານໜອງເດີ່ນ, ທ່ານ ນາງໂສດາ ຈັນວັນເພັງ ຫົວໜ້າຄະນະໂຄສະ ນາອົບຮົມເມືອງ ຜູ້ຊີ້ນຳໜ່ວຍພັກ ບ້ານສອງຫ້ອງ ແລະບ້ານກຸດ ແຄນ ພ້ອມດ້ວຍຫ້ອງການ ຍທຂ ເມືອງ ແລະອຳນາດການປົກຄອງ ບ້ານທັງສາມບ້ານ ດັ່ງກ່າວ.

ຂ່າວສານບ້ານເມືອງ

Post navigation

Previous Post: ເມືອງບົວລະພາຊ່ວຍຊ້າງປ່າຂື້ນຈາກໜອງນໍ້າໄດ້ສຳເລັດ ແລະ ປອດໄພເປັນຢ່າງດີ
Next Post: ພະຍາກອນອາກາດເຢັນປົກຫຸ້ມຢູ່ທົ່ວໄປໃນຕອນເຊົ້າ

Related Posts

ຍັງບໍ່ຕາຍ ບໍ່ກ່ຽວກັບໄວຣັດໂຄໂຣນາ ແຕ່ແມ່ນຊາຍມົງໂກລີເມົາເຫຼົ້າ ຂ່າວສານບ້ານເມືອງ
ປກສ ເມືອງນາຊາຍທອງ ມອບລົດຈັກທີ່ເກັບກູ້ຄືນ ມາໄດ້ໃຫ້ເຈົ້າຂອງເດີມ ຂ່າວສານບ້ານເມືອງ
ກຽມຮັບມືອາກາດໜາວ ພາກເໜືອດ້ານຕາເວັນອອກໜາວເຢັນລົງ 2 ຫາ 4 ອົງສາ ຂ່າວສານບ້ານເມືອງ
ຄະນະລັດຖະບານ ສຸມຄວາມພະຍາຍາມ ສູງສຸດ ເພື່ອ ປ້ອງກັນ COVID-19 ທຸກຄົນໃນສັງຄົມຕ້ອງໃຫ້ການຮ່ວມມື ຂ່າວສານບ້ານເມືອງ
ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ຂອງລັດຖະບານຈີນ ອີກຄັ້ງໜຶ່ງ ຂ່າວສານບ້ານເມືອງ
ຂໍຊົມເຊີຍ ຊາວໜຸ່ມອາສາທົ່ວເມືອງວຽງທອງປຸກເຮືອນຫຼັງໃໝ່ໃຫ້ບຸກຄົນ ອານາຖາ ຂາດທີຢູ່ອາໄສ ຂ່າວສານບ້ານເມືອງ

Copyright © 2022 All in LAOS.

Powered by PressBook Grid Blogs theme