Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ປກສ ເມືອງສີສັດຕະນາກ ອອກກວດກາລາດຕາເວນ ພົບເຫັນຮ້ານອິນເຕີເນັດກາເຟ ລະເມີດຄຳສັ່ງ ແລະແຈ້ງການ

Posted on 14/09/202114/09/2021 By News No Comments on ປກສ ເມືອງສີສັດຕະນາກ ອອກກວດກາລາດຕາເວນ ພົບເຫັນຮ້ານອິນເຕີເນັດກາເຟ ລະເມີດຄຳສັ່ງ ແລະແຈ້ງການ

ເວລາປະມານ 20:00 ໂມງ ຂອງວັນທີ 11 ກັນຍາ 2021 ເຈົ້າໜ້າທີ່ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ລົງກວດກາລາດຕາເວນ ພົບເຫັນຮ້ານອິນເຕີເນັດກາເຟ ອອບເບດ 1818 ຢູ່ບ້ານ ດົງສະຫວາດ ເມືອງສີສັດຕະນາກ ລະເມີດຄໍາສັ່ງເລກທີ 15/ນຍ ແລະ ຄໍາສັ່ງເລກທີ 015/ຈນວ, ລົງວັນທີ 30 ສິງຫາ 2021 ວ່າດ້ວຍການເພີ່ມທະວີ ການປ້ອງກັນ, ຄວບຄຸມ ແລະ ແກ້ໄຂການແຜ່ລະບາດໂຄວິດ-19 ຢູ່ ນະຄອນຫຼວງວຽງຈັນ.

ພັທ ໂອໄດ ພິມມະຈັນ ຫົວໜ້າພະແນກສັນຕິບານ ປກສ ເມືອງສີສັດຕະນາກ ນະຄອນຫຼວງວຽງຈັນ ໃຫ້ຮູ້ວ່າ: ການອອກກວດລາດຕາເວນ ແມ່ນປະຕິບັດຕາມທິດຊີ້ນຳຂອງ ຫົວໜ້າ ກອງບັນຊາການ ປກສ ເມືອງສີສັດຕະນາກ ຜ່ານການລົງກວດກາພົບເຫັນຮ້ານອິນເຕີເນັດກາເຟ ຂອງ ທ້າວ ກ້ວຍ ອາຍຸ 45 ປີ ອາຊີບທຸລະກິດ ຢູ່ບ້ານ ເກົ້າຍອດ ເມືອງສີສັດຕະນາກ ນວລະເມີດຂໍ້ຫ້າມທີ່ ຄະນະສະເພາະກິດວາງອອກ ຈຶ່ງໄດ້ສຶກສາອົບຮົມ ພ້ອມທັງຢຶດຄອມພິວເຕີ 1 ຊຸດ ມາຮັກສາໄວ້ ເພື່ອລໍຖ້າແກ້ໄຂ ແລະ ປະຕິບັດ.

ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ຮຽກຮ້ອງມາຍັງພົນລະເມືອງທຸກຄົນ ຈົ່ງປະຕິບັດສິດພັນທະ ແລະ ໜ້າທີ່ຂອງຕົນເຂົ້າໃນວຽກງານຮັກສາຄວາມສະຫງົບ ຖ້າພົບເຫັນບັນດາຫ້າງຮ້ານທີ່ລະເມີດແຈ້ງການ, ຄໍາສັ່ນທີ່ຂັ້ງເທີງວາງອອກ ຮີບຮ້ອນລາຍງານເຈົ້າໜ້າທີ່ ຫຼື ແຈ້ງມາທາງວອດແອັບເບີ 02028899774 ຫຼື ແຈ້ງຜ່ານຊ່ອງທາງເຟສບຸກ ປ້ອງກັນຄວາມສະຫງົບ ນະຄອນຫຼວງວຽງຈັນ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ຈຸດຈົບຂອງການເຮັດຜິດກົດໝາຍ ທັງຜົວທັງເມຍ
Next Post: ຈະລາຈອນ ນະຄອນຫຼວງວຽງຈັນ ຕັ້ງດ່ານກວດກາ ພົບຜູ້ລະເມີດຄໍາສັ່ງຈໍາຫຼາຍ

Related Posts

ນໍ້າຍັງຖ້ວມບ້ານວຽງຄໍາ ເມືອງຫີນເຫີບ ຫຼາຍກວ່າເກົ່າ ຂ່າວສານບ້ານເມືອງ
ແມ່ມານລູກໄດ້ 5 ເດືອນເສຍຊີວິດ ຍ້ອນຕິດເຊື້ອ ໂຄວິດ-19 ຂັ້ນຮຸນແຮງ ເລື່ອງເດັ່ນ
ທາງລົດໄຟລາວ-ຈີນ ຈະເປີດນໍາໃຊ້ຢ່າງເປັນທາງການແນ່ນອນໃນວັນທີ 2ທັນວາປີນີ້ ເລື່ອງເດັ່ນ
ບ້ານດອນຂັນເທີງ ເມືອງສຸຂຸມມາ ຖ້ວມແລ້ວ (ມີຄລິບ) ຂ່າວສານບ້ານເມືອງ
ລົດຈັກປະທະລົດໃຫຍ່ ທາງເຂດເມືອງຊຽງເງິນ ເສຍຊີວິດ 1 ຂ່າວສານບ້ານເມືອງ
ນະຄອນຫຼວງວຽງຈັນ ເພີ່ມມາດຕະການ ປ້ອງກັນ ການລະບາດຂອງ ໂຄວິດ-19 ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme