Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເມືອງປາກກະດິງ ທຳລາຍສິນຄ້າເສຍຄຸນ
ແລະ ສິນຄ້າຕ້ອງຫ້າມ ມູນຄ່າ 48 ລ້ານກວ່າກີບ

Posted on 09/09/202109/09/2021 By News No Comments on ເມືອງປາກກະດິງ ທຳລາຍສິນຄ້າເສຍຄຸນ
ແລະ ສິນຄ້າຕ້ອງຫ້າມ ມູນຄ່າ 48 ລ້ານກວ່າກີບ

ແຫລ່ງຂ່າວຈາກແຂວງບໍລິຄຳໄຊ ໃຫ້ຮູ້ວ່າ: ເມື່ອບໍ່ດົນມານີ້, ຄະນະກຳມະ ການຄຸ້ມຄອງອາຫານ ແລະ ຢາ ເມືອງປາກກະດິງ ຈັດພິທີທຳລາຍ ສິນຄ້າເສຍຄຸນ, ສິນ ຄ້າຕ້ອງ ຫ້ າ ມ ແລະ ຢ າຕ້ອງຫ້າມ ຈໍານວນ 36 ລາຍການ ລວມມູນຄ່າ 48 ລ້ານກ່ວາກີບ ໂດຍມີ ທ່ານ ບຸນຍັງ ອຸ່ນຊຽງໃໝ່ ຮອງເຈົ້າເມືອງປາກກະດິງ, ມີຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ຂັ້ນເມືອງ ເຂົ້າຮ່ວມ.

ສິນຄ້າເສຍຄຸນ, ສິນຄ້າຕ້ອງຫ້າມ ແລະ ຢາຕ້ອງຫ້າມ ທີ່ນໍາມາທໍາລາຍໃນຄັ້ງນີ້, ໄດ້ມາຈາກການລົງຕິດຕາມກວດກາຂອງ ຄະນະກຳມະການຄຸ້ມຄອງອາຫານ ແລະ ຢ າ ຂັ້ນເມືອງປາກກະດິງ ໃນລະຫວ່າງທ້າຍເດືອນກໍລະກົດ ຫາ ຕົ້ນເດືອນສິງຫາ ຜ່ານມາ ໂດຍໄດ້ກວດທັງໝົດ 216 ຮ້ານ, ໃນນັ້ນ ກວດພົບເຄື່ອງບໍລິໂພກເສຍຄຸນ, ໝົດອາຍຸ ຢູ່ 100 ຮ້ານ, ມີເຄື່ອງບໍລິໂພກທີ່ເສຍຄຸນ 35 ລາຍການ ເປັນຕົ້ນ ເຂົ້າໜົມ, ເຄື່ອງດື່ມ, ໝີ່ສຳເລັດຮູບ, ເຄື່ອງບໍລິໂພກໃນຄົວເຮືອນ, ອາຫານແຊ່ແຂງ ແລະ ເຄື່ອງສຳອາງ ລວມມູນຄ່າ 44,5 ລ້ານກວ່າກີບ; ກວດພົບສິນຄ້າຕ້ອງຫ້າມ ປະເພດ ຢ າ ສູ ບ ອີ ຊີ່ ຈຳນວນ 15 ຕຸດ ມູນຄ່າ 1,2 ລ້ານກີບ ແລະ ກວດພົບຢາປົວພະຍາດ ທີ່ລັກຂາຍຕາມຮ້ານຂາຍເຄື່ອງ ທີ່ບໍ່ແມ່ນຮ້ານຂາຍ ຢ າ ຈຳນວນ 15 ລາຍການ ລວມມູນຄ່າ 2,2 ລ້ານກວ່າກີບ.

ຈາກນັ້ນ, ຄະນະກຳມະການຄຸ້ມຄອງອາຫານ ແລະ ຢາ ກໍໄດ້ເຮັດບົດບັນທຶກ ແລະ ສຶກສາອົບຮົມ ພ້ອມທັງອາຍັດສິນຄ້າດັ່ງກ່າວນັ້ນໄວ້ ແລະ ໄດ້ຈັດພິທີທຳລາຍຢ່າງເປັນທາງການ.

ຂ່າວ: ແສງທອງ

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ຈະລາຈອນ ນວ ເຂັ້ມງວດກວດກາ ສຶກສາຜູ້ລະເມີດ
Next Post: ແຮງງານລາວ ທີ່ກັບຈາກປະເທດເພື່ອນບ້ານຍັງສືບຕໍ່ເດີນທາງເຂົ້າສູນກັກກັນ

Related Posts

ລັອດໃຫຍ່ໄປບໍ່ລອດຊົມເຊີຍເຈົ້າໜ້າທີ່ຫຼວງພະບາງ ຂ່າວສານບ້ານເມືອງ
ວັດກາງ ບ້ານຫລິ່ງຊັນ ເມືອງທຸລະຄົມ ແຂວງວຽງຈັນ ເປັນວັດເກົ່າແກ່ ຫນ້າສຶກສາຄົ້ນຄວ້າເປັນທີ່ສຸດ ເລື່ອງເດັ່ນ
ດ່ານແລະຈຸດກວດໄລຍະລັອກດ່າວ ນະຄອນຫຼວງວຽງຈັນ ເລື່ອງເດັ່ນ
ກຽມຄວາມພ້ອມຕ້ອນຮັບການມາຮອດ ຂອງລົດໄຟຂະບວນລ້ານຊ້າງ ເລື່ອງເດັ່ນ
ຊຽງຂວາງປະກາດ! ຜູ້ທີ່ໄປຮ່ວມງານເຮືອນດີນີ້ ຮີບໄປກວດເກັບຕົວຢ່າງ ຫຼັງພົບ 2 ຄົນຕິດເຊື້ອໂຄວິດ ເລື່ອງເດັ່ນ
Glory and Stunning Skyview of Kuangsi Waterfall ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme