ພັທ ກິແກ້ວ ແກ້ວມະນີວົງ ຫົວໜ້າປກສກຸ່ມໂພນທອງ ສົມທົບກັບອໍານາດການປົກຄອງບ້ານພັດທະນາເມືອງນາຊາຍທອງນະຄອນຫຼວງວຽງຈັນໄດ້ສຶກສາອົບຮົມເປົ້າໝາຍ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ 12ຄົນ, ຍິງ 1ຄົນ ເມືອວັນທີ 18ກັນຍາ2021 ທີ່ຫ້ອງການ ປກສ ກຸ່ມໂພນທອງ.

ການສຶກສາອົບຮົມແມ່ນອີງໃສ່ຄຳສັ່ງເລກທີ 27/ສພກ.ນວ ລົງວັນ 01ກັນຍາ2021 ວ່າດ້ວຍການຈັດຕັ້ງ, ຄວບຄຸມໂຄວິດ, ເຊິ່ງສຶກສາອົບຮົມເປົ້າໝາຍ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຈຳນວນ 4ຄົນ, ຍິງ 1ຄົນໃນການສຶກສາອົບຮົມໄດ້ຍົກໃຫ້ເປົ້າໝາຍເຫັນຜົນຮ້ າ ຍ ແລະ ໄພ ອັ ນ ຕ ະ ລ າ ຍ ຂອງ ຢ າ ເ ສ ບ ຕິ ດ ຕໍ່ຊີວິດ, ຊັບສິນ, ສັງຄົມ ຮັບຮູ້ ແລະ ຮູ້ສຶກກິນແໜງແຄງໃຈຕໍ່ການກະທໍ າ ຜິ ດຂອງຕົນ ທີ່ເຄື່ອນໄຫວແຕະຕ້ອງເຖິງລະບຽບກົດໝາຍ. ພ້ອມທັງໃຫ້ຢຸດເຊົາພົວພັນກັບ ສິ່ ງ ເ ສ ບ ຕິ ດ ທີ່ກໍ່ຄວາມບໍ່ສະຫງົບໃນສັງຄົມ ໃຫ້ກັບຕົວກັບໃຈມາເປັນຄົນດີຂອງພໍ່ແມ່ ແລະ ເປັນພົນລະເມືອງດີຂອງສັງຄົມ.
ພາຍຫຼັງສຶກສາອົບຮົມແລ້ວ ໄດ້ເຮັດບົດບັນທຶກ, ຖ່າຍຮູບຕໍານິຮູບປະພັນ ປ ະ ຫ ວັ ດ ການເຄື່ອນໄຫວຢ່າງລະອຽດ ແລ້ວມອບໃຫ້ຜູ້ປົກຄອງນໍາໄປຄຸ້ມຄອງສຶກສາອົບຮົມຕໍ່.