Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ພາຍໃນປີນີ້ລາວ! ຈະໄດ້ຮັບວັກຊິນຕື່ມອີກ 2.434.580 ໂດສ

Posted on 20/09/202120/09/2021 By News No Comments on ພາຍໃນປີນີ້ລາວ! ຈະໄດ້ຮັບວັກຊິນຕື່ມອີກ 2.434.580 ໂດສ

ໂອກາດຖະແຫລງຂ່າວຕໍ່ສື່ມວນຊົນ ທີ່ກະຊວງສາທາລະນະສຸກ, ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ໃຫ້ຮູ້ວ່າ : ວັກຊີນທີ່ນຳເຂົ້າມາໃຊ້ ຢູ່ລາວປະຈຸບັນມີ 5 ຊະນິດ ປະກອບມີ ຊີໂນຟາມ, ອັດສະຕາຊີນີກາ, ສະປູກນິກ, ຟາຍເຊີ, ຈອນສັນ ແອນຈອນສັນ. ລວມທັງໝົດ 5,567,490ໂດສ. ຊຶ່ງວັກຊິນດັ່ງກ່າວ ໄດ້ແຈກຈ່າຍໄປໃຫ້ແຕ່ລະແຂວງ ໃນຂອບເຂດທົ່ວປະເທດ ເພື່ອສັກໃຫ້ກຸ່ມປະຊາກອນທີ່ມີອາຍຸ ແຕ່ 18 ປີຂື້ນໄປ ມາຮອດປະຈຸບັນ ສັກເຂັມທີ 1 ໄດ້ 2,788,830 ໂດສ ກວມເອົາ 38,01% ຂອງປະຊາກອນ ແລະເຂັມທີ 2 ສັກໄດ້ 1,907,657 ໂດສ ກວມເອົາ 26% ຂອງປະຊາກອນ. ໃນນັ້ນແຂວງທີ່ກາຍ 50% ຂື້ນໄປແລ້ວມີ ນະຄອນຫຼວງວຽງຈັນ ແລະແຂວງບໍ່ແກ້ວ ສ່ວນແຂວງອື່ນໆກໍສະເລັຽຢູ່ໃນ 38% ຂອງເຂັມທີ1. ສະນັ້ນປະຈຸບັນຢູ່ໃນແຕ່ລະແຂວງກໍພວມເລັງໃສ່ການສັກເຂັມທີສອງ ຂອງຊີໂນຟາມ ແລະ ອັດສະຕາຊີນິກາ ຂໍໃຫ້ພໍ່ແມ່ປະຊາຊົນບັນດາເຜົ່າຈົ່ງຮິບຮ້ອນເຂົ້າໄປບໍລິການເພື່ອສ້າງພູມຕ້ານທານໃຫ້ຕົນເອງ.

ດຣ ພອນປະເສີດ ອຸນາພົມ ຫົວໜ້າກົມອະນາໄມ ແລະສົ່ງເສີມສຸຂະພາບ ກະຊວງສາທາລະນະສຸກ ຍັງແຈ້ງໃຫ້ນັກຮຽນ ທີ່ຮຽນຈົບ ມ ປາຍ ປີນີ້ ທີ່ມີອາຍຸ 17ປີ ຈົ່ງໄປສັກວັກຊີນກັນພະຍາດໂຄວິດ-19 ເພື່ອຄວາມສະດວກໃນການເດີນທາງ ແລະເຂົ້າຫ້ອງສອບເສັງເຂົ້າມະຫາວິທະຍາໄລ, ພ້ອມນັ້ນແມ່ຍິງຖືພາ ທີ່ມີອາຍຸຂອງການຕັ້ງຄັນ 12 ອາທິດຂື້ນໄປກໍສາມາດສັກໄດ້ ເພາະກອງປະຊຸມທາງດ້ານວິຊາການຂອງອົງການອະນາໄມໂລກ ປະຈຳລາວ ແລະ ຄະນະກຳມະການແຫ່ງຊາດ ທາງດ້ານວິຊາການກ່ຽວກັບການສ້າງພູມຄຸ້ມກັນ NITAC ໄດ້ຄົ້ນຄົ້ວ ແລະເຫັນດີເປັນເອກະພາບ ແລະຍັງບໍ່ອະນຸຍາດໃຫ້ມີການສັກເຂັມທີ 3 ຊຶ່ງເອີ້ນວ່າ ບຸດສະເຕີ. ເຫດຜົນກໍຍ້ອນຍັງບໍ່ມີການວິໄຈທີ່ມາອ້າງອີງໄດ້ເທື່ອ ແລະວັກຊິນຢູ່ປະເທດເຮົາກໍຍັງມີຢູ່ໃນຂອບເຂດຈຳກັດ ສະນັ້ນຂໍໃຫ້ທຸກຄົນໄດ້ເຂົ້າເຖິງຢ່າງທົ່ວເຖິງກ່ອນ.

ສະເພາະໄຕມາດທີ 4 ປີນີ້ ສປປ ລາວ ຈະໄດ້ຮັບວັກຊີນຕື່ມອີກ 2.434.580 ໂດສ ໃນນັ້ນຈະໄດ້ຮັບຈາກລັດຖະບານ ສປຈີນ, ອົດສະຕາລີ, ກາແດງຈີນ ແລະການລະດົມທືນຈັດຊື້ຈາກພາກສ່ວນເອກະຊົນ. ຍ້ອນວ່າໃນທ້າຍປີນີ້ ທາງລັດຖະບານມີແຜນຈະເປີດເສັ້ນທາງລົດໄຟຄວາມໄວສູງ ຈາກຈີນສູ່ລາວ -ລາວສູ່ຈີນ ສະນັ້ນ, ມາດຕະການສັກວັກຊີນຄົບ 2ເຂັມຈະເປັນເງື່ອນໄຂໜຶ່ງທີ່ຈະຕ້ອງໄດ້ມີການກວດສອບ ຄືກັນກັບການເດີນທາງຢູ່ພາຍໃນປະເທດຂອງເຮົາ ສະນັ້ນບັນດາທ່ານກໍຈະຕ້ອງກຽມພ້ອມໃຫ້ໄດ້ສັກວັກຊີນໃຫ້ຄົບ 2ເຂັມເຊັ່ນດຽວກັນ.

ໂດຍ: ເຂີຍຫລ້າ

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ແຈ້ງການ! ໃຫ້ປິດບໍລິການຊຸບເປີມາເກັດ-ມິນິມາດ, ຕະຫຼາດກາງຄືນ ຮ້ານຈໍາໜ່າຍເຄື່ອງໃຊ້ຕ່າງໆ
Next Post: ສະພາບຕົວຈິງ ຍັງເປັນສິ່ງຫຍຸ້ງຍາກຕໍ່ເຈົ້າໜ້າທີ່

Related Posts

ດ່ວນເລີຍແຂວງວຽງຈັນອອກຄໍາສັ່ງລັອກດາວຢ່າງເຄັ່ງຄັດຮອດ 8 ຕຸລາ ເລື່ອງເດັ່ນ
ມອບປື້ມ “ເມື່ອທ່ານເປັນນາຍົກ” ແກ່ທ່ານນາຍົກ ເລື່ອງເດັ່ນ
ທໍາມະຊາດກາງເມືອງຫຼວງ – ສວນສາທາລະນະ ໜອງສະພັງເລນ ເລື່ອງເດັ່ນ
ປິ່ນປົວໂຄວິດຢູ່ເຮືອນຕ້ອງປະຕິບັດແນວໃດ? ຂ່າວສານບ້ານເມືອງ
ງານບຸນປີໃໝ່ເຜົ່າກືມມຸ (ບຸນເຕັດນືມ, ບຸນເກຼີ ) ປະຈຳປີ 2020 14-18 ມັງກອນ ທີ່ແຂວງອຸດົມໄຊ ເລື່ອງເດັ່ນ
ລັດຖະບານ ກຳລັງເອົາໃຈໃສ່ແກ້ໄຂຄວາມຫຍຸ້ງຍາກຂອງສະພາບເສດຖະກິດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme