Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອຸຕຸເຕືອນ! ກຽມຮັບມືພາຍຸໂກນເຊິນ ຈະເຮັດໃຫ້ມີຝົນຕົກໜັກ

Posted on 09/09/202109/09/2021 By News No Comments on ອຸຕຸເຕືອນ! ກຽມຮັບມືພາຍຸໂກນເຊິນ ຈະເຮັດໃຫ້ມີຝົນຕົກໜັກ

ກົມອຸຕຸນິຍົມ ແລະ ອຸທົກກະສາດ ແຈ້ງເຕືອນພາຍຸເຂດຮ້ອນ ໂກນເຊິນ ສະບັບທີ 1 ໃນເວລາ 14:05 ໂມງຂອງວັນທີ 9 ກັນຍາ 2021 ພາຍຸເຂດຮ້ອນ ໂກນເຊິນ ມີສູນກາງຢູ່ເຂດທະເລຈີນໃຕ້ຕອນກາງ ໃນເສັ້ນຂະໜານທີ 15,8 ອົງສາເໜືອ ແລະ ເສັ້ນແວງທີ 115.6 ອົງສາຕາເວັນອອກ ກໍາລັງເຄື່ອນທີ່ມາທາງທິດຕາເວັນຕົກ ດ້ວຍຄວາມໄວ 30 ກິໂລແມັດຕໍ່ຊົ່ວໂມງ ແລະ ມີຄວາມໄວສູງສຸດຢູ່ໃກ້ຈຸດສູນກາງປະມານ 83 ກິໂລແມັດຕໍ່ຊົ່ວໂມງ. ຄາດຄະເນວ່າ ພາຍຸຫົວນີ້ຈະເຄື່ອນຂຶ້ນຝັ່ງທາງພາກກາງຕອນເທິງຂອງ ສສ ຫວຽດນາມ ໃນຕອນກາງເວັນຂອງວັນທີ 13 ກັນຍາ 2021. ຫຼັງຈາກນັ້ນ ຈະອ່ອນກຳລັງເປັນພາຍຸດີເປຼຊັນ ເຄື່ອນທີ່ຜ່ານພາກກາງ ຫາ ພາກເໜືອ ຂອງ ສປປ ລາວ ໃນໄລຍະວັນທີ 13 ຫາ 14 ກັນຍາ 2021 ນີ້, ຊຶ່ງຈະສົ່ງຜົນກະທົບຕໍ່ສະພາບອາກາດໃນ ສປປ ລາວ ດັ່ງນີ້:

ໄລຍະວັນທີ 12 ຫາ 13 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກໃຕ້.

ໄລຍະວັນທີ 13 ຫາ 15 ກັນຍາ 2021 ຈະມີຝົນຕົກໜັກ ແລະ ລົມພັດແຮງ ຢູ່ເຂດພາກກາງ ແລະ ພາກເໜືອ.

ແຈ້ງເຕືອນເຖີງ ພໍ່ແມ່ປະຊາຊົນບັນດາເຜົ່າທີ່ອາໄສຢູ່ບັນດາແຂວງດັ່ງກ່າວ ໂດຍສະເພາະຜູ້ທີ່ອາໄສຢູ່ຕາມລຽບຮ່ອມພູ ແລະ ແຄມແມ່ນ້ໍາຕ່າງໆ ຈົ່ງມີສະຕິລະມັດລະວັງຕໍ່ສະພາບດິນເຈື່ອນ, ນໍ້າຖ້ວມຊຸ ແລະ ນ້ໍາຖ້ວມຍຶ່ງ ທີ່ຈະເກີດຂຶ້ນໄດ້ໃນໄລຍະນີ້ ພ້ອມທັງກະກຽມ ຍົກຍ້າຍວັດຖຸສິ່ງຂອງທີ່ມີຄ່າ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ຕິດຕາມຂ່າວພະຍາກອນອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດ ໃນໄລຍະ 1 – 4 ວັນຕໍ່ໜ້ານີ້.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ຕັ ດ ສິ ນ ປ ະ ຫ າ ນ ຊີ ວິ ດ ຈ ຳ າ ເ ລີ ຍ 9 ຄົນ ຄ ະ ດີ ຢ າ ເ ສ ບ ຕ ິດ
Next Post: ຄວາມຄືບໜ້າ! ຄະດີແມ່ຕູ້ບົວຊ້ອຍໂດຍໄດ້ຮັບການຊ່ວຍເຫຼືອສູ້ຄະດີ

Related Posts

ປະຈຸບັນແຂວງຫລວງພະບາງມີບ້ານເຂດແດງ 13 ບ້ານ ເລື່ອງເດັ່ນ
ອ່ານແລະບັນທຶກເບີດ່ວນ ແຂວງຄໍາມ່ວນແຈ້ງການກຽມພ້ອມຮັບມືໄພພິບັດຈາກພາຍຸລະດູຮ້ອນ ເລື່ອງເດັ່ນ
ເຕືອນໄພໃຫ້ເຝົ້າລະວັງພາຍຸດຽນມູ Dianmu 24ຫາ26 ກັນຍາ ພາກກາງພາກໃຕ້ ເລື່ອງເດັ່ນ
ຈະລາຈອນ ນວ ຖືເອົາວຽກງານກວດກາພາຫະນະເປັນບູລິມະສິດ ເລື່ອງເດັ່ນ
ເຈົ້າແຂວງໄຊຍະບູລີລົງຕິດຕາມໂຄງການກໍ່ສ້າງເສັ້ນທາງຍຸດທະສາດເມືອງປາກລາຍທົ່ງມີໄຊ ເລື່ອງເດັ່ນ
ຂ່າວພົບຜູ້ຕິດເຊື້ອເພີ່ມໃໝ່ 414ຄົນ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme