ໃນວັນທີ 04ຕຸລາ2021 ເວລາ 11:00ໄດ້ຮັບແຈ້ງເຫດເຂົ້າໝາຍເລກສຸກເສີນ 1624ວ່າມີອຸບັດຕິເຫດລົດໃຫ່ຍກັບລົດໃຫ່ຍຕຳກັນເຂດບ້ານ ດອນກອຍ ເມືອງສີສັດຕະນາກ ແຂວງນະຄອນຫຼວງວຽງຈັນ

.

ທີມກູ້ຊີບກູ້ໄພນະຄອນຫຼວງສູນສັ່ງການ. ຈຶ່ງໄດ້ອອກກວດສອບເຫດພົບຜູ້ບາດເຈັບ 02ຄົນ ເພດຊາຍອາການເບື້ອງຕົ້ນຜູ້ທີ່1 ແມ່ນກະທົບຂາເບື້ອງຂວາແລະບາດແຜທະຫລອກ. ອາການເບື້ອງຕົ້ນຜູ້ທີ່2 ແມ່ນ : ກະທົບຂາເບື້ອງຊ້າຍແລະແອວ.

.

ດັ່ງນັ້ນພວກເຮົາຈື່ງໄດ້ປະຖົມພະຍາບານແລ້ວນຳສົ່ງໂຮງໝໍເສດຖາທິລາດ ເພື່ອໄປປິ່ນປົວໃຫ້ຊວ່ງເຊົາ.

.
