Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປີນີ້ບໍ່ຈັດການແຂ່ງຂັນກິລາເຮືອຊ່ວງທຸກປະເພດໃນ 9ຕົວເມືອງຂອງນະຄອນຫຼວງວຽງຈັນນັບແຕ່ວັນທີ 20ຫາ30 ຕຸລາ 2021

Posted on 21/10/202121/10/2021 By News No Comments on ປີນີ້ບໍ່ຈັດການແຂ່ງຂັນກິລາເຮືອຊ່ວງທຸກປະເພດໃນ 9ຕົວເມືອງຂອງນະຄອນຫຼວງວຽງຈັນນັບແຕ່ວັນທີ 20ຫາ30 ຕຸລາ 2021

ພະແນກສຶກສາທິການ ແລະ ກິລາ, ນະຄອນຫຼວງວຽງຈັນ ອອກແຈ້ງການ ເລກທີ 2443/ສກ.ນວ, ລົງວັນທີ 20ຕຸລາ2021 ເຖິງຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 9ຕົວເມືອງ, ປກສ ກຸ່ມບ້ານ, ນາຍບ້ານ, ພໍ່ແມ່ປະຊາຊົນ ແລະ ເຈົ້າຂອງຫົວໜ່ວຍທຸລະກິດກິລາກາຍຍະກໍາທົ່ວນະຄອນຫຼວງວຽງຈັນເລື່ອງ ຫ້ າ ມຈັດ ການຈັດການແຂ່ງຂັນກິລາເຮືອຊ່ວງນັບແຕ່ວັນທີ 20- 30ຕຸລາ2021.

ອີງຕາມແຈ້ງການຂອງຄະນະສະເພາະກິດ ນະຄອນຫຼວງຽງຈັນ, ສະບັບເລກທີ 38/ ສພກ.ນວ, ລົງວັນທີ15ຕຸລາ2021, ກ່ຽວກັບການສືບຕໍ່ເພີ່ມທະວີການຈັດຕັ້ງປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ການແກ້ໄຂການລະບາດຂອງໂຄວິດຢູ່ນະຄອນຫຼວງວຽງຈັນໃນໄລຍະ 16ຫາ30ຕຸລາ2021.

ອີງຕາມຮີດຄອງປະເພນີອັນດີງາມຂອງປະຊາຊົນລາວບັນດາເຜົ່າທີ່ບັນພະບູລຸດພວກເຮົາເຄີຍສືບທອດປະຕິບັດກັນມາແຕ່ດົນນານ, ອີງຕາມຄວາມເປັນເອກະພາບຂອງຄະນະພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນຄັ້ງວັນທີ 20ຕຸລາ2021.

ຫົວໜ້າພະແນກສຶກສາທິການ ແລະ ກິລາ ນະຄອນຫຼວງວຽງຈັນ ຂໍຖືເປັນກຽດແຈ້ງມາຍັງ ທ່ານ ຫົວໜ້າຫ້ອງການສຶກສາທິການ ແລະ ກິລາ ເມືອງ 9 ຕົວເມືອງ, ຫົວໜ້າ ປກສ ກຸ່ມບ້ານ, ນາຍບ້ານ, ພໍ່ແມ່ປະຊາຊົນ ແລະ ຜູ້ປະກອບການຫົວໜ່ວຍທຸລະກິດກິລາ ໃນທົ່ວນະຄອນຫຼວງວຽງຈັນ ຫ້າມຈັດການແຂ່ງຂັນກິລາ ເຮືອຊ່ວງທຸກປະເພດ ເຊິ່ງເປັນການແຂ່ງຂັນກິລາປະເພນີ ໂດຍສະເພາະແມ່ນ ວັນບຸນອອກພັນສາປະວໍລະນາ ທີ່ປະຊາຊົນລາວເຮົາເຄີຍສືບທອດກັນມາ. ແຕ່ຍ້ອນການແຜ່ລະບາດຂອງໂຄວິດ ຢູ່ໃນນະຄອນຫຼວງວຽງຈັນ ເຫັນວ່າຍັງມີກໍລະນີ ຜູ້ຕິດເຊື້ອໃນຊຸມຊົນເພີ່ມຂຶ້ນຫຼາຍຊຶ່ງມີຄວາມສ່ຽງສູງທີ່ຈະເກີດການແຜ່ລະບາດໃນຊຸມຊົນ ແລະ ຂະຫຍາຍເປັນວົງກ້ວາງເພື່ອເຮັດໃຫ້ການຈັດຕັ້ງປະຕິບັດ ແຈ້ງການສະບັບນີ້ໃຫ້ໄດ້ຮັບຜົນດີ, ມອບໃຫ້ຂະແໜງກິລາມວນຊົນສົມທົບກັບຫ້ອງການສຶກສາທິການ ແລະ ກິລາເມືອງ, ພາກສ່ວນທີ່ກ່ຽວຂ້ອງລົງກວດກາ, ຕິດຕາມ ແລະ ເເນະນໍາໃຫ້ທຸກພາກສ່ວນຈົ່ງໄດ້ຈັດຕັ້ງປະຕິບັດແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຂ່າວສານບ້ານເມືອງ

Post navigation

Previous Post: ປນວລາວສ້າງຊາດນະຄອນຫລວງວຽງຈັນອອກແຈ້ງການກ່ຽວກັບການຈັດປະເພນີບຸນອອກພັນສາ
Next Post: ຄຳມ່ວນ ຈູ ດ ທ ຳາ ລ າ ຍ ຢ າ ເ ສ ບ ຕິ ດ ຈໍານວນຫຼາຍ

Related Posts

ແຈ້ງເຕືອນ! ຍັງຜ່ານບໍ່ໄດ້ທາງ 13 ເໜືອ ເຂດກາສີທີ່ດິນເຈື່ອນຕັນທາງ ຂ່າວສານບ້ານເມືອງ
ກະຊວງແຜນການ ແລະ ການລົງທຶນ ສະຫລຸບວຽກງານ ປີ 2020 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 263 ຄົນ ຂ່າວສານບ້ານເມືອງ
ພົບກະເປົາເງິນ 20 ລ້ານ ທີ່ ປຕທ ປາກຊັນ ນໍາສົ່ງຄືນເຈົ້າຂອງແລ້ວ ຂ່າວສານບ້ານເມືອງ
ແຈ້ງເຕືອນ ປ່ອຍນໍ້າອອກເຂື່ອນ ລົງສູ່ແມ່ນໍ້າເຊກອງ ຂ່າວສານບ້ານເມືອງ
ນັ ກ ໂ ທ ດ 1 ພັນກວ່າຄົນ ຂອງແຂວງຈໍາປາສັກ ໄດ້ຮັບການສັກຢາວັກຊີນປ້ອງກັນພະຍາດໂຄວິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme