Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການເຮັດນາຢອດໄດ້ຮັບຜົນດີ ແລະ ປະຢັດຕົ້ນທຶນຫຼາຍກວ່ານາປູກ

Posted on 20/10/202120/10/2021 By News No Comments on ການເຮັດນາຢອດໄດ້ຮັບຜົນດີ ແລະ ປະຢັດຕົ້ນທຶນຫຼາຍກວ່ານາປູກ

ຄອບຄົວ ທ່ານ ນາງ ບຸນມາ ໄຊວົງ ຊາວນາບ້ານດ່ານຖິນ ເມືອງຫ້ວຍຊາຍ ແຂວງບໍ່ແກ້ວ ກໍເປັນຄອບຄົວໜຶ່ງທີ່ເຮັດນາປີໂດຍນໍາໃຊ້ເຄື່ອງຈັກທີ່ທັນສະໄໝເຂົ້າໃນການຜະລິດ ຊຶ່ງຜ່ານມາແມ່ນເຮັດນາປູກແຕ່ມັນໃຊ້ແຮງງານຫຼາຍ ແລະ ສິ້ນເປືອງຫຼາຍກວ່າສໍາລັບປີນີ້ແມ່ນຕົນເອງທົດລອງເຮັດນາຢອດເຫັນວ່າປະຢັດເວລາ, ປະຢັດຕົ້ນທຶນ ແລະ ຜົນໄດ້ຮັບດີກວ່ານາປູກຄາດວ່າຜົນຜະລິດປີນີ້ຈະໄດ້ປະມານ 8 ໂຕນກວ່າ ໃນເນື້ອທີ່ 8 ໄລ.

ຄອບຄົວ ທ່ານ ບຸນທໍາ ໄຊວົງ ຊຶ່ງເປັນພີ່ນ້ອງກັນກັບ ທ່ານ ນາງ ບຸນມາ ໄຊວົງ ໃຫ້ຮູ້ວ່າ ຜ່ານມາພັກ-ລັດ ໄດ້ສົ່ງເສີມການຜະລິດແບບກຸ້ມກິນພາຍໃນຄອບຄົວ ແລະ ແຮໄວ້ເທົ່ານັ້ນແຕ່ມາເຖິງປັດຈຸບັນພັກ-ລັດ ໄດ້ຊຸກຍູ້ປະຊາຊົນທໍາການຜະລິດໃຫ້ຫຼາຍກາຍເປັນສິນຄ້າເພື່ອສົ່ງອອກດັ່ງນັ້ນຄອບຄົວຕົນເອງຈຶ່ງຫັນປ່ຽນວິທີການເຮັດນາແບບນໍາໃຊ້ເຕັກນິກທີ່ທັນສະໄໝໂດຍການເຮັດນາຢອດ ແລະ ເກັບກ່ຽວດ້ວຍເຄື່ອງຈັກເຫັນວ່າມັນປະຢັດເວລາ, ປະຢັດແຮງງານ ແລະ ປະຢັດຕົ້ນທຶນ ຄາດວ່າຜົນຜະລິດປີນີ້ຈະໄດ້ປະມານ 8 ໂຕນກວ່າ ໃນເນື້ອທີ່ 8 ໄລ່.

ການເຮັດນາປູກແມ່ນເສຍເວລາ, ເສຍຕົ້ນທຶນຫຼາຍເພາະໄດ້ໃຊ້ແຮງຄົນເປັນຈຳນວນຫຼາຍ; ທັງນີ້ ການຜະລິດເຂົ້ານາປີຂອງຊາວກະສິກອນ ຢູ່ເມືອງຫ້ວຍຊາຍປີນີ້ ແມ່ນໄດ້ຮັບຜົນດີກວ່າປີຜ່ານມາ ເນື່ອງຈາກປີນີ້ຝົນຕົກຖືກຕາມລະດູການຜະລິດ ເຮັດໃຫ້ຊາວກະສິກອນກະກຽມການຜະລິດທັນກັບເວລາ ຊົນລະປະທານກໍສາມາດເກັບນໍ້າ ແລະ ສະໜອງນໍ້າໄດ້ດີ ຈຶ່ງເຮັດໃຫ້ການຜະລິດເຂົ້ານາປີຂອງຊາວກະສິກອນໄດ້ຮັບຜົນດີ ເຂົ້າງາມ, ນໍ້າພຽງພໍ, ແຕ່ກໍຍັງມີເນື້ອທີ່ນາບາງເຂດໄດ້ຮັບຜົນກະທົບ ເປັນຕົ້ນແມ່ນເກີດໄພນໍ້າຖ້ວມ, ມີແມງໄມ້, ຕັກກະແຕນ ແລະ ເພ້ຍທີ່ທໍາລາຍຕົ້ນເຂົ້າເຮັດໃຫ້ເຂົ້າຕາຍ, ການລົງເກັບກໍາຂໍ້ມູນເບື້ອງຕົ້ນເຫັນວ່າສັດຕູພືດທໍາລາຍເຂົ້ານາປີຂອງປະຊາຊົນແມ່ນຫຼາຍພໍສົມຄວນ, ໃນນັ້ນກຸ່ມບ້ານປາກງາວຖືກສັດຕູພືດທໍາລາຍເປັນຈໍານວນຫຼາຍປະກອບມີ 3 ບ້ານຄື: ບ້ານປາກງາວມີ 40 ຄອບຄົວ ມີເນື້ອທີ່ທັງໝົດ 41,8 ເຮັກຕາ ເສຍຫາຍ 21,3 ເຮັກຕາ, ບ້ານດອນຄູນ ມີ 12 ຄອບຄົວ, ມີເນື້ອທີ່ທັງໝົດ 43 ໄລ່, ບ້ານນໍ້າແສນ ມີ 23 ຄອບຄົວ ມີ 58 ໄລ່, ການລົງກວດກາໃນຄັ້ງນີ້ເຫັນວ່າເນື້ອທີ່ນາໄດ້ພົ່ນຢາຂ້າສັດຕູພືດໄວ້ທັນແມ່ນສາມາດກັບມາຟື້ນຕົວໄດ້ຢ່າງເປັນປົກກະຕິ, ສ່ວນບ່ອນທີ່ເສຍຫາຍຫຼາຍແມ່ນບໍ່ສາມາດເກັບກ່ຽວຜົນຜະລິດເຂົ້ານາໄດ້, ນອກນັ້ນຫ້ອງ ການທີ່ກ່ຽວຂ້ອງຍັງໃຫ້ຂໍ້ມູນກ່ຽວກັບຜົນເສຍຫາຍຈາກສັດຕູພືດທໍາລາຍເຂົ້ານາປີຂອງປະຊາຊົນ ປະເພດ ເພ້ຍຈັກຈັ່ນ, ຕັກແຕນ ແລະ ໜູຂີ ທົ່ວເມືອງ 25 ບ້ານ ມີເນື້ອທີ່ທັງໝົດ 34.571 ເຮັກຕາ, ເພ້ຍຈັກຈັ່ນທໍາລາຍເຂົ້ານາເນື້ອທີ່ 305,91 ເຮັກຕາ ເສຍຫາຍ 33,74 ເຮັກຕາ, ຕັກແຕນທໍາລາຍເຂົ້ານາເນື້ອທີ່ 18,08 ເຮັກຕາ, ເສຍຫາຍ 1,32 ເຮັກຕາ, ໜູຂີທໍາລາຍເຂົ້ານາເນື້ອທີ່ 20,88 ເຮັກຕາ, ເສຍຫາຍ 5,82 ເຮັກຕາ, ບົ້ງໃບຮໍາທໍາລາຍເຂົ້ານາເນື້ອທີ່ 1 ເຮັກຕາ, ເສຍຫາຍ 0,16 ເຮັກຕາ. ຕໍ່ກັບເຫດການດັ່ງກ່າວ ຂະແໜງການທີ່ກ່ຽວຂ້ອງໄດ້ແນະນຳໃຫ້ຊາວກະສິກອນປູກພືດຊະນິດອື່ນທົດແທນ ເພື່ອແກ້ໄຂໃນສະເພາະໜ້າ ແລະ ຂຶ້ນແຜນໃຫ້ການຊ່ວຍເຫຼືອ.

(ຂ່າວ-ພາບ: ຄຳພັນ ແກ້ວມະນີ)

ຂ່າວສານບ້ານເມືອງ

Post navigation

Previous Post: ສະພາບໂຄວິດມື້ນີ້ພົບຜູ້ຕິດເຊື້ອເພີ່ມ 635ຄົນ
Next Post: ປນວລາວສ້າງຊາດນະຄອນຫລວງວຽງຈັນອອກແຈ້ງການກ່ຽວກັບການຈັດປະເພນີບຸນອອກພັນສາ

Related Posts

ສານປະຊາຊົນແຂວງວຽງຈັນ ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ໍາ ເ ລີ ຍ 4 ຄົນ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1282ຄົນ ຂ່າວສານບ້ານເມືອງ
ລາຄາ ເຂົ້າ, ຊີ້ນ, ປາ ຢູ່ ບາງຕະຫລາດໃນນະຄອນຫລວງ ຍັງຢູ່ເກນປົກກະຕິ ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ແຂວງບໍ່ແກ້ວສັ່ງໂຈະການເດີນທາງເຂົ້າ-ອອກແຂວງ ຂ່າວສານບ້ານເມືອງ
ສພຂ​ ຫົວພັນ​ ມອບເຄື່ອງຊ່ວຍເຫລືອໃຫ້ຄອບຄົວທີ່ປະສົບອັກຄີໄພ ຂ່າວສານບ້ານເມືອງ
ຂໍແຈ້ງ ປະກາດຫາຄູ່ກໍລະນີ ຕໍ າ ຄົ ນ ເ ສ ຍ ຊີ ວິ ດ ແລ້ວໜີ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme