Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຕືອນຝົນຕົກໜັກ! ລະດັບນໍ້າໃນແມ່ນໍ້າຈະເພີ່ມສູງຂຶ້ນ

Posted on 17/08/202117/08/2021 By News No Comments on ເຕືອນຝົນຕົກໜັກ! ລະດັບນໍ້າໃນແມ່ນໍ້າຈະເພີ່ມສູງຂຶ້ນ

ຄວາມກົດດັນຕໍ່າຂອງອາກາດຮ້ອນຍັງປົກຄຸມຢູ່ທົ່ວທຸກພາກ ຂອງປະເທດລາວ ດ້ວຍກໍາລັງອ່ອນ ຫາ ປານກາງ ສົມທົບກັບລົມ ມໍລະສຸມຕາເວັນຕົກສ່ຽງໃຕ້ພັດປົກຄຸມ ຊຶ່ງຈະເຮັດໃຫ້ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ສໍາລັບລະດັບແມ່ນໍ້າສາຂາ ແມ່ນ ໃຫ້ສືບຕໍ່ເຝົ້າລະວັງ ລະດັບນໍ້າຢູ່ຈຸດວັງວຽງ (ນໍ້າຊ່ອງ) ແລະ ເມືອງເກົ່າ (ນໍ້າຊັນ) ທີ່ຍັງຢູ່ໃກ້ເຂດລະວັງໄພ ໂດຍສະເພາະ ຜູ້ທີ່ອາໄສຢູ່ລຽບຕາມ ແຄມແມ່ນໍ້າຊ່ອງ ແລະ ນໍ້າຊັນ ຈົ່ງມີສະຕິຕໍ່ສະພາບນໍ້າຖ້ວມຍື່ງ ແລະ ເກັບມ້ຽນວັດຖຸສິ່ງຂອງມີຄ່າ ແລະ ສັດລ້ຽງ ຜົນລະປູກໄປໄວ້ບ່ອນທີ່ສູງ ແລະ ປອດໄພ, ພ້ອມນີ້ຂໍໃຫ້ຕິດຕາມການລາຍງານຂ່າວ ພະຍາກອນ ອາກາດ ຈາກກົມອຸຕຸນິຍົມ ແລະ ອຸທົກກະສາດຢ່າງຕໍ່ເນື່ອງ.

-ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງ ຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 19-31 ອົງສາ.

-ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມ ໃນລະດັບຄ່ອຍຢູ່ເກືອບທົ່ວໄປ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 22-33 ອົງສາ.

-ນະຄອນຫລວງວຽງຈັນ: ອາກາດຮ້ອນ ຍັງຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງບໍລິເວນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນເທົ່າກັບ 20%, ອຸນຫະພູມໃນລະຫວ່າງ 25-33 ອົງສາ.

-ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.

– ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມ ຂອງຝົນເທົ່າກັບ 40% ຂອງແຂວງ, ອຸນຫະພູມໃນລະຫວ່າງ 18-26 ອົງສາ.

– ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 30% ຂອງພາກ, ອຸນຫະພູມໃນລະຫວ່າງ 25-35 ອົງສາ.

– ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງ ຝົນເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 16-27 ອົງສາ.

.

.

.

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: 6 ເດືອນຕົ້ນປີ 2021 ເມືອງໂຂງ ສາມາດມ້າງຄະດີ ຢ າ ເສ ບ ຕິ ດ ໄດ້ 36 ລາຍ
Next Post: ປະຊາຊົນຊາວເມືອງ ອາດສະພອນ ທຸກຊັ້ນຄົນຕື່ນຕົວໄປຮັບວັກຊິນກັນພະຍາດ ໂ ຄ ວິ ດ

Related Posts

ກົມອຸຕຸນິຍົມເຕືອນ! ພາກກາງ ແລະ ໃຕ້ ກຽມຮັບມື 4 ຫາ 8 ມິຖຸນານີ້ ຈະມີຝົນຕົກໜັກ ຂ່າວສານບ້ານເມືອງ
ຂ່າວດ່ວນ ເກີດເຫດນໍ້າຖ້ວມກະທັນຫັນທີ່ເມືອງຄອບເຊົ້າມື້ນີ້ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມໃໝ່ 579ຄົນ ຂ່າວສານບ້ານເມືອງ
ສ້າງຄວາມສະເທືອນໃຈໃຫ້ຄົນແຂວງວຽງຈັນອີກແລ້ວໂຄວິດ ຂ່າວສານບ້ານເມືອງ
ລາວເຮົາກວດພົບສາຍພັນເດວຕ້າ ຄັ້ງທຳອິດ ຈາກແຮງງານລາວ ທີ່ກັບມາຈາກປະເທດເພື່ອນບ້ານ ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງຫຼວງພະບາງຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme