Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ໂຄວິດບຸກເຂົ້າວັດສີບຸນເຮືອງບ້ານນາຊູໄດ້ແລ້ວກວດພົບພຣະມີເຊື້ອ

Posted on 27/09/202127/09/2021 By All in LAOS No Comments on ໂຄວິດບຸກເຂົ້າວັດສີບຸນເຮືອງບ້ານນາຊູໄດ້ແລ້ວກວດພົບພຣະມີເຊື້ອ

ຈາກການລາຍງານຂອງຄະນະສະເພາະກິດ ເຊົ້າວັນທີ 27 ກັນຍາ 2021, ແຂວງວຽງຈັນ 13 ຄົນ: ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ, ບ້ານນາຊູ ມີ 05 ກໍລະນີ, ວັດບ້ານນາຊູ ມີ 01 ກໍລະນີ, ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ, ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ, ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)

1 ໃນນີ້ແມ່ນ ພຣະສົງທີ່ໄດ້ໄປຮ່ວມງານວັດດັ່ງກ່າວ, ເຊີ່ງຖືເປັນ ກໍລະນີທີ່ 2 ທີ່ໄດ້ຮັບລາຍງານ ພຣະສົງກວດພົບເຊື້ອ ໂຄວິດ-19 ພາຍຫຼັງ ວັນທີ່ 26 ກັນຍາ 2021 ຜ່ານມາ ມີລາຍງານ ພຣະສົງຕິດເຊື້ອ ໂຄວິດ ທີ່ສະຫວັນນະເຂດ ເຊິ່ງຍັງບໍ່ທັນຮູ້ທີ່ມາຢ່າງແນ່ນອນ.

ຂໍ້ມູນຈາກ ເພຈໜ້າຂ່າວຊາວພຸດ 1 ບອກໃຫ້ຮູ້ວ່າ: ພຣະທີ່ກວດພົບມີເຊື້ອໂຄວິດ-19 ແມ່ນ ຢູ່ວັດສີບຸນເຮືອງ ບ້ານາຊູ ເມືອງໂພນໂຮງ ແຂວງວຽງຈັນ, ດັ່ງນັ້ນ ຈິ່ງແຈ້ງເຕືອນໃຫ້ທຸກຄົນ ທີ່ສຳຜັດ ຫຼື ໄປພົວພັນວັດແຫ່ງນີ້ ໃຫ້ກັກບໍລິເວນຕົວເອງ ແລະ ລາຍງານທາງ ຄະນະສະເພາະກິດແຂວງວຽງຈັນໂດຍດ່ວນ.

.

ຄະນະສະເພາະກິດ ຖະແຫຼ່ງຂ່າວ ເຊົ້າວັນທີ 27 ກັນຍາ 2021 ກ່ຽວກັບສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 26 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 6,066 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 622 ຄົນ:ກໍລະນີນໍາເຂົ້າ ມີ 12 ຄົນ ຈາກ ແຂວງ ສະຫວັນນະເຂດ 7 ຄົນ, ຄໍາມ່ວນ 3 ຄົນ, ສາລະວັນ 1 ຄົນ ແລະ ຈໍາປາສັກ 1 ຄົນ. ສຳລັບ ການຕິດເຊື້ອໃນຊຸມຊົນ ມີ 610 ຄົນ ລາຍລະອຽດ ດັ່ງຕໍ່ໄປນີ້:

ນະຄອນຫຼວງ 315 ຄົນ, ລາຍລະອຽດມີດັ່ງນີ້: ເມືອງນາຊາຍທອງ 9 ຄົນ, ຈຸດເກັບຕົວຢ່າງບຶງຂະຫຍອງ 12 ຄົນ, ມສ ເຈົ້າອານຸວົງ 6 ຄົນ, ມສ ລາວຫວຽດ 3 ຄົນ, ສະຖາບັນປັດສະເຕີ້ລາວ 11 ຄົນ, ເມືອງນາຊາຍທອງ, ບ້ານປາກແຮດ 6 ຄົນ, ເມືອງຈັນທະບູລີ, ບ້ານຫ້ວຍຫົງ 2 ຄົນ, ໂຮງງານຕັດຫຍິບກຽນວິໄລ 3 ຄົນ, ໂຮງງານອານພິລາວ 54 ຄົນ, ສູນຫຼັກ 27 ມີ 26 ຄົນ (ສຳຜັດໃກ້ຊິດກັບໂຮງງານອານພິລາວ), ຈຸດເກັບຕົວຢ່າງສີເກີດ 60 ຄົນ, ເມືອງໄຊທານີ 14 ຄົນ. ເຫຼືອນັ້ນ ທີມງານກຳລັງເກັບກຳຂໍ້ມູນລະອຽດ ຈະລາຍງານໃຫ້ບັນດາທ່ານຊາບຕື່ມພາຍຫຼັງ

ຄຳມ່ວນ 152 ຄົນ: ມາຈາກກຳມະກອນບໍລິສັດ ຄ້າຍຢວນ (ໃນນັ້ນ ເກືອບ 90 ເປີເຊັນ ແມ່ນ ກຳມະກອນຄົນລາວ)

ຈໍາປາສັກ 59 ຄົນ: ປາກເຊ 38 ຄົນ, ບາຈຽງ 10 ຄົນ, ປະທຸມພອນ 10 ຄົນ (ທະຫານ 5 ຄົນ) ແລະ ຊະນະສົມບູນ 1 ຄົນ, ເມືອງໂຂງ 1 ຄົນ (ແຮງງານຢູ່ສູນເມືອງ)

ຫຼວງພະບາງ 35 ຄົນ: ເມືອງງອຍ 17 ຄົນ, ນ້ຳບາກ 14 ຄົນ, ນານ 3 ຄົນ ແລະ ຈອມເພັດ 1 ຄົນ

ແຂວງວຽງຈັນ 13 ຄົນ: ເມືອງໂພນໂຮງ ມີ 12 ກໍລະນີ, ຊື່ງທັງໜົດ ແມ່ນມີປະຫວັດສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຜ່ານມາ ໂດຍສະເພາະ ຮ່ວມງານເຮືອນດີ, ບ້ານນາຊູ ມີ 05 ກໍລະນີ, ວັດບ້ານນາຊູ ມີ 01 ກໍລະນີ, ບ້ານໂພນຂາມ 2 ກໍລະນີ ແລະ ບ້ານໂພນໂຮງ 02 ກໍລະນີ, ບ້ານນາໂພເໜຶອ 01 ກໍລະນີ ແລະ ບ້ານສ້າງໃຫ່ຍ 01 ກໍລະນີ, ເມືອງທຸລະຄົມ ມີ 01 ກໍລະນີ (ບ້ານໂພນແຮ່)

ບໍ່ແກ້ວ 11 ຄົນ: ບ້ານ ພຽງງາມ 09 ຄົນ, ບ້ານຄວ້ານ 01 ຄົນ ເມືອງຕົ້ນເຜີ້ງ ແລະ ເຂດເສດຖະກິດພິເສດ 01 ຄົນ

ບໍລິຄໍາໄຊ 7 ຄົນ: ບ້ານໂພນຈະເລີນ, ເມືອງປາກກະດີງ ມີ 07 ກໍລະນີ, ທັງໝົດເຮັດວຽກຢູ່ເຂື່ອນໄຟຟ້ານ້ຳເທີນ 1 ແລະ ພັກຢູ່ຫໍພັກຂອງເຂື່ອນດັ່ງກ່າວ (ອາຊີບເປັນແມ່ຄົວ ມີ 02 ກໍລະນີ, ສັນຊາດ ລາວ 01, ແລະ ສັນຊາດ ຈີນ 01 ຄົນ); ກໍາມະກອນ ມິ 05 ກໍລະນີ (ສັນຊາດ ລາວ 01 ຄົນ; ແລະ ສັນຊາດ ຈີນ 04 ຄົນ)

ສາລະວັນ 7 ຄົນ

ສະຫວັນນະເຂດ 5 ຄົນ: ພະນັກງານເອຄອນ ມີ 02 ກໍລະນີ; ບ້ານໂພນທັນ, ເມືອງໄຊບູລີ ແລະ ບ້ານຍາງສູງ, ນະຄອນໄກສອນ, ບ້ານແກ້ງຢາງ, ເມືອງເຊໂປນ ມີ 02 ກໍລະນີ, ທັງສອງຄົນອາຊີບເປັນຊິບປີງ, ແລ່ນເອກະສານຢູ່ແດນສະຫວັນ, ບ້ານວົງພັນສີ, ເມືອງອຸທຸມພອນ ມີ 01 ກໍລະນີ, ຊື່ງພົວພັນກັບຜູ້ຕິດເຊື້ອຢູ່ບ້ານດຽວກັນໃນໄລຍະຜ່ານມາ ແລະ ໄດ້ລາຍງານໃນວັນທີ 23 ກັນຍາ 2021.

ໄຊສົມບູນ 3 ຄົນ: ບ້ານຊຽງຄົງ, ເມືອງທ່າໂທມ ມີ 02 ກໍລະນີ (ເປັນສາມີ-ພັນລະຍາ) ໄດ້ໄປສົ່ງສະການພໍ່ຕູ້ຢູ່ບ້ານຖໍ້າດິນ, ເມືອງລ້ອງຊານ ແລະ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອຢູ່ງານເຮືອນດີ ທີ່ໄດ້ລາຍງານໃນວັນທີ 25 ກັນຍາ 2021, ບ້ານວັງໄຮ່, ເມືອງທ່າໂທມ ມີ 01 ກໍລະນີ ໄດ້ ໄດ້ສໍາຜັດໃກ້ຊິດກັບກໍລະນີຕິດເຊື້ອ (ເປັນໝູ່ ເຮັດວຽກຢູ່ໂຮງງານອານພີລາວ)

ຫລວງນໍ້າທາ 3 ຄົນ: ຄົນລາວ 1 ຄົນ ແລະ ຄົນຈີນ 2 ຄົນ (ມາຈາກ ເມືອງຕົ້ນເຜີ້ງ, ແຂວງບໍ່ແກ້ວ)

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 22,441 ຄົນ, ເສຍຊີວິດສະສົມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,271 ຄົນ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ໄດ້ກັບໄປຫາພໍ່ແມ່ແລ້ວຫຼານຊາຍອາຍຸສອງປີປາຍທີ່ຕິດໂຄວິດຢູ່ເຊກອງ
Next Post: ສຶກສາອົບຮົມເຮັດບົດບັນທຶກຮ້ານອາຫານຕາມຄຳສັ່ງ

Related Posts

ຊຽງຂວາງປະກາດ! ຜູ້ທີ່ໄປຮ່ວມງານເຮືອນດີນີ້ ຮີບໄປກວດເກັບຕົວຢ່າງ ຫຼັງພົບ 2 ຄົນຕິດເຊື້ອໂຄວິດ ເລື່ອງເດັ່ນ
ສານອວຍພອນປີໃໝ່ລາວ ຈາກປະທານປະເທດ ຂ່າວສານບ້ານເມືອງ
ສານອວຍພອນວັນຄູແຫ່ງຊາດ ຄົບຮອບ 26 ປີ ຂອງທ່ານລັດຖະມົນຕີ ກະຊວງສຶກສາທິການ ແລະ ກິລາ ເລື່ອງເດັ່ນ
ຂ່າວປະຈໍາວັນ! ມື້ນີ້ລາວພົບຜູ້ຕິດເຊື້ອເພີ່ມ 211 ຄົນ ເລື່ອງເດັ່ນ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອ 146ຄົນ ເລື່ອງເດັ່ນ
ປະຫວັດຫຍໍ້ ມະຫາ ງອນ ດຳຣົງບຸນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme