ວັນທີ 4 ຕຸລາ 2021 ນີ້, ຢູ່ກະຊວງການຕ່າງປະເທດ, ທ່ານ ສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ, ໄດ້ນໍາພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24, ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ແລະ ກອງປະຊຸມລັດຖະມົນຕີ ຕ່າງປະເທດອາຊຽນ ແບບທາງໄກ, ໂດຍການເປັນປະທານຂອງ ບຣູໄນ ດາຣູຊາລາມ ໃນຖານະປະທານອາຊຽນ ປີ 2021.

ຈຸດປະສົງຂອງ 3 ກອງປະຊຸມດັ່ງກ່າວ, ແມ່ນເພື່ອທົບທວນຄືນການຈັດຕັ້ງປະຕິບັດ ການຮ່ວມມືຂອງອາຊຽນໃນໄລຍະຜ່ານມາ ແລະ ເພື່ອກະກຽມທັງທາງດ້ານເນື້ອໃນ ແລະ ພະລາທິການໃຫ້ແກ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ແລະ 39 ແລະ ກອງປະຊຸມສຸດຍອດອື່ນທີ່ກ່ຽວຂ້ອງ ທີ່ຈະຈັດຂຶ້ນໃນລະຫວ່າງວັນທີ 26-28 ຕຸລາ 2021 ແບບທາງໄກ.
ກອງປະຊຸມສະພາປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ຄັ້ງທີ 24 ໄດ້ຮັບຊາບຄວາມຄືບໜ້າວຽກງານຂອງຂະແໜງການພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ແລະ ຜົນການຈັດຕັ້ງປະຕິບັດແຜນແມ່ບົດປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ 2025 ພ້ອມທັງໄດ້ຊຸກຍູ້ຂະແໜງການຕ່າງໆ ພາຍໃຕ້ເສົາຄໍ້າປະຊາຄົມການເມືອງ-ຄວາມໝັ້ນຄົງອາຊຽນ ເພີ່ມຄວາມເປັນເຈົ້າການ ແລະ ນໍາພາການຈັດຕັ້ງປະຕິບັດບັນດາກິດຈະກຳ ທີ່ຍັງຄົງຄ້າງໃຫ້ສຳເລັດຕາມຄາດໝາຍ.

ກອງປະຊຸມສະພາປະສານງານອາຊຽນ ຄັ້ງທີ 30 ໄດ້ຮັບຊາບຄວາມຄືບໜ້າໃນການຈັດຕັ້ງປະຕິ ບັດບັນດາບູລິມະສິດ ການເປັນປະທານອາຊຽນ ປີ 2021 ຂອງ ບຣູໄນ ດາຣູຊາລາມ ພ້ອມທັງໄດ້ແລກປ່ຽນຄໍາຄິດເຫັນຕໍ່ຄວາມຄືບໜ້າໃນການຈັດ ຕັ້ງປະຕິບັດບັນດາຂໍ້ລິເລີ່ມອາຊຽນ ເພື່ອປ້ອງກັນ, ຮັບມື ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂຄວິດ-19 ເປັນຕົ້ນແມ່ນ ການຈັດຕັ້ງປະຕິບັດແຜນວຽກອາຊຽນ ເພື່ອການຟື້ນຟູຮອບດ້ານ, ການຈັດຊື້ຢາວັກຊິນສໍາລັບປະຊາຊົນອາຊຽນ ໂດຍນໍາໃຊ້ກອງທຶນເພື່ອການຮັບມືໂຄວິດ-19 ຂອງອາຊຽນ, ການຄັດເລືອກປະເທດເຈົ້າພາບຂອງສູນອາຊຽນ ເພື່ອແກ້ໄຂເຫດສຸກເສີນດ້ານສາທາລະນະສຸກ ແລະ ພະຍາດລະບາດ, ການເປີດແລວເດີນທາງອາຊຽນ, ຄັງແຮອຸປະກອນການແພດ ສໍາລັບເຫດສຸກເສີນດ້ານສາທາລະນະສຸກພາກພື້ນອາຊຽນ.
ພ້ອມກັນນັ້ນ, ກອງປະຊຸມໄດ້ພິຈາລະນາຮັບຮອງເອົາບັນດາເອະສານ ເປັນຕົ້ນແມ່ນ ຮ່າງຖະແຫລງການ ບັນດາ ເສຣິ ເບກາວັນ ວ່າດ້ວຍການຈັດຕັ້ງປະຕິບັດຂໍ້ລິເລີ່ມແບບຍຸດທະສາດ ແລະ ກວມລວມ ເພື່ອເຊື່ອມສານບັນດາຂອບການຮ່ວມມືອາຊຽນ ເພື່ອຮັບມືກັບໄພພິບັດ ແລະ ພາວະສຸກເສີນ; ຖະແຫລງການຜູ້ນໍາອາຊຽນ ວ່າດ້ວຍການຍຶດຖືຫລັກການຮ່ວມມືຫລາຍຝ່າຍ; ແລະ ຖະແຫລງການຜູ້ນໍາອາຊຽນວ່າດ້ວຍການຮ່ວມມືເສດຖະກິດສີຟ້າ, ແລະ ໄດ້ຮັບຊາບບັນດາບົດລາຍງານທີ່ກ່ຽວຂ້ອງ ເພື່ອນໍາສະເໜີໃຫ້ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 38 ພິຈາລະນາຮັບຮອງ ແລະ ຮັບຊາບ.

ໃນຕອນບ່າຍຂອງວັນດຽວກັນ, ທ່ານລັດຖະມົນຕີ ສະເຫລີມໄຊ ກົມມະສິດ, ກໍໄດ້ສືບຕໍ່ເຂົ້າຮ່ວມກອງປະຊຸມລັດຖະມົນຕີຕ່າງປະເທດອາຊຽນ, ຊຶ່ງກອງປະຊຸມ ກໍໄດ້ຕີລາຄາສູງຕໍ່ຄວາມຄືບໜ້າໃນຂະບວນການສ້າງປະຊາຄົມອາຊຽນ ໃຫ້ມີຄວາມເຂັ້ມແຂງ ໂດຍສະເພາະການຈັດຕັ້ງປະຕິບັດບັນດາບູລິມະສິດຂອງການເປັນປະທານອາຊຽນຂອງ ບຣູໄນ ດາຣູຊາລາມ ປີ 2021. ກອງປະຊຸມ ຍັງໄດ້ປຶກສາຫາລື ກ່ຽວກັບການຮ່ວມມືຂອງອາຊຽນກັບຄູ່ຮ່ວມມືພາຍນອກ ໂດຍຢໍ້າຄືນບົດບາດຄວາມເປັນແກນກາງ, ຄວາມເປັນເອກະສັນ ແລະ ຄວາມສາມັກຄີຂອງອາຊຽນ ໃນການພົວພັນກັບພາຍນອກພາຍໃຕ້ກົນໄກທີ່ອາຊຽນເປັນຜູ້ນຳພາ. ບັນດາລັດຖະມົນຕີ ຕ່າງປະເທດອາຊຽນ ຍັງໄດ້ແລກປ່ຽນທັດສະນະຢ່າງກົງໄປກົງມາ ກ່ຽວກັບບັນຫາເດັ່ນຢູ່ພາກພື້ນ ແລະ ສາກົນ ທີ່ມີຄວາມສົນໃຈຮ່ວມກັນ ໂດຍສະເພາະ ຄວາມພະຍາຍາມໃນການຮັບມື ແລະ ແກ້ໄຂຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19 ຮອບໃໝ່ຢູ່ໃນພາກພື້ນ.
ພາບ-ຂ່າວ: ກະຊວງການຕ່າງປະເທດ