Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຫຼວງພະບາງແຈ້ງການດ່ວນ! ເພີ່ມທະວີເຂັ້ມງວດປ້ອງກັນໂຄວິດ

Posted on 09/09/202109/09/2021 By News No Comments on ຫຼວງພະບາງແຈ້ງການດ່ວນ! ເພີ່ມທະວີເຂັ້ມງວດປ້ອງກັນໂຄວິດ

ຫຼວງພະບາງແຈ້ງການ! ເພີ່ມທະວີໃນການເປັນແບບຢ່າງເພື່ອປ້ອງກັນການແຜ່ລະບາດ ໂຄວິດ ໃນ ນະຄອນຫຼວງພະບາງ

ມາຮອດຕົ້ນເດືອນກັນຍາ ການແຜ່ລະບາດຂອງໂຄວິດ-19 ກໍ່ຍັງເພີ່ມຂຶ້ນຢ່າງຕໍ່ເນື່ອງ ໂດຍການຕິດເຊື້ອໃນຊຸມຊົນກຸ່ມຄົນ ແລະຄອບຄົວ, ຫຼ້າສຸດນີ້ນະຄອນຫຼວງພະບາງ ພົບຜູ້ຕິດເຊື້ອໂຄວິດ-19 ເຊິ່ງເປັນພະນັກງານພາຍໃນ ຫ້ອງການສະຫະພັນນັກຮົບເກົ່າ ແລະ ເຫັນວ່າມີຜູ້ທີ່ສຳຜັດໃກ້ສິດທີ່ເປັນພະນັກງານຫ້ອງຈຳນວນໜຶ່ງ.

ດ້ວຍເຫດນັ້ນ ເພື່ອເປັນການແກ້ໄຂສະຖານະການບໍ່ໃຫ້ເຊື້ອພະຍາດລຸກລາມບານປາຍ ເຈົ້ານະຄອນຫຼວງພະບາງ ຈຶ່ງອອກແຈ້ງການດ່ວນ ສະບັບເລກທີ 989/ຈນ.ຫຼບ ລົງວັນທີ 6 ກັນຍາ 2021 ໃນການປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນຫຼວງພະບາງ ເພື່ອປ້ອງກັນ, ສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂການລະບາດພະຍາດ ໂຄວິດ-19 ທີ່ອາດເປັນວົງກວ້າງຢູ່ນະຄອນ ຫຼວງພະບາງ.

ລາຍລະອຽດແຈ້ງການລະບຸວ່າ: ປະຈຸບັນໄດ້ມີຜູ້ຕິດເຊື້ອໂຄວິດ-19 ແລະ ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອ ກໍລະນີທີ 50 ຂອງແຂວງຫຼວງພະບາງ ເພື່ອຮັບປະກັນບໍ່ໃຫ້ມີການແຜ່ຂະຫຍາຍອອກເປັນວົງກວ້າງ ແນໃສ່ເຮັດໃຫ້ພໍ່ແມ່ປະຊາຊົນ, ພະນັກງານ ມີຄວາມປອດໄພ ແລະ ບໍ່ໃຫ້ມີຜົນກະທົບຕໍ່ຊີວິດ, ສຸຂະພາບ ແລະ ເຮັດໃຫ້ສະຖານທີ່ດັ່ງກ່າວໄດ້ຮັບການສີດຢາຂ້າເຊື້ອຢ່າງທັນເວລາ ດັ່ງນັ້ນ, ເຈົ້ານະຄອນ ຫຼວງພະບາງ ໄດ້ອອກຄໍາສັ່ງ ດັ່ງນີ້:

1. ປິດປະຈໍາການຊົ່ວຄາວ ຫ້ອງການສະຫະພັນນົກຮົບເກົ່າ ນະຄອນ ຫຼວງພະບາງ.

2. ຫ້າມພະນັກງານ ແລະ ບຸກຄົນທີ່ໄດ້ຜູ້ສໍາຜັດ, ໃກ້ຊິດ ກັບຜູ້ຕິດເຊື້ອໂຄວິດ-19 ເຄື່ອນໄຫວຢູ່ຊຸມຊົນ, ຕາມສະຖານທີ່ຕ່າງໆເປັນເດັດຂາດ ແລະ ໃຫ້ພະນັກງານທັງຫມົດຢູ່ພາຍໃນຫ້ອງການສະຫະພັນນົກຮົບເກົ່ານະຄອນ ຫຼວງພະບາງ ຈໍາກັດບໍລິເວນຢູ່ສູນ ຫຼື ຢູ່ເຮືອນຂອງຕົນ ຕາມການແນະນໍາຂອງຄະນະສະເພາະກິດຢ່າງເຂັ້ມງວດ ນັບແຕ່ວັນທີ 6 – 26 ກັນຍາ 2021.

3. ຜູ້ທີ່ມີຄວາມສ່ຽງຕ້ອງຮີບຮ້ອນລາຍງານຕົວເພື່ອເຂົ້າກວດຫາເຊື້ອພະຍາດໂຄວິດ-19 ຢູ່ໂຮງຫມໍທະຫານ 107.

4. ມອບໃຫ້ຄະນະພັກ, ສະເພາະກິດຂັ້ນນະຄອນ, ປະທານ-ຮອງປະທານ ສະຫະພັນນັກຮົບເກົ່າ ຊີ້ນໍາຕາມຄໍາແນະນໍາທີ່ທາງຄະນະສະເພາະກິດວາງອອກຢ່າງເຂັ້ມງວດ(ຖ້າບຸກຄົນໃດຝ່າຝືນແມ່ນໃຫ້ປະຕິບັດວິໄນຕາມລະບຽບການ).

5. ຄໍາສັ່ງສະບັບນີ້ ເລີ່ມຈັດຕັ້ງປະຕິບັດນັບແຕ່ວັນທີ 6 ກັນຍາ 2021 ເປັນຕົ້ນໄປ ຈົນກ່ວາຈະມີການປ່ຽນແປງ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ສາລະວັນແຈ້ງການ! ກຽມລັອກດາວຂັ້ນສູງໃຫ້ກຽມສະບຽງອາຫານ ແລະ ເຄື່ອງໃຊ້ຈໍາເປັນ
Next Post: ຄວາມຄືບໜ້າການກໍ່ສ້າງຂົວນໍ້າພະນາຍ ບ້ານເກີນ

Related Posts

ເຮັດແທ້! ຄຳມ່ວນເຂັ້ມງວດໃນການປະຕິບັດຄຳສັ່ງ 08/ຈຂ ເລື່ອງເດັ່ນ
ໃສ່ລະບຽບຮ້ານສະນຸກເກີ! ຖ້າຍັງລະເມີດຈະຖືກດຳເນີນມາດຕະການ ເລື່ອງເດັ່ນ
ສານອວຍພອນປີໃໝ່ລາວ ຈາກປະທານປະເທດ ຂ່າວສານບ້ານເມືອງ
ເສຍຫາຍ 2 ຄັນ ໄຟໄໝ້ລົດຂົນເບຍ ຂ່າວສານບ້ານເມືອງ
ຈົ່ງພ້ອມກັນນໍາເອົາລູກຫຼານຂອງຕົນໄປສັກຢາວັກແຊງປ້ອງກັນພະຍາດມະເຮັງປາກມົດລູກ ເລື່ອງເດັ່ນ
ແຂວງ ຢູນນານ ສປ ຈີນ ຊ່ວຍເຫຼືອແຂວງ ຈຳປາສັກຕ້ານໂຄວິດ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme