ສະພາບການລະບາດພະຍາດໂຄວິດ-19 ຢູ່ ສປປ ລາວ, ມາຮອດວັນທີ 17 ສິງຫາ 2021 ໄດ້ກວດວິເຄາະທັງໝົດ 2,769 ຄົນ, ໃນນັ້ນ ກວດພົບຜູ້ຕິດເຊື້ອໃໝ່ ທັງໝົດ 381 ຄົນ ເຊິ່ງຕິດເຊື້ອໃນຊຸມຊົນ 48 ຄົນ ເປັນຜູ້ສຳຜັດໃກ້ຊິດນຳຜູ້ຕິດເຊື້ອທີ່ຜ່ານມາ ຄື:
ນະຄອນຫຼວງ 1 ຄົນ
ບໍ່ແກ້ວ (ເມືອງຕົ້ນເຜິ້ງ) 1 ຄົນ
ຄຳມ່ວນ 2 ຄົນ (ເປັນຜູ້ສຳຜັດໃກ້ຊິດຢູ່ສູນຈຳກັດບໍລິເວນ)
ສະຫວັນນະເຂດ 44 ຄົນ
ສ່ວນ ກໍລະນີນໍາເຂົ້າ ມີ 333 ຄົນ ຈາກ ນະຄອນຫຼວງ 32 ຄົນ, ບໍລິຄຳໄຊ 1 ຄົນ, ຄຳມ່ວນ 146 ຄົນ, ສາລະວັນ 1 ຄົນ, ສະຫວັນນະເຂດ 108 ຄົນ ແລະ ຈຳປາສັກ 45 ຄົນ ເຊິ່ງກວດພົບຈາກແຮງງານລາວ ທີ່ກັບມາແຕ່ປະເທດເພື່ອນບ້ານ ເຂົ້າຕາມຈຸດຜ່ານແດນສາກົນ.
ປະຈຸບັນ ຜູ້ຕິດເຊື້ອໃໝ່ທັງໝົດ ໄດ້ເຂົ້ານອນແຍກປ່ຽວ ແລະ ຮັບການປິ່ນປົວຢູ່ສະຖານທີ່ປິ່ນປົວທີ່ຖືກກຳນົດໄວ້ຂອງແຂວງ.
ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 11,029 ຄົນ, ຄົນເຈັບເສຍຊີວິດສະສົມ 9 ຄົນ (ໃໝ່ 0) ແລະ ກໍາລັງປິ່ນປົວ ທັງໝົດ 4,194 ຄົນ. ສັງເກດເຫັນວ່າ ການຕິດເຊື້ອສ່ວນໃຫຍ່ ແມ່ນເກີດຂຶ້ນໃນຢູ່ໃນສູນຈຳກັດບໍລິເວນ.
ສຳລັບ ຈຸດບໍລິການກວດໂຄວິດ-19 ຢູ່ ມສ ສີໂຄດ ໄດ້ເປີດໃຫ້ບໍລິການບັນດາທ່ານທຸກໆມື້ ໃນຕອນເຊົ້າ ເວລາ 9:00-12:00 ໂມງ.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ