Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 23ກັນຍາ2021

Posted on 23/09/202123/09/2021 By News No Comments on ແຈ້ງເຕືອນຝົນຕົກໜັກປະຈໍາວັນທີ 23ກັນຍາ2021

ຮ່ອງຄວາມກົດດັນອາກາດຕໍ່າ ຫລື ຮ່ອງຝົນຍັງຈະສືບຕໍ່ພາດຜ່ານຢູ່ເຂດພາກໃຕ້ຂອງປະເທດລາວປ່ອງໃສ່ຍ່ອມຄວາມກົດດັນອາກາດຕໍ່າທີ່ປົກຄຸມຢູ່ເຂດທະເລຈີນໃຕ້ຕອນກາງດ້ວຍກໍາລັງແຮງຊຶ່ງຄາດວ່າຈະເພີ່ມກໍາລັງແຮງຂຶ້ນກາຍເປັນພາຍຸເຂດຮ້ອນ ແລະ ຈະເຄື່ອນທີ່ຜ່ານເຂດພາກ ໃຕ້ຫາພາກກາງຂອງປະເທດລາວໃນວັນທີ 23ຫາ25 ກັນຍາ 2021ນີ້, ຊຶ່ງຍັງຈະເຮັດໃຫ້ມີຝົນຕົກໃນລະດັບປານກາງຫາຕົກໜັກ ແລະ ຕົກໜັກຫລາຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກໃຕ້, ແຂວງພາກກາງ ແລະ ພາກເໜືອດ້ານຕາເວັນຕົກດັ່ງລາຍລະອຽດລຸ່ມນີ້

ໄລຍະວັນທີ 23ຫາ25 ກັນຍາ 2021 ຈະມີຝົນຕົກໜັກ ຫາໜັກຫລາຍ ແລະ ລົມພັດແຮງຢູ່ບາງທ້ອງຖິ່ນເຂດພາກໃຕ້ ແລະ ພາກກາງເຊັ່ນ ແຂວງອັດຕະປື, ຈໍາປາສັກ, ເຊກອງ, ສາລະວັນ ແລະ ສະຫວັນນະເຂດ ຊຶ່ງຈະເຮັດໃຫ້ເກີດມີຕົ້ນໄມ້ຫັກລົ້ມ, ຫລັງຄາເຮືອນເປ່ເພ, ນໍ້າຖ້ວມອັ່ງ ແລະ ນໍ້າຖ້ວມຍຶ່ງຢູ່ບາງທ້ອງຖິ່ນ.

ໄລຍະວັນທີ 24ຫາ26 ກັນຍາ 2021 ຈະມີຝົນຕົກໃນລະດັບປານກາງຫາໜັກ ແລະ ລົມພັດແຮງຢູ່ເຂດພາກກາງ ແລະ ພາກເໜືອດ້ານຕາເວັນຕົກເຊັ່ນ ແຂວງສະຫວັນນະເຂດ, ຄໍາມ່ວນ, ບໍລິຄໍາໄຊ, ວຽງຈັນ, ໄຊສົມບູນ, ນະຄອນຫລວງວຽງຈັນ, ຫລວງພະບາງ, ໄຊຍະບູລີ ແລະ ບໍ່ແກ້ວຊຶ່ງຈະເຮັດໃຫ້ເກີດມີນໍ້າຖ້ວມກະທັນຫັນ, ນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນ.

ດັ່ງນັ້ນ ຈຶ່ງແຈ້ງເຕືອນເຖິງອໍານາດການປົກຄອງທຸກພາກສ່ວນ ແລະ ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ. ໂດຍສະເພາະຜູ້ທີ່ອາໄສຢູ່ລຽບຕາມຮ່ອມພູ ແລະ ແຄມແມ່ນໍ້າຕ່າງໆຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ, ນໍ້າຖ້ວມຍຶ່ງ ແລະ ລົມພັດແຮງ ທີ່ຈະເກີດ ຂຶ້ນໄດ້ໃນໄລຍະນີ້ພ້ອມທັງກະກຽມຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຂໍໃຫ້ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດໃນໄລຍະ 1ຫາ4 ວັນຕໍ່ໜ້ານີ້.

ພາກເໜືອດ້ານຕາເວັນອອກແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 50%ຂອງພາກ, ອຸນຫະພູມໃນລະຫວ່າງ 19ຫາ29 ອົງສາ.

ພາກເໜືອດ້ານຕາເວັນຕົກແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ ຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%ຂອງພາກ, ອຸນຫະພູມໃນລະຫວ່າງ 20ຫາ33 ອົງສາ.

ນະຄອນຫລວງວຽງຈັນຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກປານກາງພ້ອມມີລົມພັດແຮງຢູ່ບາງບໍລິເວນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 60%,ອຸນຫະພູມ ໃນລະຫວ່າງ 24ຫາ33 ອົງສາ.

ພາກກາງແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປ ແລະ ຈະມີຝົນຕົກຕົກໜັກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%ຂອງພາກ, ອຸນຫະພູມໃນ ລະຫວ່າງ 22ຫາ33 ອົງສາ.

ແຂວງໄຊສົມບູນຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍພ້ອມມີລົມພັດແຮງຢູ່ບາງບໍລິເວນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40%ຂອງແຂວງ, ອຸນຫະພູມໃນລະຫວ່າງ 17ຫາ27 ອົງສາ.

ພາກໃຕ້ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປືຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງຢູ່ທົ່ວໄປເປັນບໍລິເວນກວ້າງ ແລະ ຈະມີຝົນຕົກໜັກ ແລະ ໜັກຫລາຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 80% ຂອງພາກ, ອຸນຫະພູມໃນລະຫວ່າງ 23ຫາ33 ອົງສາ.

ສໍາລັບເຂດພູພຽງບໍລະເວນຈະມີຝົນຕົກຟ້າຮ້ອງຟ້າເຫລື້ອມໃນລະດັບຄ່ອຍຫາປານກາງ ແລະ ຕົກໜັກພ້ອມມີລົມພັດແຮງຢູ່ບາງບໍລິເວນຫຼືເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 70%, ອຸນຫະພູມໃນລະຫວ່າງ 16ຫາ26 ອົງສາ.

ເລື່ອງເດັ່ນ

Post navigation

Previous Post: ພາບບັນຍາກາດນະຄອນຫຼວງງຽບເຫງົາ
Next Post: ກະຊວງການເງິນອອກແຈ້ງການໂຈະຊົ່ວຄາວ

Related Posts

ປະຫວັດບໍ່ທໍາມະດາກໍ່ເຫດປຸ້ນເອົາຄໍາຫຼາຍຄັ້ງ ຂ່າວສານບ້ານເມືອງ
ແຂວງຄໍາມ່ວນລົງເຄື່ອນໄຫວມອບເຄື່ອງຊ່ວຍເຫຼືອບັນເທົາທຸກໃຫ້ຄອບຄົວທີ່ປະສົບບັນຫາຫຍຸ້ງຍາກຊ່ວງໂຄວິດ ເລື່ອງເດັ່ນ
ສານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2021-2022 ເລື່ອງເດັ່ນ
ສ້າງລະບົບການສຶກສາຂອງລາວໃຫ້ມີຄວາມຍືດຍຸ່ນຫຼາຍຂຶ້ນ ຜ່ານການຫັນເປັນດິຈິຕ້ອນ ຂ່າວສານບ້ານເມືອງ
ນະຄອນຫຼວງວຽງຈັນ ກໍາລັງປະເຊີນ ການລະບາດໃນຊຸມຊົນ ພົບອີກ 24 ຄົນ ຢູ່ 11 ບ້ານ ເລື່ອງເດັ່ນ
ກຳລັງປ້ານຄັນນາ ແລ້ວຖືກຟ້າຜ່າ ເສຍຊີວິດ ທີ່ເມືອງຈໍາພອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme