Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ມາອີກແລ້ວພາຍຸດີເປຼ່ຊັນລະວັງໄພເດີພີ່ນ້ອງ

Posted on 25/10/202125/10/2021 By All in LAOS No Comments on ມາອີກແລ້ວພາຍຸດີເປຼ່ຊັນລະວັງໄພເດີພີ່ນ້ອງ

ກົມອຸຕຸນິຍົມ ແລະອຸທົກກະສາດ ອອກແຈ້ງເຕືອນ ພາຍຸດີເປຼ່ຊັນ ສະບັບທີ 1, ເຊິ່ງສະສົ່ງຜົນກະທົບຕໍ່ປະເທດລາວ ແຕ່ວັນທີ 26 ຫາ 29 ຕຸລາ 2021

ພະຍາກອນອາກາດ ປະຈໍາວັນທີ 25 ຕຸລາ 2021: ມວນອາກາດເຢັນທີ່ປະເທດຈີນ ຍັງຈະປົກຄຸມຢູ່ທົ່ວທຸກພາກຂອງ ປະເທດລາວ ດ້ວຍກໍາລັງອ່ອນ, ສົມທົບກັບກະແສລົມຕາເວັນອອກ-ຕາ ເວັນອອກສ່ຽງເໜືອພັດປົກຄຸມ, ຊຶ່ງຍັງຈະເຮັດໃຫ້ອາກາດເຢັນ ຫາ ໜາວ ເຢັນຢູ່ທົ່ວໄປໃນຕອນເຊົ້າ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະ ດັບຄ່ອຍຢູ່ໃນແຕ່ລະພາກ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງ ຖິ່ນແຂວງພາກໃຕ້ຕື່ມອີກ.

ພະຍາກອນອາກາດແຕ່ເວລາ 7:00 ໂມງເຊົ້າຂອງວັນທີ 25 ຕຸລາ 2021 ຫາ ເວລາ 7:00 ໂມງເຊົ້າຂອງວັນທີ 26 ຕຸລາ 2021 ມີດັ່ງນີ້.

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ອາກາດເຢັນ ຫາ ໜາວເຢັນ ແລະ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 20% ຂອງພາກ, ອຸນຫະພູມໃນລະຫວ່າງ 14-20 ອົງສາ.

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ອາກາດເຢັນ, ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 18-30 ອົງສາ.

ນະຄອນຫລວງວຽງຈັນ: ອາກາດເຢັນໃນຕອນເຊົ້າ, ຈະມີຝົນຕົກໃນ ລະດັບຄ່ອຍເປັນບາງໂອກາດ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 10%, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດເຢັນ, ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີ ລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 16-31 ອົງສາ.

ແຂວງໄຊສົມບູນ: ອາກາດໜາວເຢັນ ຈະມີຝົນຕົກໃນລະດັບຄ່ອຍ ພ້ອມ ມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 14-25 ອົງສາ.

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກ ຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 21-29 ອົງສາ.

ສໍາລັບ ເຂດພູພຽງບໍລະເວນ: ອາກາດໜາວເຢັນ ແລະ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງ ໂອກາດຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 14-27 ອົງສາ.

ຂ່າວສານບ້ານເມືອງ, ເລື່ອງເດັ່ນ

Post navigation

Previous Post: ຂ່າວປະຈໍາວັນພົບຜູ້ຕິດເຊື້ອເພີ່ມໃໝ່615ຄົນ
Next Post: ກອງປະຊຸມປືກສາຫາລືກ່ຽວກັບ ນັ ກ ໂ ທ ດ ຕ່າງປະເທດທີ່ປະຕິບັດ ໂ ທ ດ ຕັດອິດສະລະພາບຄົບກໍານົດ

Related Posts

ດ່ວນ! ແຈ້ງການ ທຶນການສຶກສາ Child’s Dream Foundation ເລື່ອງເດັ່ນ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 89ຄົນ ຂ່າວສານບ້ານເມືອງ
ປກສ ເມືອງສີສັດຕະນາກ ເຊື່ອມຊຶມມະຕິກອງປະຊຸມໃຫ່ຍຄັ້ງທີ VII ອົງຄະນະພັກເມືອງ ຂ່າວສານບ້ານເມືອງ
ຄະນະສົງ ຄະນະປະຕິບັດທັມ ມອບເຄື່ອງ ຊ່ວຍເຫຼືອພະນັກງານຄູອາຈານ ແລະ ນ້ອງນັກສຶກສານອນຫໍພັກຈາກ 2 ວິທະຍາໄລ ຂ່າວສານບ້ານເມືອງ
ຕື່ນຕົວເດີ້! ສະຖານທີ່ຮັບຮອງຄົນເຈັບຜູ້ຕິດເຊື້ອ ໂ ຄ ວິ ດ ຢູ່ໂຮງໝໍມິດຕະພາບອາດຈະບໍ່ພຽງພໍ ຖ້າມີຜູ້ຕິດເຊື້ອຫຼາຍຂຶ້ນແບບນີ້ ຂ່າວສານບ້ານເມືອງ
ວອນພາກສ່ວນກຽ່ວຂ້ອງເຂົ້າຊ່ວຍເຫຼືອ! ຂຸມຄຳທະລົ່ມມີຜູ້ສູນຫາຍ 7ຄົນທີ່ຕິດຢູ່ໃນຂຸມຄຳບ້ານໂຈຍ ເມືອງພູກູດແຂວງຊຽງຂວາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme