ພໍ່ແມ່ ພີ່ນ້ອງຊາວລາວ ໃນທົ່ວປະເທດ ທີ່ເຄົາລົບຮັກ ທັງຫຼາຍ.
ໂດຍໄດ້ຮັບມອບໝາຍ ຈາກທ່ານ ຮອງນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ, ຂ້າພະເຈົ້າ ຂໍແຈ້ງມາຍັງ ພໍ່ແມ່ພີ່ນ້ອງ ປະຊາຊົນລາວ, ພະນັກງານ, ລັດຖະກອນ, ທະຫານ, ຕໍາຫຼວດ, ຜູ້ປະກອບການ, ຊາວຕ່າງດ້າວ ແລະ ຊາວຕ່າງປະເທດ ທີ່ອາໄສ ຢູ່ ສປປ ລາວ ຊາບທົ່ວເຖິງກັນວ່າ:
ອີງຕາມການປະເມີນສະພາບການລະບາດ ແລະ ການຈັດຕັ້ງປະຕິບັດມາດຕະການຕ່າງໆ ໃນຄຳສັ່ງຂອງນາຍົກລັດຖະມົນຕີ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 956/ຫສນຍ, ລົງວັນທີ 03 ສິງຫາ 2021 ແລະ ມາດຕະການຕ່າງໆ ທີ່ໄດ້ວາງອອກ ຂອງຄະນະສະເພາະກິດ ເພື່ອປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດ ຂອງພະຍາດ COVID ຂັ້ນສູນກາງ ເຫັນວ່າ ຈຳນວນກໍລະນີການຕິດເຊື້ອທີ່ມາຈາກຕ່າງປະເທດ ໄດ້ເພີ່ມຂຶ້ນຫຼາຍທຽບໃສ່ໄລຍະເດືອນກໍລະກົດ 2021,
ນອກນັ້ນ ຍັງມີກໍລະນີການແຜ່ເຊື້ອຢູ່ໃນຊຸມຊົນ ໃນນະຄອນຫຼວງວຽງຈັນ ແລະ ຫຼາຍແຂວງ. ສະນັ້ນ ຈຶ່ງມີຄວາມຈໍຳເປັນ ຕ້ອງໄດ້ເພີ່ມທະວີຄວາມເຂັ້ມງວດ ໃນການປະຕິບັດບັນດາມາດຕະການ ທີ່ໄດ້ລະບຸໃນຄຳສັ່ງ ສະບັບເລກທີ 15/ນຍ, ລົງວັນທີ 21 ເມສາ 2021, ແຈ້ງການ ສະບັບເລກທີ 956/ຫສນຍ, ລົງວັນທີ 03 ສິງຫາ 2021 ແລະ ບັນດາຄໍາແນະນໍາຂອງຄະນະສະເພາະກິດຂັ້ນສູນກາງ ສໍາລັບໄລຍະ 15 ວັນຕໍ່ໜ້າ ໂດຍເລີ່ມແຕ່ເວລາ 00:00 ໂມງ ຂອງວັນທີ 19 ສິງຫາ ຫາ ເວລາ 24:00 ໂມງ ຂອງວັນທີ 02 ກັນຍາ 2021 ດັ່ງນີ້:
ມາດຕະການຕ້ອງເພີ່ມທະວີການປະຕິບັດ, ການຫ້າມ ແລະ ການຈໍາກັດ:
1. ເພີ່ມທະວີການສັກວັກຊີນໃຫ້ເປົ້າໝາຍຕ່າງໆ ຕາມແຜນການ ແລະ ຄາດໝາຍທີ່ໄດ້ວາງໄວ້, ທັງເຝົ້າລະວັງຢູ່ບໍລິເວນຊາຍແດນຕ່າງໆ ດ້ວຍການຈັດຕັ້ງກຳລັງລາດຕະເວນ ຢ່າງເຂັ້ມງວດ, ເພີ່ມຄວາມເຄັ່ງຄັດໃນການກວດກາ, ວັດແທກອຸນຫະພູມ ຜູ້ຜ່ານດ່ານສາກົນຕ່າງໆ.
2. ສືບຕໍ່ປິດດ່ານສາກົນ, ດ່ານປະເພນີ ແລະ ດ່ານທ້ອງຖິ່ນ ທາງບົກ ແລະ ທາງນ້ຳ ທີ່ມີຊາຍແດນຕິດຈອດກັບປະເທດທີ່ມີການລະບາດຂອງເຊື້ອພະຍາດ COVID ໃນຊຸມຊົນ ສຳລັບບຸກຄົນທົ່ວໄປ, ຍົກເວັ້ນຜູ້ທີ່ໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ແລະ ລົດຂົນສົ່ງສິນຄ້າ.
3. ສືບຕໍ່ໂຈະການອອກວີຊາທ່ອງທ່ຽວ ແລະ ຢ້ຽມຢາມ ໃຫ້ແກ່ຄົນຕ່າງປະເທດ. ສໍາລັບນັກການທູດ, ພະນັກງານອົງການຈັດຕັ້ງສາກົນ, ຊ່ຽວຊານ, ນັກລົງທຶນ ທີ່ມີຄວາມຈໍຳເປັນ ແລະ ຮີບດ່ວນ ສາມາດເຂົ້າມາປະຕິບັດວຽກງານຢູ່ສະຖານທູດ, ບັນດາກິດຈະການ ແລະ ໂຄງການຕ່າງໆ ໄດ້ ແຕ່ຕ້ອງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ແລະ ປະຕິບັດຕາມມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
– ສ່ວນການຈຳກັດບໍລິເວນ ແມ່ນອະນຸຍາດ ໃຫ້ຂັ້ນເອກອັກຄະລັດຖະທູດ ແລະ ຫົວໜ້າອົງການຈັດຕັ້ງສາກົນ ນຳໃຊ້ທີ່ພັກຂອງຕົນເອງໄດ້, ສ່ວນຂັ້ນຖັດລົງມາແມ່ນຕ້ອງໄດ້ຈຳກັດບໍລິເວນຢູ່ ໂຮງແຮມ ທີ່ຄະນະສະເພາະກິດ ກຳນົດໄວ້ເທົ່ານັ້ນ.
4. ສືບຕໍ່ຂະຫຍາຍສູນຈຳກັດບໍລິເວນ ກໍ່ຄືສູນປິ່ນປົວ ຢູ່ບາງທ້ອງຖິ່ນ ທີ່ມີແຮງງານລາວ ກັບຄືນປະເທດ ຈຳນວນຫຼາຍ ແລະ ຈັດສັນສະຖານທີ່ຈຳກັດບໍລິເວນ ຢູ່ທ້ອງຖິ່ນດັ່ງກ່າວ ເພື່ອສືບຕໍ່ການຈຳກັດບໍລິເວນ ແລະ ປິ່ນປົວ ຕາມຫຼັກວິຊາການທາງແພດ ຄົບຕາມກຳນົດເວລາ.
5. ໃນສູນຈໍາກັດບໍລິເວນ ໃຫ້ປະຕິບັດມາດຕະການຄວບຄຸມການຕິດເຊື້ອຢ່າງເຄັ່ງຄັດ ເຊັ່ນ: ໃຫ້ມີການສະໜອງຜ້າອັດປາກ-ດັງ, ເຈວລ້າງມື ແລະ ໃຫ້ຮັກສາໄລຍະຫ່າງ, ພ້ອມທັງສ້າງສິ່ງອຳນວຍຄວາມສະດວກອັນຈຳເປັນ ຕາມເງື່ອນໄຂແຕ່ລະບ່ອນ ຢ່າງເໝາະສົມ.
6. ສືບຕໍ່ເພີ່ມທະວີການຊອກຫາຜູ້ຕິດເຊື້ອຢູ່ຕາມຊຸມຊົນຕ່າງໆ ມາປິ່ນປົວ ໂດຍມີການສົມທົບ ລະຫວ່າງ ອົງການປົກຄອງທ້ອງຖິ່ນຂັ້ນຕ່າງໆ ກັບ ຂະແໜງສາທາລະນະສຸກ ແລະ ສັງຄົມ ດ້ວຍຫຼາຍວິທີ.
7. ສືບຕໍ່ປິດຮ້ານກິນ-ດື່ມ, ຄາຣາໂອເກະ, ສະຖານບັນເທີງ, ໂຮງສາຍຮູບເງົາ, ຮ້ານສະໜຸກເກີ, ຮ້ານສະປາ, ອິນເຕີເນັດຄາເຟ ແລະ ຮ້ານເກມທຸກປະເພດ ໃນທົ່ວປະເທດ.
8. ສືບຕໍ່ຫ້າມຫຼິ້ນກິລາທີ່ຮ່າງກາຍ ມີການສຳພັດກັນ ເຊັ່ນ: ບານເຕະ, ຕີມວຍ ແລະ ອື່ນໆ ຢູ່ແຂວງ ຫຼື ເຂດທີ່ມີການລະບາດໃນຊຸມຊົນ.
9. ສືບຕໍ່ຫ້າມບຸກຄົນເດີນທາງ ເຂົ້າ-ອອກ ເຂດທີ່ມີການຕິດເຊື້ອ (ເຂດແດງ) ຕາມການກໍານົດ ຂອງຄະນະສະເພາະກິດ ຍົກເວັ້ນ ຜູ້ທີ່ໄດ້ຮັບອະນຸຍາດຈາກອົງການປົກຄອງຂັ້ນທີ່ກ່ຽວຂ້ອງ ດ້ວຍເງື່ອນໄຂ ແລະ ເຫດຜົນຈຳເປັນ.
10. ສືບຕໍ່ຫ້າມຈັດງານລ້ຽງສັງສັນ ຫຼື ຊຸມແຊວທຸກຮູບແບບ ຢູ່ທຸກສະຖານທີ່.
ມາດຕະການສືບຕໍ່ຜ່ອນຜັນ:
1. ສືບຕໍ່ອະນຸຍາດໃຫ້ເປີດສູນການຄ້າ, ຮ້ານຂາຍຍົກ-ຂາຍຍ່ອຍ, ຮ້ານຊຸບເປີມາເກັດ, ຮ້ານມິນິມາດ, ຕະຫຼາດສົດ, ຕະຫຼາດຂາຍອາຫານ, ຕະຫຼາດກາງຄືນ ໂດຍໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ດ້ວຍການວັດແທກອຸນຫະພູມ, ຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື.
2. ສືບຕໍ່ອະນຸຍາດໃຫ້ເປີດຮ້ານຕັດຜົມ ແລະ ຮ້ານເສີມສວຍ ຢູ່ນອກເຂດແດງ ແຕ່ບໍ່ໃຫ້ລູກຄ້າແອອັດຢູ່ໃນຮ້ານ ແລະ ໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
3. ສືບຕໍ່ອະນຸຍາດໃຫ້ເປີດຮ້ານອາຫານ, ຮ້ານກາເຟ, ສະຖານທີ່ທ່ອງທ່ຽວ ແລະ ສວນອາຫານ ຢູ່ແຂວງທີ່ບໍ່ມີການລະບາດໃນຊຸມຊົນ ໂດຍອະນຸຍາດໃຫ້ນັ່ງກິນ-ດື່ມ ໃນສະຖານທີ່ບໍລິການດັ່ງກ່າວໄດ້, ແຕ່ໃຫ້ຈັດບ່ອນນັ່ງໃຫ້ມີໄລຍະຫ່າງ 01 ແມັດ ຂຶ້ນໄປ ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າທຸກປະເພດ ຢ່າງເດັດຂາດ ແລະ ຕ້ອງປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອຢ່າງເຂັ້ມງວດ.
4. ສືບຕໍ່ອະນຸຍາດໃຫ້ຈັດກອງປະຊຸມ ຢູ່ສະຖານທີ່ນອກເຂດແດງ ແຕ່ຕ້ອງປະຕິບັດຕາມມາດຕະການ ຂອງຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ ຢ່າງໜ້ອຍ 01 ແມັດ, ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື, ໄດ້ຮັບວັກຊີນຄົບໂດສ ໂດຍບໍ່ກວດຫາເຊື້ອພະຍາດ COVID. ກໍລະນີ ການຈັດປະຊຸມຢູ່ຕ່າງແຂວງ ແມ່ນຕ້ອງແຈ້ງໃຫ້ຄະນະສະເພາະກິດແຂວງດັ່ງ ກ່າວ ຊາບລ່ວງໜ້າ.
5. ສືບຕໍ່ອະນຸຍາດໃຫ້ນຳໃຊ້ເຮືອຫາປາ ເພື່ອຫາປາຕາມລຳນໍ້າເຂດຊາຍແດນລະຫວ່າງປະເທດ ໃນໄລຍະເວລາ ແຕ່ 06:00 ໂມງ ຫາ 18:00 ໂມງ ໂດຍໃຫ້ອົງການປົກຄອງທ້ອງຖິ່ນ ສົມທົບກັບ ກໍາລັງ ປກຊ-ປກສ ຢູ່ແຕ່ລະພື້ນທີ່ ອອກລະບຽບການຄຸ້ມຄອງ, ກຳນົດຈຳນວນເຮືອຫາປາ ກ່ອນອອກເຄື່ອນໄຫວ ແຕ່ລະມື້ ໂດຍໃຫ້ມີການບັນທຶກການປ່ອຍອອກ ແລະ ບັນທຶກການເຂົ້າມາຈອດ, ພ້ອມນັ້ນ ກໍ່ໃຫ້ຕິດຕາມ ກວດກາ ການຈັດຕັ້ງປະຕິບັດ ຢ່າງໃກ້ຊິດ ແລະ ເຂັ້ມງວດ.
6. ສືບຕໍ່ອະນຸຍາດໃຫ້ເດີນ ທາງ ເຂົ້າ -ອອກ ຢູ່ ພາຍ ໃນ ທ້ອງຖິ່ນ ທີ່ບໍ່ ມີ ການ ລະ ບ າດໃນ ຊຸມ ຊົນ ໄດ້ປົກ ກະ ຕິ.
7. ສືບຕໍ່ອະນຸຍາດໃຫ້ດຳເນີນການຂົນສົ່ງໂດຍສານ ທາງບົກ, ທາງນໍ້າ ແລະ ທາງອາກາດ ລະຫວ່າງ ແຂວງ ຕໍ່ ແຂວງ ທີ່ ບໍ່ ມີ ການ ລະ ບາດໃນຊຸມຊົນໄດ້ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ; ສຳລັບຄົນຕ່າງປະເທດທີ່ເດີນທາງເຂົ້າ ສປປ ລາວ ມີຈຸດປະສົງເດີນທາງໄປແຂວງອື່ນ ຕ້ອງແຈ້ງໜັງສືເດີນທາງ, ໃບຢັ້ງຢືນການຈຳກັດບໍລິເວນ ຄົບ 14 ວັນ ແລະ ໜັງສືອະນຸຍາດຈາກຄະນະສະເພາະກິດຂັ້ນສູນກາງ ໃຫ້ເຈົ້າໜ້າທີ່ກ່ຽວຂ້ອງ ໂດຍບໍ່ໃຫ້ມີການຈຳກັດບໍລິເວນ ຢູ່ແຂວງປາຍທາງ. ຍົກເວັ້ນຄົນຕ່າງປະເທດທີ່ເຮັດວຽກ ຫຼື ໄດ້ດຳລົງຊີວິດ ຢູ່ ສປປ ລາວ ມາໄລຍະໜຶ່ງແລ້ວ ແມ່ນໃຫ້ປະຕິບັດຄືກັນກັບພົນລະເມືອງລາວ.
– ສຳລັບຜູ້ໂດຍສານ ແລະ ຜູ້ຂັບຂີ່ລົດ ເຂົ້າ-ອອກ ແຂວງທີ່ມີການລະບາດໃນຊຸມຊົນ ຕ້ອງແມ່ນຜູ້ທີ່ໄດ້ຮັບວັກຊີນ ຄົບໂດສ, ຍົກເວັ້ນ ເດັກອາຍຸຕໍ່າກວ່າ 18 ປີ, ໂດຍບໍ່ຕ້ອງຂໍອະນຸຍາດແຂວງປາຍທາງ, ບໍ່ໃຫ້ມີການຈຳກັດບໍລິເວນ, ບໍ່ກວດຫາເຊື້ອພະຍາດ COVID ແລະ ຕ້ອງປະຕິບັດຕາມມາດຕະການທີ່ຄະນະສະເພາະກິດ ວາງອອກຢ່າງເຂັ້ມງວດ ເປັນຕົ້ນ ແທກອຸນຫະພູມ, ການຮັກສາໄລຍະຫ່າງ , ໃສ່ຜ້າອັດປາກ-ດັງ, ລ້າງມືດ້ວຍນໍ້າສະອາດ ໃສ່ສະບູ ຫຼື ເຈວລ້າງມື. ສະເພາະບາງແຂວງ ທີ່ພວມມີການລະບາດໃນຊຸມຊົນ ທັງມີແຮງງານລາວກັບຄືນປະເທດ ໃຫ້ອົງການປົກຄອງແຂວງ ອອກມາດຕະການເຂັ້ມງວດ ຕໍ່ການເດີນທາງໄປ-ມາ ພາຍໃນແຂວງ ແລະ ການເຂົ້າ-ອອກ ລະຫວ່າງແຂວງຕົນ ກັບ ແຂວງອື່ນ.
8. ສືບຕໍ່ອະ ນຸ ຍາດ ໃຫ້ຜູ້ຂັບລົດ ແລະ ພະນັກງານຂົນສົ່ງສິນ ຄ້າ ເຂົ້າ -ອອກ ລະ ຫວ່າງ ແຂວງ ຫາ ແຂວງ ແລະ ນະຄອນຫຼວງວຽງຈັນ ຫາ ແຂວງ ສາມາດສົ່ງສິນຄ້າ ເຖິງປາຍທາງໄດ້ ໂດຍບໍ່ຈຳເປັນຕ້ອງຄ່ຽນຖ່າຍສິນຄ້າໃນໄລຍະເດີນທາງຢູ່, ບໍ່ ຕ້ອງກວດ ຫາ ເຊື້ອ ພະຍາດ COVID ແລະ ບໍ່ຈຳກັດບໍລິເວນ ຢູ່ແຂວງປາຍທາງແຕ່ຕ້ອງ ປະ ຕິ ບັດ ມາດ ຕະ ການ ປ້ອງ ກັນ ການ ຕິດ ເຊື້ອ ແລະ ແຜ່ ເຊື້ອ ທີ່ ຄະ ນະ ສະ ເພາະ ກິດ ວາງ ອອກ ຢ່າງເຂັ້ມງວດ. ສຳລັບການຂົນສົ່ງສິນຄ້າລະຫວ່າງປະເທດ ໃຫ້ຜູ້ຂັບລົດເຂົ້າມາໃນ ສປປ ລາວ ຕ້ອງໄດ້ຮັບວັກຊີນຄົບໂດສ ແລະ ສືບຕໍ່ຈັດຕັ້ງປະຕິບັດ ຕາມທີ່ໄດ້ເຄີຍປະຕິບັດໃນໄລຍະຜ່ານມາ. ໃນພາກປະຕິບັດຕົວຈິງ ໃຫ້ທຸກພາກສ່ວນກ່ຽວຂ້ອງ ປະຕິບັດເປັນເອກະພາບ ຕາມຄຳແນະນຳ ຂອງຄະນະສະເພາະກິດຂັ້ນສູນກາງ ແລະ ຄຳແນະນຳ ຂອງກະຊວງໂຍທາທິການ ແລະ ຂົນສົ່ງ ສະບັບເລກທີ 242/ຍທຂ, ລົງວັນທີ 23 ເມສາ 2021.
9. ສືບຕໍ່ອະນຸຍາດໃຫ້ເປີດການຮຽນ-ການສອນ ສຳລັບການສຶກສາກ່ອນໄວຮຽນ, ສາມັນສຶກສາ, ອາຊີວະສຶກສາ, ວິທະຍາໄລ ແລະ ການສຶກສາຊັ້ນສູງ ຢູ່ທ້ອງຖິ່ນທີ່ບໍ່ມີການລະບາດໃນຊຸມຊົນ ໂດຍໄດ້ຮັບອະນຸຍາດຈາກຄະນະສະເພາະກິດຂັ້ນແຂວງ. ແຕ່ຕ້ອງຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID ຢ່າງເຂັ້ມງວດ.
– ສະເພາະນະຄອນຫຼວງວຽງຈັນ ແມ່ນໃຫ້ສືບຕໍ່ເປີດຊັ້ນຮຽນອາຊີວະສຶກສາ, ການສຶກສາຄູ ແລະ ການສຶກສາຊັ້ນສູງ ທຸກຊັ້ນ ໂດຍໃຫ້ຈັດຫ້ອງຮຽນແບບຮັກສາໄລຍະຫ່າງ ແລະ ປະຕິບັດບັນດາມາດຕະ ການປ້ອງກັນ ແລະ ຄວບຄຸມ ການແຜ່ລະບາດຂອງພະຍາດ COVID ຢ່າງເຂັ້ມງວດ.
10. ສືບຕໍ່ອະນຸຍາດໃຫ້ເປີດບໍລິການສູນກິລາໃນຮົ່ມ ແລະ ກາງແຈ້ງ ຍົກເວັ້ນ ປະເພດກິລາທີ່ລະບຸໄວ້ໃນຂໍ້ 1.6 ຂ້າງເທິງ ຢູ່ນະຄອນຫຼວງວຽງຈັນ ແລະ ບັນດາແຂວງທີ່ບໍ່ມີການລະບາດໃນຊຸມຊົນ. ແຕ່ຕ້ອງແມ່ນສູນກິລາ ທີ່ໄດ້ຮັບອະນຸຍາດຖືກຕ້ອງ ຕາມ ກົດໝາຍ ແລະ ລະບຽບການກ່ຽວຂ້ອງ, ທັງບໍ່ໃຫ້ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ແລະ ໃຫ້ປະຕິບັດຕາມມາດຕະການປ້ອງກັນ ແລະ ຄວບຄຸມການແຜ່ເຊື້ອ ທີ່ຄະນະສະເພາະກິດວາງອອກ ຢ່າງເຂັ້ມງວດ.
11. ສືບຕໍ່ອະນຸຍາດໃຫ້ເປີດຮ້ານນວດ ຢູ່ນະຄອນຫຼວງວຽງຈັນ ແລະ ແຂວງ ທີ່ບໍ່ມີການລະບາດໃນຊຸມຊົນ ໂດຍຜູ້ໃຫ້ບໍລິການ ແລະ ຜູ້ຮັບບໍລິການ ຕ້ອງໄດ້ຮັບວັກຊີນຄົບໂດສ, ທັງໃຫ້ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ ແລະ ໃຫ້ປິດບໍລິການ ເວລາ 20:00 ໂມງ.
ທີ່ໄດ້ກ່າວມານັ້ນແມ່ນ ມາດຕະການຫ້າມ ແລະ ຈໍາກັດ 10 ຂໍ້ ແລະ ມາດຕະການສືບຕໍ່ຜ່ອນຜັນ 11 ຂໍ້. ພ້ອມກັນນີ້ ລັດຖະບານ ສືບຕໍ່ໃຫ້ບຸກຄົນ ທີ່ເດີນທາງເຂົ້າມາ ສປປ ລາວ ຕິດຕັ້ງບໍລິການ ລາວ ສູ້ສູ້ ຜ່ານໂປຣແກຣມ LaoKYC. ພ້ອມກັນນີ້ ໃຫ້ບັນດາດ່ານຊາຍແດນ, ດ່ານລະຫວ່າງແຂວງຕໍ່ແຂວງ ແລະ ສະຖານທີ່ບໍລິການຕ່າງໆ ທີ່ອະນຸຍາດໃຫ້ເປີດບໍລິການ ສ້າງ ແລະ ຕິດ QR-Code ເພື່ອໃຫ້ຜູ້ເດີນທາງເຂົ້າມາລາວ ແລະ ລູກຄ້າທີ່ໃຊ້ບໍລິການ ສະແກນເວລາເດີນທາງເຂົ້າມາ ແລະ ກ່ອນເຂົ້າໃຊ້ບໍລິການ. ນອກຈາກນີ້ ສະເໜີ ໃຫ້ອົງການປົກຄອງນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ທົ່ວປະເທດ ສົມທົບກັບ ພາກສ່ວນກ່ຽວຂ້ອງ ຂັ້ນຕົນ ສືບຕໍ່ຈັດຕັ້ງປະຕິບັດແຈ້ງການ ສະບັບເລກທີ 976/ຫສນຍ, ລົງວັນທີ 06 ສິງຫາ 2021 ກ່ຽວກັບການປັບປຸງສູນຈຳກັດບໍລິເວນ ແລະ ສະຖານທີ່ປິ່ນປົວ, ພ້ອມທັງ ປະສານສົມທົບກັບພາກສ່ວນກ່ຽວຂ້ອງຂັ້ນສູນກາງ ແລະ ຂັ້ນທ້ອງຖິ່ນ ໃນການລະດົມຊ່ຽວຊານວິເຄາະ, ແພດ, ພະຍາບານ ແລະ ເຈົ້າໜ້າທີ່ວິຊາສະເພາະດ້ານຕ່າງໆ ເພື່ອຊ່ວຍຮັບມືກັບການລະບາດ ຢູ່ໃນແຕ່ລະທ້ອງຖິ່ນ ຕາມເງື່ອນໄຂຕົວຈິງ.
ກ່ຽວກັບການຈຳກັດບໍລິເວນ, ພາຍຫຼັງ ແຮງງານ, ນັກສຶກສາ ແລະ ພະນັກງານ ຂອງລາວ ທີ່ເດີນທາງມາຈາກປະເທດໃກ້ຄຽງ ໄດ້ຈໍາກັດບໍລິເວນຢູ່ສູນນະຄອນຫຼວງວຽງຈັນ ແລະ ບັນດາແຂວງ ຄົບ 14 ວັນແລ້ວ ໃຫ້ອົງການປົກຄອງທ້ອງຖິ່ນ ສືບຕໍ່ແນະນຳຄະນະສະເພາະກິດຂັ້ນເມືອງ ໄປຈຳກັດບໍລິເວນ ຢູ່ສູນຂອງເມືອງ ຫຼື ບ້ານ ຕື່ມອີກ 14 ວັນ ຢ່າງເຂັ້ມງວດ, ຍົກເວັ້ນ ກໍລະນີທີ່ໄດ້ຈໍາກັດບໍລິເວນ ຄົບ 14 ວັນ ຢູ່ໂຮງແຮມ ແຫ່ງໃດໜຶ່ງຂອງທ້ອງຖິ່ນຕົນມາແລ້ວ.
ລັດຖະບານ ສືບຕໍ່ສົ່ງເສີມຄວາມມີນໍ້າໃຈເອື້ອເຟື້ອເພື່ອແຜ່ ຊຶ່ງກັນ ແລະ ກັນ ຂອງຄົນລາວ ທັງຊາດ ລວມທັງຊາວຕ່າງດ້າວ, ຜູ້ປະກອບການທຸລະກິດ ທັງພາຍໃນ ແລະ ຕ່າງປະເທດ ທຸກລະດັບ ທີ່ທຳມາຫາກິນຢູ່ໃນ ສປປ ລາວ ໃນການປະກອບສ່ວນເຂົ້າໃນການປະຕິບັດນະໂຍບາຍ ແລະ ມາດຕະການຕ່າງໆ ທີ່ລັດຖະບານ ວາງອອກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ດ້ວຍຮູບການຕ່າງໆ ທັງສະຕິປັນຍາ, ວັດຖຸປັດໄຈ, ເຫື່ອແຮງ ແລະ ດຳເນີນ ໄປດ້ວຍຄວາມສະຫງົບ ແລະ ເປັນລະບຽບຮຽບຮ້ອຍ.
ລັດຖະບານ ຮຽກຮ້ອງໃຫ້ພະນັກງານ, ນັກຮົບ, ປະຊາຊົນລາວບັນດາເຜົ່າ, ທຸກຊັ້ນຄົນ ຕະຫຼອດຮອດຊາວຕ່າງປະເທດ ທີ່ພວມປະຕິບັດໜ້າທີ່ ກໍຄືດຳລົງຊີວິດ ຢູ່ ສປປ ລາວ ຈົ່ງຮ່ວມແຮງຮ່ວມໃຈ ປະຕິບັດມາດຕະການທີ່ຄະນະສະເພາະກິດແຕ່ລະຂັ້ນ ວາງອອກຢ່າງເຂັ້ມງວດ ດ້ວຍການເປັນຫູເປັນຕາ ຕິດຕາມ ແລະ ລາຍງານ ກໍລະນີພົບເຫັນການລັກລອບເຂົ້າເມືອງ ແລະ ການລະເມີດມາດຕະການຕ່າງໆ ຕໍ່ຄະນະສະເພາະກິດ ກໍຄືອົງການປົກຄອງທ້ອງຖິ່ນແຕ່ລະຂັ້ນ ເພື່ອມີວິທີການແກ້ໄຂ ຢ່າງທັນການ.
ມອບໃຫ້ກະຊວງ, ອົງການທຽບເທົ່າ, ອົງການປົກຄອງທ້ອງຖິ່ນ ແລະ ຄະນະສະເພາະກິດທຸກຂັ້ນ ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດແຈ້ງການສະບັບນີ້ ໃຫ້ຖືກຕ້ອງ ແລະ ເຂັ້ມງວດ.
ພໍ່ແມ່ ພີ່ນ້ອງ ທີ່ຮັກແພງທັງຫຼາຍ
ມາດຕະການທີ່ໄດ້ກ່າວມາທັງໝົດນັ້ນ ໄດ້ກຳນົດໃນແຈ້ງການຂອງຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ເລກທີ1036/ຫສນຍ, ລົງວັນທີ 19 ສິງຫາ 2021 ແລະ ມີຜົນສັກສິດ ນັບແຕ່ວັນທີ 19 ສິງຫາ ຫາ 02 ກັນຍາ 2021. ພວກເຮົາ ຈະສືບຕໍ່ປະເມີນສະພາບການ, ທົບທວນ ແລະ ດັດປັບມາດຕະການ ໃຫ້ເໝາະສົມກັບສະພາບຕົວຈິງຕື່ມ, ກໍລະນີມີການປ່ຽນແປງ ລັດຖະບານ ຈະແຈ້ງໃຫ້ຊາບເປັນແຕ່ລະໄລຍະ.
ຂ້າພະເຈົ້າ ຂໍຮຽກຮ້ອງມາຍັງ ທຸກອົງການຂອງພັກ, ລັດ, ທຸກການຈັດຕັ້ງ ແລະ ທຸກຄົນ ໃນສັງຄົມ ເປັນກຳລັງແຮງ ແລະ ສາມັກຄີເປັນຈິດໜຶ່ງໃຈດຽວກັນ ຍົກສູງສະຕິຄວາມຮັບຜິດຊອບ ແລະ ເປັນເຈົ້າການຮ່ວມກັນໃນການປະຕິບັດບັນດາມາດຕະການທີ່ລັດຖະບານ ວາງອອກ ຢ່າງເປັນເອກະພາບ, ເອົາຈິງເອົາຈັງ ແລະ ເຂັ້ມງວດຂຶ້ນກວ່າເກົ່າ. ແຕ່ກົງກັນຂ້າມ ຖ້າພວກເຮົາ ຍັງລະເຫຼີງ, ບໍ່ເອົາໃຈໃສ່ໃນການຈັດຕັ້ງປະຕິບັດ ຢ່າງເຂັ້ມງວດ ແທ້ ພວກເຮົາ ກໍ່ອາດຈະບໍ່ສາມາດຄວບຄຸມການລະບາດໄວ້ໄດ້, ອາດແກ່ຍາວເວລາໄປຕື່ມອີກ ແລະ ສືບຕໍ່ສົ່ງຜົນກະທົບຕໍ່ທຸກພາກສ່ວນໃນສັງຄົມ.
ພ້ອມກັນນີ້, ຂໍຮຽກຮ້ອງມາຍັງແຮງງານລາວທີ່ຢູ່ສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ຕ່າງໆ ໃຫ້ອົດທົນ, ເອົາໃຈໃສ່ ແລະ ໃຫ້ການຮ່ວມມືກັບລັດຖະບານ, ປະຕິບັດຕາມຄຳແນະນຳຂອງແພດໝໍ ແລະ ລະບຽບຂອງສູນຈຳກັດບໍລິເວນ ແລະ ສູນປິ່ນປົວ ຢ່າງເຂັ້ມງວດ ພ້ອມທັງເອົາໃຈໃສ່ເບິ່ງແຍງຮັກສາສຸຂະພາບຂອງຕົນ ເພື່ອຜ່ານຜ່າວິກິດຄວາມຫຍຸ້ງຍາກດັ່ງກ່າວໄປພ້ອມກັນ. ພາຍຫຼັງປິ່ນປົວຫາຍດີເປັນປົກກະຕິແລ້ວ ໃຫ້ພ້ອມກັນໄປຮັບວັກຊີນປ້ອງກັນ ແລະ ສືບຕໍ່ສືບຕໍ່ປະຕິບັດມາດຕະການປ້ອງກັນການຕິດເຊື້ອ ແລະ ແຜ່ເຊື້ອ ຢ່າງເຂັ້ມງວດ.
ສິ່ງສຳຄັນ, ຂໍໃຫ້ທຸກຄົນ ມີສະຕິໃນການບໍລິໂພກຂໍ້ມູນຂ່າວສານ, ບໍ່ໃຫ້ສົ່ງຕໍ່ຂໍ້ມູນທີ່ບໍ່ມີຄວາມຈິງ ຫຼື ບິດເບືອນຄວາມຈິງ ແລະ ຂໍໃຫ້ຕິດຕາມຂໍ້ມູນຂ່າວສານຈາກແຫຼ່ງຂ່າວທາງການ. ພ້ອມກັນນີ້ ຂໍໃຫ້ທຸກຄົນ ມີຄວາມຮັບຜິດຊອບ ຕໍ່ການປ້ອງກັນຕົນເອງ ແລະ ຄອບຄົວຂອງຕົນ ຕະຫຼອດຮອດຊຸມຊົນທີ່ຕົນເອງດຳລົງຊີວິດຢູ່.
ສຸດ ທ້າຍ ນີ້, ຂ້າພະເຈົ້າ ຂໍອວຍພອນໃຫ້ທຸກໆທ່ານຈົ່ງມີສຸຂະພາບແຂງແຮງ, ມີຜົນສໍາເລັດ ໃນໜ້າທີ່ວຽກງານຂອງຕົນ ແລະ ປອດໄພ ຈາກເຊື້ອພະຍາດທຸກຊະນິດ.
ຂໍຂອບໃຈ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ