Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພະຍາຍາມ ຫຼົ ບ ໜີ ຈຸດກວດກາຂອງເຈົ້າໜ້າທີ່ແຕ່ບໍ່ລອດລົດລົ້ມເອງ

Posted on 11/10/202111/10/2021 By News No Comments on ພະຍາຍາມ ຫຼົ ບ ໜີ ຈຸດກວດກາຂອງເຈົ້າໜ້າທີ່ແຕ່ບໍ່ລອດລົດລົ້ມເອງ

ໃນຄືນວັນທີ 9ຕຸລາ2021 ສະຖານີຮັບແຈ້ງ ແລະ ແກ້ໄຂເຫດສຸກເສີນ 1191ຫົວເມືອງ ໄດ້ສົມທົບກັບ ຈະລາຈອນເມືອງ ແລະ ປກສ ກຸ່ມສີຖານເໜືອເມືອງສີໂຄດຕະບອງຕັ້ງຈຸດກວດຢູເສັ້ນທາງສວນເຈົ້າຟ້າງຸ່ມ ຮອດເວລາ 00:20 ໂມງ ໄດ້ມີ ທ້າວ ໂຈຮອຍໂຢ ອາຍຸ 43 ປີ ສັນຊາດມາເລເຊຍ ພັກເຊົາຢູ່ບ້ານດອນນົກຂຸ້ມເມືອງສີສັດຕະນາກ ນະຄອນຫຼວງວຽງຈັນຂັບຂີ່ລົດຈັກມາແຕ່ເສັ້ນທາງ ບ້ານຂຸນຕາທົ່ງເມືອງສີໂຄດຕະບອງພໍຮອດຈຸດກວດຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ຂັບຂີ່ລົ ດ ໜີ ເຮັດໃຫ້ລົດຈັກລົ້ ມ ເຈົ້າໜ້າທີ່ຈິ່ງຂັບຂີ່ລົດນໍາຕົວຜູ້ກ່ຽວໄດ້ພ້ອມທັງກວດຄົ້ນຖົງພາຍສີດໍາພົບ ຂ ອ ງ ກ າ ງ ຢ 200 ເ ມັ ດ, ຢ ໄ ອ 1 ຖົ ງ ນ້ອຍ, ອຸປະກອນ ເ ສ ບ 4 ອັນ ແລະ ປື ນ ສັ້ ນ 09 ມ ມ 1 ກ ະ ບ ອ ກ ພ້ອມ ລູ ກ ປື ນ 12 ລູ ກ ດັ່ງນັ້ນ ຈິ່ງໄດ້ນໍາຕົວສົ່ງໃຫ້ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ດໍາເນີນຄະດີ.

ຜ່ານການສອບສວນເບື້ອງຕົ້ນຂອງເຈົ້າໜ້າທີ່ຜູ້ກ່ຽວໄດ້ໃຫ້ການຮັບສາລະພາບວ່າ ໃນວັນທີ 9ຕຸລາ2021 ເວລາ 21:30 ໂມງ ຕົນເອງໄດ້ໂທຫາຊາຍຄົນໜຶ່ງ(ບໍ່ຮູ້ຊື່ ແລະ ທີ່ຢູ່) ເພື່ອສັ່ງຊື້ ຢ ຈໍານວນ 200 ເ ມັ ດ ແລະ ໄດ້ນັດຈຸດສົ່ງ ຢ ຢູ່ໂຮງແຮມແຫ່ງໜຶ່ງ ເຂດບ້ານດົງນາໂຊກ ເມືອງສີໂຄດຕະບອງຫຼັງຈາກໄດ້ ຢ ມາແລ້ວຮອດເວລາ 00:20ໂມງ ຕົນເອງໄດ້ຂັບຂີ່ລົດຈັກເພື່ອຈະກັບບ່ອນພັກເຊົາພໍໄປຮອດຈຸດກວດກາຢູ່ເສັ້ນທາງສວນເຈົ້າຟ້າງຸ່ມເມືອງສີໂຄດຕະບອງກໍ່ຖືກເຈົ້າໜ້າທີ່ກັກຕົວ, ສ່ວນ ຢ ໄ ອ ທີ່ເຈົ້າໜ້າທີ່ພົບເຫັນນັ້ນແມ່ນຊື້ນໍາຊາຍຄົນຕ່າງປະເທດ(ບໍ່ຮູ້ຊື່) ຢູ່ໂຮງແຮມ ແຫ່ງໜຶ່ງ ເຂດບ້ານມີໄຊ ເມືອງຈັນທະບູລີ ແລະ ປື ນແມ່ນຂອງຜູ້ທີ່ຕິດ ໜີ້ ແລ້ວບໍ່ມີເງິນໃຊ້ແທນ ຕົນຈິ່ງໄດ້ເອົາ ປື ນ ມາຮັກສາໄວ້.

ປັດຈຸບັນເຈົ້າໜ້າທີ່ ກອງບັນຊາການ ປກສ ເມືອງສີໂຄດຕະບອງ ພວມປະສານສົມທົບ ກັບຫ້ອງຕໍາຫຼວດ ປກສ ນວ ເພື່ອນໍາສົ່ງຜູ້ກ່ຽວໃຫ້ຫ້ອງຕໍາຫຼວດ ສືບຕໍ່ເນີນຄະດີ.

.

ເລື່ອງເດັ່ນ

Post navigation

Previous Post: ຫອບໄວລຸ້ນຊຸມແຊວໄປສຶກສາອົບຮົມພ້ອມປັບໃໝຕາມລະບຽບ
Next Post: ເກີດເຫດລົດໃຫຍ່ປະທະລົດໃຫຍ່ຢູ່ເສັ້ນທາງພູເກົ້າຫຼັກ

Related Posts

ກອງປະຊຸມການເຊື່ອມໂຍງສື່ແບບເກົ່າ-ແບບໃໝ່ໃຫ້ສື່ມວນຊົນລາວທົ່ວປະເທດ ຂ່າວສານບ້ານເມືອງ
ຄວາມຄືບໜ້າ! ຄະດີແມ່ຕູ້ບົວຊ້ອຍໂດຍໄດ້ຮັບການຊ່ວຍເຫຼືອສູ້ຄະດີ ເລື່ອງເດັ່ນ
ຊົມເຊີຍ! ບຸນວັດພູ 6-8 ກຸມພາ 2020 ນີ້ ຈະບໍ່ເກັບຄ່າເຂົ້າຊົມ! ເລື່ອງເດັ່ນ
ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປປ ລາວເຂົ້າຮ່ວມກອງປະຊຸມສໍາມະນາສາກົນທາງໄກ ຂອງບັນດາພັກການເມືອງ ເລື່ອງເດັ່ນ
ແມ່ຕູ້ອາຍຸ70ປີຕິດໂຄວິດຈາກໄປຢ່າງສະຫງົບ ເລື່ອງເດັ່ນ
ພະຍາກອນອາກາດ ປະຈໍາວັນທີ 6 ພຶດສະພາ 2022 ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme