ເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ລົງຕັ້ງດ່ານກວດກາຢູ່ເຂດຫ້ວຍກວນ 2 ລະຫວ່າງບ້ານຫາດດອນຄູນ ຫາບ້ານທົ່ງພັນຄໍາ ເມືອງບໍລິຄັນ ໄດ້ລັດກວດກາຜູ້ຂັບຂີ່ລົດຈັກຜູ້ຊາຍຄົນໜຶ່ງ ພົບເຫັນ ຢ 6.000 ກວ່າ ເ ມັ ດ ແລະ ຢ ຝິ່ ນ 3 ກ້ອນ ຊຸກເຊື່ອງຢູ່ກະເປົ໋າເປ້, ຈິ່ງກັກຕົວໄວ້ຊື່ ທ້າວ ຊົງວາຢາງ ອາຍຸ 48 ປີ, ບ້ານຫ້ວຍແກ້ວ ເມືອງຫີນເຫີບ ແຂວງວຽງຈັນ.

ຜູ້ກ່ຽວສາລະພາບວ່າ ໃນວັນທີ 29 ຕຸລາ 2021 ເວລາປະມານ 22:00 ໂມງ ມີພີນ້ອງ ຢູ່ບ້ານຜາເມືອງ ເມືອງບໍລິຄັນ ໄດ້ໂທລະສັບມາ ໃຫ້ເອົາ ຢ ແລະ ຝິ່ ນ ໄປຂາຍ ຖ້າຂາຍໝົດແລ້ວຈຶ່ງເອົາເງິນມາໃຫ້ຕມຫຼັງ.
ມາຮອດວັນທີ 30 ຕຸລາ 2021, ກໍໄດ້ອອກມາເອົາ ຢ ແລະ ຝິ່ ນ ເຊິ່ງນັດກັນຢູ່ຕະຫຼາດເມືອງບໍລິຄັນ ຫລັງຈາກໄດ້ຮັບເອົາ ຢ າ ເ ສ ບ ຕິ ດ ກໍໄດ້ແຍກຍ້າຍກັນກັບບ້ານ ສ່ວນຜູ້ກ່ຽວໄດ້ຂີ່ລົດ ຈັກມາຮອດເຂດຫ້ວຍກວນ 2 ຈຶ່ງຖືກເຈົ້າໜ້າທີ່ ປກສ ເມືອງບໍລິຄັນ ກັກຕົວ.