ໃນວັນທີ 8 ສິງຫາ 2021 ຕອນຄຳ່ເວລາ 18:40 ມີລົດເກັງຄັນໜຶ່ງໄດ້ເກີດອຸປະຕິເຫດທີ່ທິດທາງສະຖານີນຳ້ງື່ມ-ສະຖານີຫີນເຫີບ ສະຖານທີ່ເກີດເຫດແມ່ນຈຸດກິໂລແມັດທີ K83, ອຸປະຕິເຫດຄັ້ງນີ້ໄດ້ມີຜູ້ບາດເຈັບ 03ຄົນເປັນເພດຊາຍ ເ ສ ຍ ຊິ ວິ ດ 1ຄົ ນ ແລະ ຮັບບາດເຈັບ 2ຄົນ, ຜູ້ຮັບບາດເຈັບ 2ຄົນ ແມ່ນໄດ້ນຳສົ່ງເຖິງໂຮງໝໍແລ້ວ.

ຕຳຫຼວດຈາລະຈອນ ແລະ ພະນັກງານຄຸ້ມຄອງທາງດ່ວນ ໄດ້ລົງໄປສະຖານທີ່ເກີດເຫດທັນທີ່, ພ້ອມທັງຈັດສັນການສັນຈອນ ແລະ ໃຫ້ຊ່ວຍເຫຼືອ, ການຄາດຄະເນເບື້ອງຕົ້ນແມ່ນຂັບຂີ່ຍານພາຫະນະດ້ວຍຄວາມໄວສູງ.

ຈາກການເກີດອຸປະຕິເຫດໃນຄັ້ງນີ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງຂໍແຈ້ງເຕືອນມາຍັງນັກຂັບຂີ່ທຸກທ່ານວ່າ: ຂັບຂີ່ດ້ວຍຄວາມລະມັດລະວັງ, ຫຼຸດຜ່ອນຄວາມໄວຂອງພາຫະນະ ແລະ ຂັບຊ້າລົງ.

ຂໍໃຫ້ລະມັດລະວັງໃນການຂັບຂີ່ແດ່ເດີ້ ຄ່ອຍໄປຄ່ອຍມາ

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ