Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວ-ຫວຽດນາມ ລົງນາມແລກປ່ຽນເອກະສານຮ່ວມມື 14 ສະບັບ

Posted on 10/08/202110/08/2021 By News No Comments on ລາວ-ຫວຽດນາມ ລົງນາມແລກປ່ຽນເອກະສານຮ່ວມມື 14 ສະບັບ

ສປປ ລາວ ແລະ ສສ.ຫວຽດນາມ ໄດ້ລົງນາມ ແລະ ແລກປ່ຽນເອກະສານຮ່ວມມື ຈຳ ນວນ 14 ສະບັບ ເພື່ອປະກອບສ່ວນເຂົ້າໃນການເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງສອງປະເທດ ລາວ ແລະ ຫວຽດນາມ, ໃນນີ້ມີ 7 ເອກະສານຂອງພາກລັດ ແລະ 7 ເອກະສານຂອງພາກເອກະຊົນ.

ພິທີລົງນາມເອກະສານຮ່ວມມືສອງຝ່າຍດັ່ງກ່າວ, ໄດ້ຈັດຂຶ້ນໃນວັນທີ 9 ສິງຫາ 2021 ທີ່ທຳນຽບປະທານປະເທດ ໃນໂອກາດທີ່ ສະຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດ ສັງຄົມນິຍົມ ຫວຽດນາມ, ພ້ອມດ້ວຍພັນລະຍາ ແລະ ຄະນະຜູ້ແທນຂັ້ນສູງ ໄດ້ເດີນທາງມາຢ້ຽມຢາມສັນຖະວະໄມຕີຢ່າງເປັນທາງການ ຢູ່ ສາ ທາລະນະລັດ ປະຊາທິປະໄຕປະຊາຊົນລາວ ໃນວັນທີ 9-10 ສິງຫາ 2021.

อาจเป็นรูปภาพของ กำลังยืน และสถานที่ในร่ม

ໃຫ້ກຽດເປັນສັກຂີພິຍານໃນການລົງນາມເອກະສານ ກ່ຽວກັບການຮ່ວມມືສອງຝ່າຍ ຈໍານວນ 14 ສະບັບນີ້, ໂດຍ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະຊາ ຊົນປະຕິວັດລາວ, ປະທານປະເທດ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ແລະ ສະ ຫາຍ ຫງວຽນ ຊວັນ ຟຸກ ກໍາມະການກົມການເມືອງສູນກາງພັກກອມມູນິດຫວຽດນາມ, ປະທານປະເທດ ແຫ່ງ ສາທາລະນະລັດສັງຄົມນິຍົມຫວຽດນາມ ໂດຍມີບັນດາຄະນະຜູ້ແທນຂັ້ນສູງລາວ ແລະ ຫວຽດນາມເຂົ້າຮ່ວມ.

7 ເອກະສານຂອງພາກລັດປະກອບມີ ຄື: ບົດບັນທຶກວ່າດ້ວຍໂຄງການກໍ່ສ້າງ ໂຮງຮຽນ ວັດທະ ນະທຳຊົນເຜົ່າກອງທັບ ແລະ ໜັງສືເຈດຈໍານົງວ່າດ້ວຍການຮ່ວມມືກອບກູ້ໄພ ລະຫວ່າງສອງກະຊວງປ້ອງກັນປະເທດ ລາວ ແລະ ຫວຽດນາມ, ບົດບັນທຶກເພີ່ມເຕີມແຜນການຮ່ວມມືປະຈໍາປີ 2020 ລະ ຫວ່າງ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສປປ ລາວ ແລະ ກະຊວງປ້ອງກັນຄວາມສະຫງົບ ແຫ່ງ ສສ ຫວຽດນາມ, ບົດບັນທຶກການຮ່ວມມື ລະຫວ່າງຫ້ອງວ່າການປະທານປະເທດ ໄລຍະ 2021-2025, ແຜນການຮ່ວມມື ປີ 2022 ລະຫວ່າງ ສອງກະຊວງຍຸຕິທໍາ ໃນຂົງເຂດກົດໝາຍ ແລະ ຍຸຕິທໍາ, ບົດບັນ ທຶກຊ່ວຍຈໍາ ວ່າດ້ວຍການຮ່ວມມື ສະກັດກັ້ນ, ຕ້ານຢາເສບຕິດ ລະຫວ່າງ ສອງກະຊວງປ້ອງກັນຄວາມສະຫງົບ ແລະ ຂໍ້ຕົກລົງຮ່ວມມື ລະຫວ່າງ ແຂວງໄຊສົມບູນ ແລະ ແຂວງບັກຢາງ.

ສຳລັບ 7 ເອກະສານຂອງພາກເອກະຊົນ ປະກອບມີ ຄື: ສັນຍາສຳປະທານພັດທະນາບໍ່ແຮ່ ຢູ່ເມືອງບໍລິຄັນ ແຂວງບໍລິຄຳໄຊ, ສັນຍາການສໍາຫລວດແຮ່ກົ່ວ ແລະ ແຮ່ຕິດພັນ ຢູ່ເຂດບ້ານນ້ຳສາງ ເມືອງປາກກະດິງ ແຂວງບໍລິຄຳໄຊ, ບົດບັນທຶກຄວາມເຂົ້າໃຈ ເພື່ອສຶກສາສຳຫລວດຄວາມເປັນໄປໄດ້ໃນການພັດທະນາເຂື່ອນໄຟຟ້ານ້ຳຕົກ ຢູ່ສາຍນ້ຳມ້າ ແຂວງຫົວພັນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານຳອູ ແລະ ເຂື່ອນໄຟຟ້ານ້ຳງື່ມ 4, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟຟ້ານ້ຳຈຽນ, ບົດບັນທຶກການຮ່ວມມືສຶກສາ ການຊື້-ຂາຍໄຟຟ້າ ຈາກເຂື່ອນໄຟ ຟ້ານ້ຳເຊກອງ 5, ນ້ຳງ່ອນ 1 ແລະ ນ້ຳງ່ອນ 2 ແລະ ບົດບັນທຶກການຮ່ວມມືສຳຫລວດ, ຂຸດຄົ້ນ ແລະ ແປຮູບແຮ່ທາດ.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ປກສ ນະຄອນໄກສອນ ພົມວິຫານ ມ້າງຄະດີ ຢ ຈັ ບ ຜູ້ຖືກຫາໄດ້ 11 ຄົນ
Next Post: ມອບ – ຮັບ​ ໂຮງຮຽນທິດສະດີການເມືອງກອງທັບ

Related Posts

ກຳນົດເອົາກິດຈະກຳສຳຄັນເທົ່ານັ້ນ ບຸນຊ້າງປະຈໍາປີ 2021 ຈັດພຽງ 1 ວັນ ຂ່າວສານບ້ານເມືອງ
ສູນຝຶກອົບຮົມສູນກາງສະຫະພັນສະຫະພັນແມ່ຍິງລາວ ຈະຖືກນໍາໃຊ້ເປັນບ່ອນພັກຂອງແພດໝໍທີ່ເຮັດວຽກໃກ້ຊິດກັບຜູ້ຕິດເຊື້ອພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ເມືອງນໍ້າບາກຕ້ອງເອົາໃຈໃສ່ປະຕິບັດມາດຕະການຄວບຄຸມພະຍາດໂຄວິດ-19 ຢ່າງເຂັ້ມງວດ ຂ່າວສານບ້ານເມືອງ
ຄົນເຈັບກໍລະນີ14 ອອກໂຮງໝໍແລ້ວ ຍັງເຫລືອຄົນເຈັບປິ່ນປົວຢູ່ໂຮງໝໍ5ຄົນ ຂ່າວສານບ້ານເມືອງ
ເກີດເຫດ! ມື້ນີ້ລົດເມ ວຽງຈັນ-ປາກເຊ ເສຍຫຼັກປີ້ນມື້ນີ້ ຂ່າວສານບ້ານເມືອງ
ຈາກ​ໄປ​ແລ້ວ! ທ່ານ ບົວທອງ ພູນສະລິດ ສິລະປິນແຫ່ງຊາດ ຜູ້ປະພັນບົດເພງ “ສົ່ງພອນປີໃໝ່” ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme