ທ້າວ ຫຼອດແກ້ວ ຫຼື ແກ້ວ ຈຳເລີຍ, ອາຍຸ 26 ປີ, ສັນຊາດລາວ ກໍາມະກອນ ຢູ່ບ້ານນາໄຫ ເມືອງຫາດຊາຍຟອງ ນະ ຄອນຫຼວງວຽງຈັນ ເຄີຍຖືກສານຕັດສິນຕິດຄຸກມາແລ້ວ 6 ປີໃນຂໍ້ຫາການຄ້າ ຂ າ ຍ ຢ າ ເ ສ ບ ຕິ ດ ໃນປີ 2013. ເມື່ອຜູ້ກ່ຽວພົ້ນໂທດອອກມາ ກໍກັບມາເຄື່ອນໄຫວແບບເກົ່າ. ຫຼ້າສຸດ, ຖືກສາ ນ ຕັ ດ ສິ ນ ຈຳ ຄຸ ກ ອີ ກ 5 ປີ, ປັບໃໝ 10 ລ້ານ.
ໃນປີ 2013, ທ້າວ ຫຼອດແກ້ວ ໄດ້ຖືກເຈົ້າໜ້າທີ່ກັກຕົວໃນຂໍ້ ຫ າ ກ າ ນ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ແລະ ຖືກສານປະຊາ ຊົນນະຄອນຫຼວງວຽງຈັນ ຕັ ດ ສິ ນລົ ງໂ ທ ດ ຕັ ດ ອິ ດ ສ ະ ລ ະ ພ າ ບ 6 ປີ ແລະ ໄດ້ຖືກປ່ອຍຕົວອອກມາໃນ ວັນທີ 20 ມີນາ 2019. ຕົກມາຮອດເດືອນສິງຫາ 2021, ຜູ້ກ່ຽວໄດ້ເ ລີ່ ມ ຄ້ າ ຂາ ຍ ຢ າ ເ ສ ບ ຕິ ດ ອີກ, ຢ ທີ່ເອົາມາຂາຍນັ້ນຜູ້ກ່ຽວໄດ້ຊື້ນຳ ທ້າວ ສີ, ຢູ່ບ້ານສາລາຄໍາເໜືອ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ຄັ້ງລະ 30 ເມັດ ຊື້ຫຼາຍຄັ້ງບໍ່ສາມາດຈື່ໄດ້. ເມື່ອຊື້ ຢ ແລ້ວ, ຜູ້ກ່ຽວໄດ້ເອົາມາ ແລະ ແບ່ງຂາຍໃຫ້ ທ້າວ ອິນປອນ ຄັ້ງລະ 1-2 ເ ມັ ດ ໂດຍແຕ່ລະຄັ້ງພວກກ່ຽວໄດ້ ຢ ນໍາກັນຢູ່ເຮືອນຂອງ ທ້າວ ອິນປອນ.

ຕໍ່ມາໃນວັນທີ 6 ສິງຫາ 2019, ເວລາ 24 ໂມງ, ຜູ້ກ່ຽວໄດ້ຊື້ ຢ ນໍາ ທ້າວ ສີ ຈໍານວນ 30 ເ ມັ ດ, ພາຍຫຼັງຊື້ ຢ ມາແລ້ວ ໄດ້ເອົາມາ ເ ສ ບ ຈໍານວນ 2 ເ ມັ ດ, ຍັງເຫຼືອ ຢ ຈໍານວນ 26 ເ ມັ ດ ແລະ ໃນວັນທີ 7 ສິງຫາ 2019, ໄດ້ເອົາ ຢ ມາ ເ ສ ບ 2 ເ ມັ ດ ແລະ ໄດ້ຂາຍໃຫ້ ທ້າວ ອິນປອນ ແລະ ໄວລຸ້ນຜູ້ທີ່ເ ສ ບ ຢ ຈໍ ານ ວ ນ 6 ເ ມັ ດ
ຈາກນັ້ນ, ຕໍ່ມາໃນເວລາ 13:00 ໂມງ ຂອງວັນດຽວກັນ, ທ້າວ ຫຼອດແກ້ວ ຈຶ່ງຖືກເຈົ້າໜ້າທີ່ກັກຕົວ ພ້ ອ ມ ຂ ອ ງ ກ າ ງ ຢ ຈໍານວນ 18 ເມັດ ຢູ່ໃນຖົງໂສ້ງຂອງຜູ້ກ່ຽວ.
ການກະທຳດັ່ງກ່າວຂອງຈຳເລີຍຖືກໄອຍະການປະຊາຊົນນະ ຄອນຫຼວງວຽງຈັນ ຖະແຫຼງຕໍ່ຄະນະສານອາຍາສານປະຊາ ຊົນນະຄອນຫຼວງວຽງຈັນ ໃນວັນທີ 31 ມີນາ 2021; ຈາກນັ້ນ, ຄະນະສານອາຍາ ໄດ້ຄົ້ນຄວ້າບັນດາຂໍ້ມູນຫຼັກຖານ ແລະ ເອກະສານຕ່າງໆ ທີ່ມີຢູ່ໃນສໍານວນຄະດີຢ່າງລະອຽດຖີ່ຖ້ວນ, ຮອບດ້ານ ແລະ ພາວະວິໄສແລ້ວ ເຫັນວ່າ ມີຫຼັກ ຖານຮັດກຸມທີ່ໜັກແໜ້ນ ແລະ ພຽງພໍຢັ້ງຢືນວ່າ ການກະທໍາຂອງ ທ້າວ ຫຼອດ ແກ້ວ ຫຼື ແກ້ວ (ຈໍາເລີຍ) ເປັນການກະທໍາຜິດ ທາງອາຍາ ໃນຂໍ້ຫາ ກ າ ນ ຄ້ າ ຂ າ ຍ ຢ າ ເ ສ ບ ຕິ ດ ທີ່ເເຕະຕ້ອງເຖິງສະຖຽນລະພາບທາງດ້ານ ເສດຖະກິດຂອງຊາດ ແລະ ເຮັດໃຫ້ສັງຄົມບໍ່ມີຄວາມສະຫງົບຕາມປະມວນກົດໝາຍອາຍາ ມາດຕາ 315.
ເຫັນວ່າ ການກະທໍາຂອງຈໍາເລີຍເປັນການ ກ ະ ທໍ າ ຜິ ດ ໂດຍເຈດຕະນາ ເນື່ອງຈາກວ່າຈໍາເລີຍ ຈົງໃຈຄ້າຂາຍ ຢ ທັງທີ່ຈໍາເລີຍກໍຮູ້ດີວ່າ ຢ ເ ສ ບ ຕິ ດ ກົດໝາຍຫ້າມຜະລິດ, ປຸງແຕ່ງ, ມີໄວ້ ຄອບຄອງ, ຄ້າຂາຍ, ຈໍາໜ່າຍ, ນໍາເຂົ້າ, ສົ່ງອອກ ແລະ ຂົນສົ່ງເດັດຂາດ, ທ້າວ ຫຼອດແກ້ວ ຫຼື ແກ້ວ ມີສະຕິສໍາປະຊັນຍະສົມບູນດີ, ມີອາຍຸກະສຽນທາງອາຍາຄົບຖ້ວນແລ້ວສາມາດຮູ້ ແລະ ຈໍາ ແນກໄດ້ເຖິງການກະທໍາຂອງຕົນ. ດ້ວຍເຫດຜົນ ແລະ ຫຼັກຖານດັ່ງກ່າວ ຄະນະສານອາຍານະ ຄອນຫຼວງວຽງຈັນ ຈຶ່ງຕັ ດ ສິ ນ ລົ ງ ໂ ທ ດ ຕັ ດອິ ດ ສ ະ ລ ະ ພ າ ບ ຈໍ າ ເ ລີ ຍ 5 ປີ ປັບໃໝ 10 ລ້ານກີບ ແລະ ຈຳ ເລີຍ ເຄີຍຖືກສານປະຊາ ຊົນ ນະຄອນຫຼວງວຽງ ຈັນ ຕັດ ສິ ນ ລົ ງ ໂ ທ ດ ຕັ ດ ອິ ດສ ະ ລ ະພ າ ບ 6 ປີ ໃນ ຂໍ້ຫາກ າ ນ ຄ້ າ ຂ າ ຍ ຢ ຕາມຄໍ າຕັ ດ ສິ ນ ເລກທີ 393/ຂຕ.ອ, ລົງວັນທີ 10 ກໍລະກົດ 2014. ສະນັ້ນ, ຈຶ່ງເປັນການ ກ ະ ທໍ າ ຜິ ດ ທີ່ບໍ່ເຂັດ ຫຼາບ ຕາມປະມວນກົດຫມາຍອາຍາ ມາດຕາ 21.
ສ່ວນເປົ້າໝາຍທີ່ ທ້າວ ຫຼອດແກ້ວ ໄດ້ໃຫ້ການຊັດທອດເຖິງຄື: ທ້າວ ສີ, ເຈົ້າໜ້າທີ່ໄດ້ແຍກສໍານວນຄະດີຕ່າງຫາກແລ້ວ ຕາມບົດສະຫຼຸບຄະດີເລກທີ 2887/ປຫຟ, ລົງວັນທີ 20 ພະຈິກ 2020. ປັດຈຸບັນ, ຫົວໜ້າອົງການໄອຍະການປະຊາຊົນ ນະຄອນຫຼວງວຽງຈັນ ໄດ້ຖະແຫຼງ ແລະ ສັ່ງຟ້ອງຜູ້ກ່ຽວຂຶ້ນສານປະຊາຊົນ ນະຄອນຫຼວງວຽງຈັນ ຕາມສະໂນດນໍາສົ່ງເລກທີ 64/ອຍກ.ນວ, ລົງວັນທີ 25 ມັງກອນ 2021. ສ່ວນ ທ້າວ ອິນປອນ ເຈົ້າໜ້າທີ່ໄດ້ສຶກສາອົບຮົມມອບຄືນໃຫ້ຜູ້ປົກຄອງ ເພື່ອນໍາໄປປິ່ນປົວ ແລະ ບໍາບັດ ຕາມບົດບັນທຶກສຶກສາອົບຮົມກ່າວເຕືອນ ເລກ ທີ 1441/ພຕຫຼ, ລົງວັນທີ 24 ສິງຫາ 2020.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ