ໃນວັນທີ 8ຕຸລາ2021 ປກສ ກຸ່ມ 5ໜອງທາ ໄດ້ສົມທົບກັບບ້ານໜອງປີງເມືອງຈັນທະບູລີນະຄອນຫຼວງວຽງຈັນ ແກ້ໄຂຈຸດ ມົ້ ວ ສຸ ມ ຢ າ ເ ສ ບ ຕິ ດ ຢູ່ບ້ານໜອງປີງ ເຊິ່ງກັກຕົວຜູ້ຖືກຫາມີທັງໝົດ 8ຄົນຢູ່ເຮືອນຂອງ ທ້າວ ຄອນສະຫວັນອາຍຸ 46ປີ ອາຊີບ ກໍາມະກອນບ້ານໜອງປີງ ເປັນຜູ້ຂາຍ ຢ ໃຫ້ ທ້າວ ບຸນແກ້ວ ອາຍຸ 18 ປີ ກໍາມະກອນ ມາຈາກບ້ານໂພນແບງເມືອງເຟືອງແຂວງວຽງຈັນພ້ອມຂອງກາງ 6ເມັດ ແລະ ທ້າວ ແກ້ວນະຄອນອາຍຸ 25ປີ ກໍາມະກອນບ້ານໂພນສົມບູນ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນພ້ອມ ຂ ອ ງ ກ າ ງ 15 ເ ມັ ດ, ທັງ 3 ຄົນ ໄດ້ນໍາສົ່ງຕົວໃຫ້ ກອງບັນຊາການ ປກສ ເມືອງຈັນທະບູລີ ດໍ າ ເນີນຄະດີ. ສ່ວນຜູ້ ເ ສ ບ ຈໍານວນ 5 ຄົນ ໄດ້ສຶກສາອົບຮົມແລ້ວໃຫ້ຮັບປະກັນເອົາໄປສື ບຕໍ່ຄຸ້ມຄອງ.

ກອງບັນຊາການ ປກສນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພໍ່ແມ່ຜູ້ປົກຄອງຈົ່ງສຶກສາອົບຮົມ ແລະ ຕິດຕາມພິດຕິກຳລູກຫຼານຂອງຕົນໃຫ້ດີຢ່າປ່ອຍໃຫ້ໄປພົບພັນ ຢ າ ເ ສ ບ ຕິ ດ ຖ້າຮູ້ແລ້ວກໍ່ຢ່ າປິ ດບັງໃຫ້ປຶກສາກາຈັດຕັ້ງບ້ານເພື່ອຊອກວິທີຊ່ວຍເຫຼືອ ແລະ ຊ່ວຍກັນປະຕິບັດພັນທະຊ່ວຍເຈົ້າໜ້າທີ່ພົບເຫັນການເຄື່ອນໄຫວອັນທີ່ຜິດຕໍ່ກົດໝາຍບ້ານເມືອງອັນນຳໄປສູ່ຄວາມບໍ່ສະຫງົບມາສູ່ສັງຄົມສາມາດແຈ້ງຂໍ້ມູນ, ຮູບພາບ,ວີດີໂອ, ຄິບສຽງ
ມາທີ່ເບີວອດແອັບ ປກສ ນວ 020 28899774.