ການດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນວາລະການພິຈາລະນາພາກວຽກງານຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ໄດ້ດໍາເນີນໃນຕອນບ່າຍວັນທີ 6 ແລະ ຕອນເຊົ້າ ວັນທີ 8 ພະຈິກ 2021.
ທ່ານ ຈະເລີນ ເຍຍປາວເຮີ, ຮອງປະທານສະພາແຫ່ງຊາດ, ປະທານກຳມາທິການກົດໝາຍ ສະພາແຫ່ງຊາດ ໄດ້ຖະແຫລງຂ່າວຕໍ່ສື່ມວນຊົນໃນຕອນບ່າຍວັນທີ 9 ພະຈິກ 2021 ວ່າ: ຜ່ານການດໍາເນີນກອງປະຊຸມ ສະມາຊິກສະພາແຫ່ງຊາດໄດ້ຮັບຟັງ ແລະ ພິຈາລະນາເນື້ອໃນສຳຄັນຕ່າງໆ ຄື:
ບົດລາຍງານ ຂອງສານປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຊຶ່ງສະເໜີໂດຍ ທ່ານ ປອ ນາງ ວຽງທອນ ສີພັນດອນ, ປະທານສານປະຊາຊົນສູງສຸດ
ບົດລາຍງານ ຂອງອົງການໄອຍະການປະຊາຊົນສູງສຸດ ກ່ຽວກັບການຈັດຕັ້ງປະຕິບັດແຜນ ການເຄື່ອນໄຫວວຽກງານ ປະຈໍາປີ 2021 ແລະ ແຜນການປະຈໍາປີ 2022 ຊຶ່ງສະເໜີໂດຍທ່ານ ໄຊຊະ ນະ ໂຄດພູທອນ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ
ບົດປະກອບຄວາມເຫັນຂອງຄະນະປະຈຳສະພາແຫ່ງຊາດ ຕໍ່ສອງບົດບົດລາຍງານດັ່ງກ່າວ ຊຶ່ງສະເໜີໂດຍທ່ານ ຄຳແພງ ວິລະພັນ ກຳມະການຄະນະປະຈຳສະພາແຫ່ງຊາດ, ປະທານກຳມາທິການຍຸຕິທຳ
ພາຍຫຼັງການລາຍງານ ແລະ ການປະກອບຄວາມເຫັນດັ່ງກ່າວແລ້ວ, ອີງຕາມການເຈາະຈີ້ມ ແລະ ຊີ້ນຳຂອງປະທານກອງປະຊຸມ, ບັນດາທ່ານສະມາຊິກສະພາແຫ່ງຊາດໃນເຂດເລືອກຕັ້ງຕ່າງໆ ຈຳ ນວນ 12 ທ່ານ ໄດ້ພັດປ່ຽນກັນປະກອບຄຳເຫັນຕໍ່ການຈັດຕັ້ງ ແລະ ການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ປະຈຳປີ 2021 ແລະ ແຜນວຽກງານ ປະຈຳປີ 2022 ຂອງສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ ດ້ວຍຄວາມຮັບຜິດຊອບສູງ
ໃນຕອນເຊົ້າວັນຈັນ, ວັນທີ 8 ພະຈິກ, ກອງປະຊຸມຍັງໄດ້ຮັບຟັງການຊີ້ແຈງ ແລະ ຕອບຄຳຊັກຖາມກັບທີ່ ຂອງປະທານສານປະຊາຊົນສູງສຸດ, ຫົວໜ້າອົງການໄອຍະການປະຊາຊົນສູງສຸດ, ລັດຖະມົນ ຕີກະຊວງຍຸຕິທຳ ແລະ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ກ່ຽວກັບການປະຕິບັດພາລະບົດ ບາດຂອງຕົນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທຳມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນຄວາມຮັບຜິດຊອບໃນການດຳເນີນຄະດີຕາມຂະບວນຍຸຕິທຳ ປະຈຳປີ 2021 ແລະ ທິດທາງວຽກງານໃນປີ 2022
ພາຍຫຼັງກອງປະຊຸມໄດ້ຮັບຟັງການຊີ້ແຈງ ແລະ ຕອບຄຳຊັກຖາມແລ້ວ, ກອງປະຊຸມຍັງໄດ້ຮັບຟັງການຜ່ານຮ່າງມະຕິຮັບຮອງບົດລາຍງານການເຄື່ອນໄຫວວຽກງານຂອງສານປະຊາຊົນສູງສຸດ ແລະ ບົດລາຍງານຂອງອົງການໄອຍະການປະຊາຊົນສູງສຸດ ປະຈຳປີ 2021 ແລະ ປີ 2022 ທີ່ສະເໜີໂດຍທ່ານ ນາງ ປີ່ງຄຳ ລາຊະສິມມາ ເລຂາທິການສະພາແຫ່ງຊາດ, ມະຕິ 2 ສະບັບດັ່ງກ່າວ ຈະໄດ້ຮັບການພິຈາລະ ນາ ແລະ ລົງຄະແນນສຽງຮັບຮອງເອົາໃນທ້າຍຂອງກອງປະຊຸມຄັ້ງນີ້
ໃນຕອນບ່າຍວັນຈັນ, ວັນທີ 8 ພະຈິກ 2021 ນີ້, ກອງປະຊຸມຍັງໄດ້ພິຈາລະນາຮັບຮອງເອົາການແຕ່ງຕັ້ງສະມາຊິກສະພາຜູ້ພິພາກສາ ຂອງສານປະຊາຊົນສູງສຸດ ຈຳນວນ 11 ທ່ານຊຶ່ງເປັນອົງການນຳສູງສຸດຂອງສານປະຊາຊົນ ແນໃສ່ປັບປຸງການຈັດຕັ້ງ ແລະ ການເຄື່ອນໄຫວ ຂອງສານປະຊາຊົນສູງສຸດ ໃຫ້ເປັນລະບົບຄົບຊຸດ, ມີຄວາມເຂັ້ມແຂງ, ໜັກແໜ້ນ.
ທ່ານ ຈະເລີນ ເຢຍປາວເຮີ ໃຫ້ຮູ້ຕື່ມວ່າ: ກອງປະຊຸມໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ສານປະຊາຊົນ ແລະ ອົງການໄອຍະການປະຊາຊົນ, ຂະແໜງປ້ອງກັນຄວາມສະຫງົບ ແລະ ຂະແໜງຍຸຕິທຳ ທີ່ໄດ້ຕັ້ງໜ້າປະຕິບັດພາລະບົດບາດຂອງຕົນຕາມລັດຖະທຳມະນູນ ແລະ ກົດໝາຍ ໄດ້ເປັນຢ່າງດີ, ພ້ອມກັນນີ້, ໄດ້ຕີລາຄາ, ວິເຄາະ, ວິໄຈດ້ານອ່ອນຄົງຄ້າງ, ສາເຫດທີ່ໃຫ້ມີດ້ານດີ, ດ້ານອ່ອນ ແລະ ວິທີແກ້ໄຂດ້ານອ່ອນ, ໂດຍສະເພາະແມ່ນດ້ານຄຸນທາດການເມືອງ, ຄຸນສົມບັດສິນທຳປະຕິ ວັດ ຂອງຖັນແຖວບຸກຄະລາກອນ ທີ່ກ່ຽວຂ້ອງກັບການດຳເນີນຄະດີຕາມຂະບວນຍຸຕິທຳ ເຊັ່ນ: ຜູ້ພິພາກສາຂອງສານປະຊາຊົນ, ພະນັກງານໄອຍະການປະຊາຊົນ, ເຈົ້າໜ້າທີ່ສືບສວນ-ສອບສວນ ແລະ ພະນັກງານປະຕິບັດຄຳຕັດສິນຂອງສານຈຳນວນໜຶ່ງ ຍັງບໍ່ທັນໜັກແໜ້ນ, ໂປ່ງໃສ, ຄວາມຮູ້ຄວາມສາມາດ ດ້ານວິຊາສະເພາະຍັງຖືກຈຳກັດ ແລະ ອື່ນໆ.
ດັ່ງນັ້ນ, ກອງປະຊຸມຈຶ່ງໄດ້ຊີ້ນຳໃຫ້ສານປະຊາຊົນສູງສຸດ ແລະ ອົງການໄອຍະການປະຊາຊົນສູງສຸດ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ເອົາໃຈໃສ່ຈັດຕັ້ງປະຕິບັດພາລະບົດບາດຂອງຕົນ ໃນປີ 2022 ໃຫ້ດີຂຶ້ນຕື່ມ:
ຕໍ່ກັບສານປະຊາຊົນສູງສຸດ
1) ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເພີ່ມທະວີການຊີ້ນຳສານປະຊາຊົນແຕ່ລະຂັ້ນ ໃຫ້ເປັນເຈົ້າການປະຕິບັດສິດອຳນາດຂອງຕົນ ໃນການຕັດສິນຄະດີ ຂັ້ນຕົ້ນ, ຂັ້ນອຸທອນ ແລະ ຂັ້ນລົບລ້າງ ໃຫ້ຮັບປະກັນຄຸນນະພາບ ແລະ ປະສິດທິຜົນ ຕາມກົດໝາຍກໍານົດຢ່າງເຂັ້ມງວດ ແລະ ແທດກັບຕົວຈິງ
2) ກອງປະຊຸມສະເໜີໃຫ້ຄະນະນຳສານປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄຸນນະພາບຂອງຜູ້ພິ ພາກສາ ໃນນີ້ໃຫ້ສຸມໃສ່ ຍົກສູງຄຸນທາດການເມືອງ, ຈັນຍາບັນ-ຈັນຍາທໍາ, ຄວາມຮູ້, ຄວາມສາມາດ ແລະ ມືອາຊີບ ຂອງຜູ້ພິພາກສາ ແນໃສ່ເຮັດໃຫ້ການຄົ້ນຄວ້າ, ວິເຄາະ, ວິໄຈ ເນື້ອຄະດີ ແລະ ຕັດສິນຄະດີ ຮັບປະກັນຄວາມສອດຄ່ອງ, ໂປ່ງໃສ, ຖືກຕ້ອງ ແລະ ຍຸຕິທໍາ ຕາມລັດຖະທໍາມະນູນ,ກົດໝາຍ ກໍານົດ ແລະ ເຫດການຕົວຈິງ. ພ້ອມກັນນີ້, ໃຫ້ເດັດ ດ່ຽວແກ້ໄຂບັນດາປາກົດການຫຍໍ້ທໍ້ທີ່ເກີດຂຶ້ນພາຍໃນໝູ່ຜູ້ພິພາກສາ, ລົງວິໄນຕໍ່ຜູ້ມີການປະ ພຶດລະເມີດກົດໝາຍ ແລະ ຮັບສິນບົນ
3) ສະເໜີໃຫ້ສານປະຊາຊົນສູງສຸດເອົາໃຈໃສ່ປະສານສົມທົບກັບອົງການສືບສວນ-ສອບສວນ, ອົງການໄອຍະການປະຊາຊົນ ແລະ ອົງການອື່ນໆທີ່ກ່ຽວຂ້ອງ ເພື່ອເຮັດໃຫ້ການພິຈາລະນາຄະດີຂອງສານ ມີຄວາມຖືກຕ້ອງ, ພາວະວິໄສ, ທ່ຽງທໍາ, ຍຸຕິທໍາ, ໂປ່ງໃສ ແລະ ຮັບປະກັນໃຫ້ການຕັດສິນຄະດີຂອງສານ ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ.
ຕໍ່ກັບອົງການໄອຍະການປະຊາຊົນສູງສຸດ
1) ກອງປະຊຸມສະເໜີໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ຍົກສູງຄວາມເປັນເຈົ້າການ ຂອງອົງການໄອຍະການປະຊາຊົນ ໃນການປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນໃຫ້ເຕັມສ່ວນ,ຖືກຕ້ອງຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ເປັນຕົ້ນແມ່ນ: ຍົກສູງຄຸນນະພາບໃນການຕິດຕາມກວດກາການເຄົາລົບ ແລະ ປະຕິບັດກົດໝາຍຂອງອົງການລັດ, ອົງການຈັດຕັ້ງສັງຄົມ, ວິສາຫະກິດ ແລະ ພົນລະເມືອງ; ຍົກສູງຄຸນນະພາບໃນການສັ່ງຟ້ອງຄະດີຂຶ້ນສານ ແລະ ການຕິດຕາມກວດກາ ການດຳເນີນຄະດີຂອງສານແຕ່ລະຂັ້ນ ແລະ ຄຸນນະພາບໃນການຕິດຕາມກວດກາການປະຕິບັດຄຳຕັດສິນຂອງສານ ເຮັດໃຫ້ການຈັດຕັ້ງປະຕິບັດຄຳຕັດສິນຂອງສານສິ້ນສຸດຕາມຂະບວນຍຸຕິທຳ
2) ສະເໜີໃຫ້ຄະນະນຳອົງການໄອຍະການປະຊາຊົນສູງສຸດ ເອົາໃຈໃສ່ບໍາລຸງສ້າງຖັນແຖວພະນັກງານ ໄອຍະການ ທາງດ້ານປະລິມານ ແລະ ຄຸນນະພາບ ຕາມເງື່ອນໄຂ ແລະ ຄວາມຕ້ອງການ ຂອງໜ້າທີ່ການເມືອງ ໂດຍສະເພາະແມ່ນ ສ້າງໃຫ້ໄດ້ພະນັກງານຜູ້ທີ່ມີຫຼັກໝັ້ນທັດສະນະການເມືອງໜັກແໜ້ນ, ມີຄວາມຮູ້, ຄວາມສາມາດທີ່ເປັນມືອາຊີບ ເພື່ອຄົ້ນຄວ້າ, ວິເຄາະ, ວິໄຈ ຂໍ້ມູນຫຼັກຖານ ໃຫ້ຮອບດ້ານ, ຄົບຖ້ວນ ແລະ ພາວະວິໄສ ໃນການສັ່ງຟ້ອງຜູ້ຖືກຫາຂຶ້ນສານ ແລະ ຖະແຫຼງຢູ່ທີ່ປະຊຸມສານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ເຫດການຕົວຈິງ
3) ກອງປະຊຸມສະເໜີໃຫ້ອົງການໄອຍະການປະຊາຊົນເອົາໃຈໃສ່ປະສານສົມທົບຢ່າງກົມກຽວ ແລະ ມີຄວາມເປັນເອກະພາບສູງ ກັບສານປະຊາຊົນ, ອົງການສືບສວນ-ສອບສວນ ແລະ ອົງການປະຕິບັດຄໍາຕັດສິນ ໃນການດໍາເນີນຄະດີ ຕາມຂະບວນຍຸຕິທໍາ ຮັບປະກັນ ໃຫ້ແຕ່ລະອົງການ ການຈັດຕັ້ງປະຕິບັດພາລະບົດບາດ, ສິດ ແລະ ໜ້າທີ່ຂອງຕົນຢ່າງຖືກຕ້ອງ ແລະ ຄົບຖ້ວນ ຕາມທີ່ໄດ້ກຳນົດໄວ້ໃນລັດຖະທໍາມະນູນ ແລະ ກົດໝາຍ ຢ່າງເຂັ້ມງວດ.
ຕໍ່ກະຊວງປ້ອງກັນຄວາມສະຫງົບ
ກອງປະຊຸມສະເໜີໃຫ້ຄະນະນຳກະຊວງເອົາໃຈໃສ່ສຶກສາອົບຮົມ ຍົກລະດັບຂອງເຈົ້າໜ້າທີ່ສືບສວນ-ສອບສວນ ເປັນຕົ້ນທາງດ້ານການເມືອງ-ແນວຄິດ ແລະ ວິຊາສະເພາະ ເຮັດໃຫ້ເຈົ້າໜ້າທີ່ສືບສວນ-ສອບສວນ ມີຄຸນທາດການເມືອງ, ຄຸນສົມບັດສິນທໍາປະຕິວັດໜັກແໜ້ນ, ມີນ້ຳໃຈຮັບໃຊ້ຊາດ, ຮັບໃຊ້ປະຊາຊົນຢ່າງບໍລິສຸດໃຈ ພ້ອມທັງເອົາໃຈໃສ່ຕິດຕາມກວດກາຊີ້ນຳການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ສືບ ສວນ-ສອບສວນ ໃຫ້ຖືກຕ້ອງ ຕາມພາລະບົດບາດ, ສິດ ແລະ ໜ້າທີ່ ຂອງຕົນ ຕາມກົດໝາຍ ແລະ ລະບຽບການ; ເອົາໃຈໃສ່ປະສານສົມທົບ ກັບອົງການໄອຍະການປະຊາຊົນແຕ່ລະຂັ້ນ ໃຫ້ມີຄວາມໂລ່ງລ່ຽນ ຮັບປະກັນຄຸນນະພາບໃນການດຳເນີນຄະດີຕາມຂະບວນຍຸຕິທຳ
ຕໍ່ກະຊວງຍຸຕິທຳ
ກອງປະຊຸມສະເໜີໃຫ້ຄະນະນຳກະຊວງຍຸຕິທຳ ເອົາໃຈໃສ່ຊີ້ນຳການປັບປຸງອົງການຈັດຕັ້ງປະຕິບັດຄໍາຕັດສິນຂອງສານ ໃຫ້ມີຄວາມໂປ່ງໃສ, ໜັກແໜ້ນ, ເຂັ້ມແຂງ ສາມາດຈັດຕັ້ງປະຕິບັດຄຳຕັດສິນທີ່ໃຊ້ໄດ້ຢ່າງເດັດຂາດຂອງສານໃຫ້ວ່ອງໄວ ແລະ ສີ້ນສຸດຕາມຂັ້ນຕອນຂອງກົດໝາຍ; ສືບຕໍ່ຄົ້ນຄວ້າສ້າງ,ປັບປຸງກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍ ກ່ຽວກັບການຈັດຕັ້ງປະຕິບັດຄຳຕັດສິນຂອງສານ, ການໃຊ້ແທນຄ່າເສຍຫາຍ, ການປັບໃໝ ແລະ ອື່ນໆ ເພື່ອເປັນບ່ອນອີງໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານໃຫ້ສຳເລັດຕາມກົດໝາຍ. ພ້ອມກັນນີ້, ໃຫ້ເອົາໃຈໃສ່ປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ແກ່ອົງການທະນາຍຄວາມ ແນໃສ່ຮັບປະກັນການປົກປ້ອງສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄູ່ຄະດີ.
ກອງປະຊຸມສະເໜີໃຫ້ອົງການສານປະຊາຊົນ, ອົງການໄອຍະການປະຊາຊົນ, ກະຊວງປ້ອງກັນຄວາມສະຫງົບ ແລະ ກະຊວງຍຸຕິທຳ ຈົ່ງຕັ້ງໜ້າຜັນຂະຫຍາຍຜົນກອງປະຊຸມຮ່ວມລະຫວ່າງ 4 ພາກສ່ວນ ໃຫ້ລົງເຖິງຂັ້ນທ້ອງຖິ່ນ (ຂັ້ນແຂວງ ແລະ ຂັ້ນເມືອງ) ໃຫ້ເປັນຮູບປະທຳເປັນຈິງ ແລະ ມີກົນໄກທີ່ສອດຄ່ອງ ເພື່ອຕິດຕາມ, ຊຸກຍູ້ການຈັດຕັ້ງປະຕິບັດ.