Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເປັນແມ່ຄ້າອອນລາຍ! ແຕ່ຂາຍເຄື່ອງແບບຜິດກົດໝາຍ

Posted on 30/08/202130/08/2021 By News No Comments on ເປັນແມ່ຄ້າອອນລາຍ! ແຕ່ຂາຍເຄື່ອງແບບຜິດກົດໝາຍ

ພັທ ບຸນມີ ກັນຕິຍາວົງ ຮອງຫົວໜ້າ ກອງບັນຊາການ ເມືອງນາຊາຍທອງ ນະຄອນຫຼວງວຽງຈັນ ເປີດເຜີຍວ່າ: ພາຍຫຼັງໄດ້ຮັບແຈ້ງຄວາມຈາກຜູ້ເ ສ ຍ ຫ າ ຍວ່າ: ໄດ້ມີຜູ້ນຳໃຊ້ສື່ສັງຄົມອອນລາຍ ອອກຊື່ ນາງ ວັນມະນີສອນ ວັນເບີກບານ ແລະ ນາງ ລັດສະໜີ ຖາວອນ ປະກາດຮັບຊື້-ຂາຍປະເພດລົດຈັກ ມີເອກະສານ ແລະ ບໍ່ມີເອກະສານ ທຸກປະເພດ ຜ່ານທາງເຟສບຸກ ຂອງຜູ້ກ່ຽວ. ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ຈຶ່ງໄດ້ຈັດຕັ້ງກຳລັງວິຊາສະເພາະ ລົງເຄື່ອນໄຫວຕິດຕາມນຳຕົວເປົ້າໝາຍ.

ມາຮອດວັນທີ 27 ສິງຫາ 2021, ເວລາ 19:35 ໂມງ ຈຶ່ງສາມາດກັກຕົວເປົ້າໝາຍທັງ 2 ຄົນໄດ້ ພ້ອມຂອງກາງລົດຈັກ 2 ຄັນ ຢູ່ທີ່ເຮືອນຂອງພວກກ່ຽວ ຄື: ນາງ ມະນີສອນ ອາຍຸ 21 ບ້ານໜອງຍາວ ແລະ ນາງ ລັດສະເໝີ ອາຍຸ 20 ປີ ບ້ານດົງບອງ ທັງສອງແມ່ນຢູ່ ເມືອງນາຊາຍທອງ ນວ.

ຜ່ານການສອບສວນຂອງເຈົ້າທີ່, ພວກກ່ຽວທັງ 2 ໄດ້ໃຫ້ການຮັບສາລະພາບວ່າ: ຜ່ານມາ, ພວກກ່ຽວໄດ້ເປີດນຳໃຊ້ເຟສບຸກ (facebook) ດັ່ງກ່າວແທ້ ໂດຍຮັບຊື້-ຂາຍລົດຈັກ ມີເອກະສານ ແລະ ບໍ່ມີເອກະສານທຸກປະເພດ; ເຊິ່ງໄດ້ຊື້-ຂາຍມາທັງໝົດ 3 ຄັ້ງ ຄື: ຄັ້ງທີ 1 ໃນເດືອນ ເມສາ 2021, ພວກກ່ຽວໄດ້ຊອກຮູບລົດຈັກສະກຸບປີ້ໃນເຟສບຸກ ມາຂາຍເພື່ອຮັບເອົາຄ່ານາຍໜ້າ ຄັ້ງທີ 2 ໄດ້ໂພດຂາຍລົດ CPX ໃນລາຄາ 19.000.000 ກີບ (ບໍ່ມີເອກະສານ) ແລະ ຄັ້ງສຸດທ້າຍໄດ້ໂພດຂາຍລົດຄຣິກສີແດງ ໃນລາຄາ 14.000.000 ກີບ. ໃນເທື່ອນີ້, ຜູ້ເ ສ ຍ ຫ າ ຍ ໄດ້ໂອນເງິນມາໃຫ້ກ່ອນ ແຕ່ພວກກ່ຽວຍັງບໍ່ທັນໄດ້ລົດຄັນດັ່ງກ່າວ ຈຶ່ງຖືກເຈົ້າໜ້າທີ່ເຂົ້າ ຈັ ບ ຕົວກ່ອນ.

ພັທ ບຸນມີ ກັນຕິຍາວົງ ຍັງໃຫ້ຮູ້ເຕີມອີກວ່າ: ການກະທຳດັ່ງກ່າວຂອງພວກກ່ຽວທັງ 2 ແມ່ນເປັນການກ ະ ທ ຳາ ຜິ ດ ໂດຍເຈດຕະນາ; ເຊິ່ງເຮັດໃຫ້ຊັບສົມບັດຂອງຄົນອື່ນ ໄດ້ຮັບຄວາມ ເ ສ ຍ ຫ າ ຍ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມເປັນລະ ບຽບຮຽບຮ້ອຍ ທີ່ຜິ ດຕໍ່ປະມວນກົດໝາຍອາຍາ ມາດຕາ 244 ໃນຖານຊື້-ຂາຍຊັບຢ່າງຜິດກົດໝາຍ(ຊື້-ຂາຍລົດຈັກ) ເຈົ້າໜ້າທີ່ຈິ່ງໄດ້ກັກຕົວພວກກ່ຽວດໍາເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

Vientiane Update News

Post navigation

Previous Post: ຈັບ ແ ມ່ ຄ້ າ ອ ອ ນ ລ າ ຍ ຊື້ – ຂ າ ຍ ຊັ ບ ຜິ ດ ກົ ດ ໝ າ ຍ
Next Post: ນະຄອນຫຼວງວຽງຈັນ ເພີ່ມມາດຕະການ ປ້ອງກັນ ການລະບາດຂອງ ໂຄວິດ-19

Related Posts

ຂ່າວດ່ວນເລື່ອນການລົງທະບຽນເບີຮອດທ້າຍເດືອນມີນາປີໜ້າ Vientiane Update News
ແຂວງເຊກອງຮຽກຮ້ອງກຸ່ມເປົ້າໝາຍທີ່ມີອາຍຸ 18ປີຂຶ້ນໄປໃຫ້ຮີບຮ້ອນໄປສັກວັກຊິນ Vientiane Update News
ຂ່າວໂຄວິດ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 217ຄົນ Vientiane Update News
ການລະບາດໂຄວິດໃນໂຮງງານຢູ່ ນະຄອນຫຼວງວຽງຈັນຄັ້ງນີ້ເລີ່ມຈາກຊ່າງແປງເຄື່ອງຈັກ Vientiane Update News
ລາຍລະອຽດບ້ານແດງໃໝ່ 10ບ້ານນະຄອນຫຼວງວຽງຈັນຜູ້ຕິດເຊື້ອໃນຊຸມຊົນ 400 ຄົນ Vientiane Update News
ຂ່າວປະຈໍາວັນລາວພົບຜູ້ຕິດເຊື້ອເພີ່ມໃໝ່ 500ຄົນ Vientiane Update News

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme