Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຍົກເລີກມາດຕະການລ໋ອກດາວ! ນະຄອນປາກເຊ ແລະ ຈຸດກວດເຂົ້າ-ອອກ

Posted on 21/08/202121/08/2021 By News No Comments on ຍົກເລີກມາດຕະການລ໋ອກດາວ! ນະຄອນປາກເຊ ແລະ ຈຸດກວດເຂົ້າ-ອອກ

ໃນວັນທີ 20 ສິງຫາ 2021 ນີ້ ເຈົ້ານະຄອນປາກເຊ, ແຂວງຈຳປາສັກ ອອກຄຳສັ່ງຕົກລົງ ເຫັນດີ ຍົກເລີກການປິດ (Lockdown) ນະຄອນປາກເຊ ຕາມກຳນົດເວລາ ໃນຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021 ວ່າດ້ວຍການປີດ (Lockdown) ນະຄອນປາກເຊ ກໍານົດໄວ້, ຍົກເລິກການຕັ້ງຈຸດກວດກາຄົນເຂົ້າ-ອອກນະຄອນ ຂອງເຈົ້າໜ້າທີ່ ປກຊ-ປກສ ທັງ 4 ຈຸດ ທີ່ໄດ້ຕັ້ງດ່ານກວດກາໃນໄລຍະຂອງການປິດເມືອງ ຕາມຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021, ຍົກເລິກການຕັ້ງຈຸດກວດກາຄົນເຂົ້າ-ອອກ ຂອງບັນດາບ້ານ ໃນທົ່ວນະຄອນປາກເຊ, ຍົກເວັ້ນ ບ້ານແດງ, ບ້ານເຫຼືອງ ທີ່ຄະນະສະເພາະກິດ ໄດ້ກຳນົດຕາມແຈ້ງການ ເລກທີ 0488/ສທ, ລົງວັນທີ 20 ພຶດສະພາ 2021, ຍົກເລີກການນໍາໃຊ້ເອກະສານ ເດີນທາງເຂົ້າ-ອອກບ້ານ ແລະ ເຂົ້າ-ອອກ ນະຄອນປາກເຊ ທີ່ນໍາໃຊ້ໃນໄລຍະ ປິດນະຄອນ ຕາມຄໍາສັ່ງ ເລກທີ 005/ຈນຄ.ປຊ, ລົງວັນທີ 13 ສິງຫາ 2021 ໃຫ້ປະຕິບັດການໄປມາ ເປັນປົກກະຕິ.

2. ໃຫ້ສືບຕໍ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ຄໍາສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021 ວ່າດ້ວຍການເພີ້ມທະວີມາດຕະການສະກັດກັ້ນ, ຄວບຄຸມ ແລະ ກຽມຄວາມພ້ອມຮອບດ້ານ ຕ້ານພະຍາດໂຄວິດ ແຈ້ງການເລກທີ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ແລະ ຄໍາສັ່ງຂອງເຈົ້າແຂວງໆຈໍາປາສັກ ສະບັບເລກທີ 11/ຈຂ.ຈສ, ລົງວັນທີ 6 ສິງຫາ 2021, ສືບຕໍ່ເພີ່ມທະວ, ປະຕິບັດມາດຕະການຫ້າມ ແລະ ຈຳກັດ ແລະ ມາດຕະການຜ່ອນຜັນຕ່າງໆ ຕາມແຈ້ງການຂອງຂັ້ນເທິງ, ໂດຍສະເພາະ ແຈ້ງການ 1036/ຫສນຍ, ລົງວັນທີ 19 ສິງຫາ 2021 ເລື່ອງການສືບຕໍ່ປະຕິບັດມາດຕະການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການລະບາດຂອງໂຄວິດ ໃນໄລຍະ ວັນທີ 19 ສິງຫາ ຫາ 02 ກັນຍາ 2021 ຢ່າງເຂັ້ມງວດ.

3. ໃຫ້ບັນດາບ້ານ ສືບຕໍ່ຊຸກຍູ້ ປະຊາຊົນ, ພົນລະເມືອງ ເປົ້າໝາຍຕ່າງໆ ພາຍໃນບ້ານຂອງຕົນ ໄປຮັບການສັກຢາວັກຊິນປ້ອງກັນໂຄວິດ ຕາມແຜນການ ແລະ ເປົ້າໝາຍ ຂອງຄະນະສະເພາະກິດແຂວງ; ສືບຕໍ່ເກັບກຳສະຖິຕິເປົ້າໝາຍ, ຜູ້ທີ່ໄດ້ຮັບການສັກຢາວັກຊິນແລ້ວ ແລະ ຜູ້ທີ່ບໍ່ທັນໄດ້ຮັບການສັກຢາເບື່ອ ໃນບ້ານຂອງຕົນ ໃຫ້ລະອຽດຊັດເຈນ, ແລ້ວລາຍງານໃຫ້ຄະນະສະເພາະກິດນະຄອນ ເພື່ອລາຍງານ ແລະສະເໜີແຜນການສັກຢາດັ່ງກ່າວ ໃຫ້ຂັ້ນແຂວງຕາມທີ່ໄດ້ມີແຈ້ງການໄປແລ້ວ ໃຫ້ທັນກໍານົດເວລາ.

.

ຂ່າວສານບ້ານເມືອງ

Post navigation

Previous Post: ພຽງ 3 ວັນ ນັ ກ ໂ ທ ດ ຢູ່ແຂວງສະຫວັນນະເຂດ ຕິດເຊື້ອໂຄວິດເກືອບ 100 ຄົນ
Next Post: ຄຳມ່ວນແຈ້ງການ! ສືບຕໍ່ເພີ່ມທະວີຄວາມເຂັ້ມງວດມາດຕະການປ້ອງກັນໂຄວິດ

Related Posts

ຄົ້ນຫາເປັນມື້ທີ 3 ຍັງໄຮ່ຮ່ອງຮອຍພໍ່ຕູ້ພວງ ທີ່ຫຼົງປ່າ ຂ່າວສານບ້ານເມືອງ
ເປັນແບບບໍ່ຮູ້ໂຕຈາກໄປຍ້ອນໂຄວິດຢູ່ເຮືອນ ຂ່າວສານບ້ານເມືອງ
ປີນີ້ແຂວງບໍລິຄຳໄຊ ຈະປູກໄມ້ໃຫ້ໄດ້ 4.840 ເຮັກຕາ ຂ່າວສານບ້ານເມືອງ
ຊຸນລະວຸນໄວລຸ້ນ ຊຸ ມ ແ ຊ ວໃນຮ້ານບັນເທີງ ຫຼັກຖານຄົບ ຂ່າວສານບ້ານເມືອງ
ຕໍາກັນ 4 ຄັນຊ້ອນກາງເດິກ ເຈັບສາຫັດ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 585 ຄົນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme