Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັບເດດບ້ານເຂດແດງ ຢູ່ນະຄອນຫຼວງວຽງຈັນ ປະຈຳວັນທີ 6 ກັນຍາ 2021

Posted on 06/09/202106/09/2021 By News No Comments on ອັບເດດບ້ານເຂດແດງ ຢູ່ນະຄອນຫຼວງວຽງຈັນ ປະຈຳວັນທີ 6 ກັນຍາ 2021

ສະພາບການລະບາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 5 ກັນຍາ 2021: ໄດ້ກວດວິເຄາະທັງໝົດ 2,479 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ125 ຄົນເຊິ່ງ ຕິດເຊື້ອໃນຊຸມຊົນ 50 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ແລະ ກໍລະນີນໍາເຂົ້າ ມີ 75 ຄົນ ຈາກ ສະຫວັນນະເຂດ 46 ຄົນ, ຈໍາປາສັກ 15 ຄົນ, ສາລະວັນ 6 ຄົນ, ນະຄອນຫຼວງວຽງຈັນ 4 ຄົນ ແລະ ຄໍາມ່ວນ 4 ຄົນ. ເຊິ່ງກວດພົບຈາກແຮງງານລາວ ຫຼື ຜູ້ທີ່ເດີນທາງມາຈາກປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.

ບ້ານເຂດແດງໃນນະຄອນຫຼວງວຽງຈັນປະຈຳວັນທີ 6 ກັນຍາ 2021

ລາຍລະອຽດ ຜູ້ຕິດເຊື້ອໃນຊຸມຊົນ ຢູ່ບັນດາແຂວງ ເຊິ່ງແມ່ນເປັນຜູ້ສຳຜັດໃກ້ຊີດກັບຜູ້ຕິດເຊື້ອທີ່ຜ່ານມາ ລາຍລະອຽດດັ່ງນີ້:

ຈໍາປາສັກ 16 ຄົນ: ທັງໝົດແມ່ນ ຈຸ້ມຂອງເມືອງ ປະທຸມພອນ,​ ໃນນັ້ນ ຈາກບ້ານສ້າງທ່ຽງ ນະຄອນປາກເຊ 1 ຄົນ

ຄໍາມ່ວນ 15 ຄົນ:

– 14 ຄົນ (8 ຄົນ ຈາກຕະຫລາດຫຼັກ 2 ແລະ 6 ຄົນ ຈາກຕະຫລາດຫຼັກ 3)

–  1 ຄົນ ແມ່ນເຈົ້າໜ້າທີ່ຕຳຫລວດ ຄ້າຍຄຸມຂັງ

ສະຫວັນນະເຂດ 8 ຄົນ:  

– ເປັນພະນັກງານແພດປະຈໍາຢູ່ສູນຫຼັກ 9 ຈຳນວນ 04 ຄົນ ເຂົ້າມາປະຈໍາການວັນທີ 24 ສີງຫາ 2021 ເຊິ່ງເປັນທີມແພດ ມາຈາກເມືອງອາດສະພັງທອງ, (ທ່ານໝໍ 01 ຄົນ ແລະ  ພະຍາບານ 02 ຄົນ) ແລະ ພະຍາບານຈາກ ເມືອງພິນ 01 ຄົນ.

–  04 ຄົນ ເຊິ່ງເປັນທີມງານແພດຈາກໂຮງໝໍສູນກາງ ທີ່ລົງໄປຊ່ວຍວຽກ ຢູ່ສະຖານທີ່ຄຸມຂັງ ແຂວງສະຫວັນະເຂດ

ບໍ່ແກ້ວ 8 ຄົນ: ມາຈາກ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ຈີນ 6 ຄົນ, ພະມ້າ 01 ຄົນ ແລະ ລາວ 01 ຄົນ).

ສາລະວັນ 2​ ຄົນ:​ ລູກຊາຍຝາແຝດ ຊື່ງພໍ່ ແລະ ແມ່ຕິດເຊື້ອ ເປັນພະນັກງານໄອຍະການ ແຂວງສາລະວັນ ທີ່ໄດ້ລາຍງານໃນວັນທີ 5 ກັນຍາ 2021.

ຫຼວງພະບາງ 1 ຄົນ:  ເປັນເພດຊາຍ, ອາຊີບ: ກໍາມະກອນກໍ່ສ້າງທາງລົດໄຟ ຊື່ງຜູ້ກ່ຽວ ເດີນທາງມາຈາກເມືອງນາຊາຍທອງ, ນະຄອນຫລວງວຽງຈັນ ເດີນທາງກັບໄປຫລວງພະບາງ ແລ້ວຖືກນຳສົ່ງເຂົ້າສູນຈຳກັດບໍລິເວນ ທີ່ທາງແຂວງໄດ້ກຳນົດໄວ້.

ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້. ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 16,058 ຄົນ, ເ ສ ຍ ຊີ ວິ ດ ສ ະ ສົ ມ 16 ຄົນ ແລະ ຄົນເຈັບກໍາລັງປິ່ນປົວ ທັງໝົດ 5,394 ຄົນ.

ຜູ້ທີ່ມີຈຸດປະສົງຢາກກວດຊອກຫາເຊື້ອໂຄວິດ-19  ສຳລັບ ນະຄອນຫຼວງວຽງຈັນນີ້ ແມ່ນ ຢູ່ຈຸດເກັບຕົວຢ່າງບຶງຂະຫຍອງ ເຊິ່ງເປີດໃຫ້ບໍລິການບັນດາທ່ານທຸກວັນ (ວັນຈັນ ຫາ ວັນອາທິດ) ໃນຕອນເຊົ້າ ເວລາ 9:00-12:00 ໂມງ ແລະ ຍັງມີທີມງານເກັບຕົວຢ່າງເຄື່ອນທີ່ໄປເກັບໃນສະຖານທີ່ທີ່ມີລາຍງານຄົນເຈັບຕິດເຊື້ອ. ສຳລັບແຂວງ ແມ່ນທ່ານສາມາດໄປກວດຊອກຫາເຊື້ອໄດ້ຢູ່ໂຮງໝໍແຂວງ ຫຼື ສະຖານທີ່ທີ່ກຳນົດໄວ້.

ບັນດາທ່ານທີ່ນັບຖື ແລະ ຮັກແພງທັງຫຼາຍ.

ສະພາບການລະບາດຂອງພະຍາດນີ້ ທັງໃນທົ່ວໂລກ, ບັນດາປະເທດໃກ້ຄຽງ ແລະ ໃນປະເທດເຮົາ ແມ່ນຍັງບໍ່ທັນມີທ່າອ່ຽງທີ່ຈະຄົງທີ່ ຫຼື ຫຼຸດລົງເທື່ອ. ດັ່ງທີ່ພວກເຮົາ ເຫັນໄດ້ຈາກຕົວເລກ ທີ່ຫຼາຍແຂວງມີລາຍງານການລະບາດໃນຊຸມຊົນເພິ່ມຂຶ້ນ

ໃນໄລຍະອາທິດທີ່ຜ່ານມາ ເຫັນວ່າ ຕົວເລກການຕິດເຊື້ອ ໃນພະນັກງານດ່ານໜ້າ ແມ່ນເພີ້ມຂື້ນຫຼາຍພໍສົມຄວນ ເຊິ່ງສົ່ງຜົນກະທົບຕໍ່ພະນັກງານສາທາລະນະສຸກ, ພະຍາບານ, ທະຫານ, ຕຳຫຼວດ ທີ່ມີຈຳນວນຈຳກັດຢູ່ແລ້ວ ແລະ ກໍ່ຍັງຕ້ອງໄດ້ສືບຕໍ່ປະຕິບັດໜ້າທີ່ ເພື່ອຮັບໃຊ້ປະຊາຊົນບັນດາເຜົ່າ ໃນສະພາວະທີ່ຫຍຸ້ງຍາກ.  ໃນຈຳນວນຕົວເລກລາຍງານການຕິດເຊື້ອໃໝ່ໃນແຕ່ລະວັນນັ້ນ ກໍ່ຍັງພົບເຫັນວ່າ ການຮັບວັກຊີນ ກໍ່ບໍ່ທັນຄົບ ຫຼື ບໍ່ທັນໄດ້ຮັບເທື່ອ. ນອກ

ຈາກນັ້ນ ການປ້ອງກັນຕົນເອງ ໃນສະຖານທີ່ເຮັດວຽກ, ສະຖານທີ່ຈຳກັດບໍລິເວນ, ດ່ານເຂົ້າ-ອອກ, ໂຮງໝໍພາກສະໜາມ… ກໍ່ຍັງບໍ່ທັນໄດ້ປະຕິບັດຢ່າງເຂັ້ມງວດ ຕາມຂ້ໍແນະນຳທາງດ້ານວິຊາການ ຈຶ່ງເຮັດໃຫ້ມີການຕິດເຊື້ອເກີດຂຶ້ນ;ປັດຈຸບັນ ສັງຄົມໃຫ້ຄວາມສົນໃຈຫຼາຍ ກ່ຽວກັບ ການສັກວັກຊີນເຂັມ 3 (Booster). ຕໍ່ບັນຫາດ່ັງກ່າວ, ຍັງບໍ່ທັນມີຫຼັກຖານຢັ້ງຢືນ ທາງດ້ານວິທະຍາສາດ ຈາກອົງການອະນາໄມໂລກ ກໍ່ຄື ນະໂຍບາຍຂອງກະຊວງສາທາລະນະສຸກ ວ່າ ມັນສາມາດກະຕຸ້ນພູມຄຸ້ມກັນເພິ່ມຂຶ້ນໄດ້ ດັ່ງທີ່ຖືກຍົກຂຶ້ນໃນສື່ສັງຄົມອອນລາຍ. ແຕ່ເຖິງຢ່າງໃດກໍ່ຕາມ, ພັກ-ລັດຖະບານ ກໍ່ຄື ກະຊວງສາທາລະນະສຸກ ແມ່ນໄດ້ ຕິດຕາມຢ່າງໃກ້ຊິດ ແລະ ມອບໝາຍໃຫ້ທີມງານວິຊາການ ໂດຍສົມທົບກັບອົງການອະນາໄມໂລກ ຄົ້ນຄວ້າ,​ ສັງລວມຂໍ້ມູນ ກ່ຽວກັບ ການສັກວັກຊີນເຂັມທີ 3 ລວມທັງ ການສັກວັກຊີນໃນກຸ່ມອາຍຸຕໍ່າກວ່າ 18 ປີ ລວມທັງ ການສັກວັກຊີນຊະນິດໄຂ່ວຊະນິດກັນ ເພື່ອນຳສະເໜີໃຫ້ແກ່ກອງປະຊຸມຄະນະສະເພາະກິດ ເປັນບ່ອນອິງໃນການຕັດສິນວາງມາດຕະການໃນຕໍ່ໜ້າ. ປັດຈຸບັນ ພວກເຮົາໄດ້ຮັບລາຍງານ ວ່າມີກຸ່ມຄົນຈຳນວນໜຶ່ງ ທີ່ພະຍາຍາມໄປຈຸດບໍລິການສັກວັກຊີນ ເພື່ອສັກເຂັມທີ 3​ ເຊິ່ງພວກເຮົາໄດ້ມີການກວດກາຢ່າງເຄັ່ງຄັດ ແລະ ຖືວ່າ ການກະທຳດັ່ງກ່າວ ຜິດຕໍ່ລະບຽບຫຼັກການ ຈຶ່ງແຈ້ງມາຍັງບັນດາທ່ານ ວ່າການສັກວັກຊີນຄົບໂດສ ຍັງມີປະສິດທິພາບ ແລະ​ ປະສິດທິຜົນສູງ;

ໃນໄລຍະນີ້, ສັງເກດເຫັນວ່າ ປະຊາຊົນ ຈຳນວນຫຼາຍ ໃຫ້ຄວາມສົນໃຈຕໍ່ການດູແລສຸຂະພາບຕົນເອງ ໂດຍການອອກກຳລັງກາຍຢູ່ສວນສາທາລະນະຕ່າງໆ, ພ້ອມດຽວກັນນັ້ນ ຫຼາຍທ່ານກໍ່ໃສ່ຜ້າປິດປາກ-ດັງ ໃນເວລາອອກກຳລັງກາຍ. ສະນັ້ນ,​ ຂ້າພະເຈົ້າ ຈຶ່ງມີຂໍ້ແນະນຳໃນການປະຕິບັດການປ້ອງກັນຕົນເອງ ໃນໄລຍະທີ່ທ່ານອອກກຳລັງກາຍ ດັ່ງຕໍ່ໄປນີ້:

– ການໃສ່ຜ້າປິດປາກ-ດັງ ກໍ່ເປັນວິທີປ້ອງກັນການຕົນເອງທີ່ດີ ແຕ່ວ່າ ໃນເວລາອອກກຳລັງກາຍ ຮ່າງກາຍຈະຕ້ອງການອາກາດຫາຍໃຈເພິ່ມຂຶ້ນ. ສະນັ້ນ ໃນເວລາອອກກຳລັງກາຍ ເຫື່ອຈະຖືກຂັບອອກຫຼາຍ ຈຶ່ງບໍ່ຄວນໃສ່ຜ້າປິດປາກ-ດັງ ເພາະຈະເຮັດໃຫ້ທ່ານຫາຍໃຈບໍ່ສະດວກ. ຈຶ່ງແນະນຳໃຫ້ທ່ານຮັກສາໄລຍະຫ່າງຢ່າງໜ້ອຍ 2 ແມັດຂຶ້ນໄປ ເວລາອອກກຳລັງກາຍ.

ມາຮອດນີ້ ການລາຍງານສະພາບ ໂ ຄ ວິ ດ ປະຈໍາວັນຈັນ ວັນທີ 6 ກັນຍາ ປີ 2021 ຂອງຂ້າພະເຈົ້າ ໄດ້ສີ້ນສຸດພຽງເທົ່ານີ້. ຂໍສະແດງຄວາມຂອບໃຈມາຍັງບັນດາທ່ານທີ່ຕິດຕາມຊົມ ແລະ ຮັບຟັງ (ຂອບໃຈ)

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ເລື່ອງເດັ່ນ

Post navigation

Previous Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມ 125ຄົນ
Next Post: ສານຂອງ ທ່ານ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວເນື່ອງໃນໂອກາດ ວັນໄຂສົກຮຽນໃໝ່ 2021-2022

Related Posts

ຄໍາມ່ວນອອກແຈ້ງການດ່ວນ! ຕໍ່ຜູ້ທີ່ລະເມີດຄໍາສັ່ງຂອງເຈົ້າແຂວງຄໍາມ່ວນ ເລື່ອງເດັ່ນ
ອຸຕຸເຕືອນ! ຝົນຈະຕົກໜັກໄລຍະວັນທີ 6 ຫາ 9 ກັນຍານີ້ ເລື່ອງເດັ່ນ
ເກີດເຫດ! ລົດພວງຂົນແຮ່ເສຍຫຼັກຕໍາກໍາແພງເຮືອນປະຊາຊົນ ເລື່ອງເດັ່ນ
ພະຍາກອນອາກາດ ປະຈໍາວັນທີ 6 ພຶດສະພາ 2022 ເລື່ອງເດັ່ນ
ຄິດການໃຫຍ່! ຈ ັບ ກຸ່ ມ ແ ກ້ ງ ລັ ກ ຊັ ບ ຂ ອ ງ ຊາດ ເລື່ອງເດັ່ນ
ແຂວງຫົວພັນອອກແຈ້ງການ! ແນະນຳສຳລັບມາດຕະການຫ້າມ ແລະ ຜ່ອນຜັນ ປ້ອງກັນການລະບາດຂອງໂຄວິດ ເລື່ອງເດັ່ນ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme