ທ່ານ ບຸນໂຈມ ອຸບົນປະເສີດ ລັດຖະມົນຕີກະຊວງການເງິນ ໄດ້ຂຶ້ນຊີ້ແຈງຕໍ່ຄຳຊັກຖາມຂອງຄະນະປະຈຳສະພາແຫ່ງຊາດ ແລະ ບັນດາສະມາຊິກສະພາແຫ່ງຊາດ ຕໍ່ຮ່າງວາລະແຫ່ງຊາດ ວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງວດ້ານເສດຖະກິດ-ການເງິນ ໃນກອງປະຊຸມສະໄໝວິສາມັນ ເທື່ອທີ 1 ຂອງສະພາແຫ່ງຊາດ ຊຸດທີ IX ພາຍໃຕ້ການເປັນປະທານຂອງ ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດໃນຕອນເຊົ້າວັນທີ 6 ສິງຫານີ້.
ທ່ານລັດຖະມົນຕີກະຊວງການເງິນ ໄດ້ກ່າວວ່າ: ການຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດວ່າດ້ວຍການແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນ, ກະຊວງການເງິນ ໄດ້ຄົ້ນຄວ້າ, ສ້າງ ແລະ ປັບປຸງນິຕິກໍາຂອງຂະແໜງການເງິນ 3 ສະບັບ ຄື: ຮ່າງຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ຮ່າງດໍາລັດວ່າດ້ວຍການປະຢັດ ແລະ ຕ້ານການຟຸມເຟືອຍ ແລະ ຮ່າງດໍາລັດວ່າດ້ວຍລົດຂອງລັດຊຶ່ງ 3 ຮ່າງນິຕິກໍາດັ່ງກ່າວ ແມ່ນໄດ້ນໍາສະເໜີ ແລະ ຖືກຮັບຮອງດ້ານຫຼັກການ ໃນກອງປະຊຸມລັດຖະບານສະໄໝສາມັນ ປະຈໍາ ເດືອນພຶດສະພາ 2021. ຫຼັງຈາກນັ້ນ, ໄດ້ປັບປຸງເນື້ອໃນຂອງ 3 ຮ່າງນິຕິກໍາ ຕາມຄໍາເຫັນຂອງກອງປະຊຸມລັດຖະບານ ແລະ ໄດ້ນໍາເຂົ້າທາບທາມຄໍາເຫັນໃນກອງປະຊຸມຄົບຄະນະສະໄໝວິສາມັນຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ຄັ້ງວັນທີ 21-25/6/2021 ແລະ ໄດ້ນໍາສະເໜີ ແລະ ຖືກຮັບຮອງໃນກອງປະຊຸມລັດຖະບານເປີດກວ້າງ ຄັ້ງທີ I ໃນເດືອນກໍລະກົດ 2021 ທີ່ຜ່ານມາ.
ສຳລັບການຈັດເກັບພັນທະງົບປະມານ ຈາກໂຄງການຂຸດຄົ້ນ, ປຸງແຕ່ງ, ຈໍາໜ່າຍພາຍໃນ ແລະ ສົ່ງອອກແຮ່ເຫຼັກ ໃນໄລຍະເຮັດທົດລອງ ຕາມຂໍ້ຕົກລົງຂອງທ່ານນາຍົກລັດຖະມົນຕີ ສະບັບເລກທີ 61/ນຍ, ລົງວັນທີ 21/6/2021 ແມ່ນການປະຕິບັດການເກັບພັນທະງົບປະມານແບບມອບເໝົາ ແລະ ເງິນຄໍ້າປະກັນລ່ວງໜ້າ ສໍາລັບໂຄງການແຮ່ເຫຼັກ ໃນໄລຍະທົດລອງ 3 ປີ ຊຶ່ງແມ່ນນະໂຍບາຍ ແລະ ກົນໄກໃໝ່ ໃນການຈັດເກັບລາຍຮັບໃຫ້ໄດ້ໄວຂຶ້ນ ແລະ ຫຼາຍຂຶ້ນ ທີ່ເປັນການປ່ຽນແທນການເກັບລາຍຮັບຕາມອັດຕາທຽບຖານ ທີ່ໄດ້ກໍານົດໄວ້ໃນບາງມາດຕາຂອງບັນດາກົດໝາຍ ແລະ ນິຕິກໍາໃຕ້ກົດໝາຍທີ່ກ່ຽວຂ້ອງ ຊຶ່ງອີງຕາມຂໍ້ມູນ ຮອດວັນທີ 30/7/2011 ມີທັງໝົດ ຈໍານວນ 9 ໂຄງການ ຊຶ່ງໄດ້ມອບເງິນຄໍ້າປະກັນລ່ວງໜ້າ ເປັນເງິນໂດລາທັງໝົດ ຈໍານວນ 10,4 ລ້ານໂດລາ ແລະ ມອບເປັນສະກຸນເງິນກີບທັງໝົດ ປະມານ 55,01 ຕື້ກີບ ແຕ່ໃນການມອບເງິນຄໍ້າປະກັນລ່ວງໜ້າ ທີ່ເປັນເງິນກີບນັ້ນ ຈະໄດ້ກໍານົດໃນສັນຍາມອບພັນທະງົບປະມານຕື່ມ ເນື່ອງຈາກສັນຍາສໍາປະທານແມ່ນໄດ້ກໍານົດເປັນສະກຸນເງິນໂດລາ, ແຕ່ຍ້ອນສະພາບຄ່ອງຂອງເງິນຕາຕ່າງປະເທດ ໃນລະບົບທະນາຄານບໍ່ພຽງພໍ ຈຶ່ງຈໍາເປັນຮັບເປັນກີບກ່ອນ ແຕ່ເວລາຂຸດຄົ້ນ ແລະ ສົ່ງອອກ ໄດ້ເງິນຕາແລ້ວ ຕ້ອງມາແລກຄືນ ເພື່ອມອບເປັນເງິນຕາຕ່າງປະເທດໃຫ້ລັດຖະບານ.
ສ່ວນການປະຕິບັດພັນທະງົບປະມານແບບມອບເໝົາ ແມ່ນຕາມອັດຕາເດັດຖານ 30 ໂດລາຕໍ່ໂຕນ ສໍາລັບແຮ່ທາດຄຸນນະພາບເຂັ້ມຂຸ້ນເທົ່າກັບ 61,9% ລົງມາ, ສໍາລັບແຮ່ທາດຄຸນນະພາບຄວາມເຂັ້ມຂຸ້ນເທົ່າກັບ 62% ຂຶ້ນໄປ ແລະ ລາຄາຊື້-ຂາຍແຮ່ທາດເຫຼັກໃນຕະຫຼາດໂລກ 200 ໂດລາຕໍ່ໂຕນ ຂຶ້ນໄປ ແມ່ນໃຫ້ຈ່າຍເພີ່ມອີກ 10 ໂດລາຕໍ່ໂຕນ. ໃນກໍລະນີ ແຮ່ທາດໃນຕະຫຼາດໂລກ ຫາກຫຼຸດລົງຕໍ່າກວ່າ 200 ໂດລາຕໍ່ໂຕນ ແມ່ນໃຫ້ບໍລິສັດຈ່າຍໃນລາຄາ 30 ໂດລາ, ການມອບພັນທະງົບປະມານ ແມ່ນມອບເປັນຄັ້ງຕາມຈໍານວນສົ່ງອອກແຮ່ເຫຼັກ ເປັນສະກຸນເງິນໂດລາ ທີ່ໄດ້ຄິດໄລ່ຕາມປະລິມານການຂົນສົ່ງອອກຈາກປາກບໍ່ ທີ່ໄດ້ຮັບການຢັ້ງຢືນຈາກກະຊວງພະລັງງານ ແລະ ບໍ່ແຮ່.
ພາຍຫຼັງທີ່ໄດ້ຮັບພັນທະງົບປະມານແບບມອບເໝົາແລ້ວ ກະຊວງການເງິນ ຈະໄດ້ຈັດແບ່ງພັນທະ ເປັນລາຍຮັບງົບປະມານແຕ່ລະປະເພດ ໂດຍໄດ້ອອກເປັນຂໍ້ຕົກລົງສະບັບເລກທີ 3315/ກງ, ລົງວັນທີ 27/7/2021 ຊຶ່ງຈະໄດ້ກໍານົດເປັນ 2 ຮູບແບບການຈັດແບ່ງ ຄື: ການຂຸດຄົ້ນເພື່ອຈໍາໜ່າຍພາຍໃນ ແລະ ການຂຸດຄົ້ນເພື່ອສົ່ງອອກ ຊຶ່ງມີຄວາມແຕກຕ່າງກັນຄື: ໃນເວລາຈໍາໜ່າຍພາຍໃນ ແມ່ນຈະໄດ້ແບ່ງໃຫ້ເປັນລາຍຮັບອາກອນມູນຄ່າເພີ່ມຂອດຈໍາໜ່າຍພາຍໃນ, ສ່ວນໃນເວລາສົ່ງອອກ ແມ່ນຈະໄດ້ແບ່ງໃຫ້ເປັນລາຍຮັບພາສີສົ່ງອອກ.
ສ່ວນການແກ້ໄຂຄວາມຫຍຸ້ງຍາກທາງດ້ານໜີ້ສິນສາທາລະນະ, ກະຊວງການເງິນໄດ້ສຸມໃສ່ຄົ້ນຄວ້າຮ່າງຍຸດທະສາດການແກ້ໄຂຄວາມຫຍຸ້ງຍາກດ້ານໜີ້ສິນສາທາລະນະ ໃນ 5 ປີຕໍ່ໜ້າ (2021-2025) ເພື່ອແນໃສ່ໃຫ້ ສາມາດຫຼຸດຜ່ອນຄວາມກົດດັນຂອງໜີ້ສິນ ແລະ ໃຫ້ກັບເຂົ້າສູ່ສະພາບປົກກະຕິເພື່ອສ້າງພື້ນຖານໃຫ້ແກ່ການບໍລິຫານໜີ້ສິນ ໃຫ້ມີຄວາມຍືນຍົງໃນໄລຍະກາງ ແລະ ໄລຍະຍາວ ຊຶ່ງໄດ້ກໍານົດ 5 ຍຸດທະສາດ ຄື: ເຈລະຈາກັບບັນດາຜູ້ໃຫ້ທຶນ ເພື່ອເລື່ອນໜີ້ສິນ ແລະ ພິຈາລະນາຜ່ອນຜັນບັນດາເງື່ອນໄຂເງິນກູ້ຢືມ ຫຼື ພາລະຕ່າງໆຂອງ ສປປ ລາວ ຕໍ່ບັນດາຜູ້ໃຫ້ທຶນ; ສະສົມແຫຼ່ງທຶນພາຍໃນ ເພື່ອຮອງຮັບການບໍລິຫານ ແລະ ປົດໜີ້ສິນລົງ; ປະຕິຮູບ ແລະ ປັບປຸງປະສິດທິຜົນຂອງບັນດາລັດວິສາຫະກິດ; ສ້າງຄວາມເຊື່ອໝັ້ນກັບສາກົນ ແລະ ຄູ່ຮ່ວມພັດທະນາ ເພື່ອສືບຕໍ່ດຶງດູດການຊ່ວຍເຫຼືອ ແລະ ຫຼຸດຜ່ອນຄວາມກົດດັນຕໍ່ ສປປ ລາວ; ສືບຕໍ່ບໍລິຫານໜີ້ສິນ ດ້ວຍການຕໍ່ອາຍຸໜີ້ສິນອອກໄປຈໍານວນໃນເພດານການກູ້ຢືມ ແລະ ເງື່ອນໄຂເໝາະສົມ ບໍ່ໃຫ້ກະທົບຕໍ່ຖານະໜີ້ສິນ.
ສ່ວນການຊອກຫາແຫຼ່ງທຶນ ເພື່ອມາຊໍາລະໃນໄລຍະສັ້ນ (2021-2023) ແມ່ນອີງໃສ່ບັນດາມາດຕະການທີ່ກໍານົດຢູ່ໃນ ຮ່າງຄໍາສັ່ງຂອງນາຍົກລັດຖະມົນຕີ ວ່າດ້ວຍການເພີ່ມທະວີການຄຸ້ມຄອງ ແລະ ຕ້ານການຮົ່ວໄຫຼຂອງລາຍຮັບງົບປະມານແຫ່ງລັດ, ການຄົ້ນຄວ້າ ການຈັດເກັບພັນທະງົບປະມານຈາກໂຄງການພັດທະນາບໍ່ແຮ່ (ແຮ່ເຫຼັກ) ແລະ ສົ່ງອອກແຮ່ເຫຼັກ ແບບທົດລອງ ແລະ ການຄົ້ນຄວ້າຫັນຊັບສິນເປັນທຶນຈໍານວນໜຶ່ງ ເພື່ອມາເປັນທຶນໃນການຊໍາລະໜີ້ ໃນໄລຍະ 2-3 ປີ. ພ້ອມນັ້ນ, ໄດ້ກໍານົດເອົາການເພີ່ມຂຶ້ນຂອງລາຍຮັບພາຍໃນແຕ່ລະປີທີ່ໄດ້ກໍານົດໄວ້ໃນແຜນງົບປະມານແຫ່ງລັດ 5 ປີ (2021-2025) ຈໍານວນໜຶ່ງ ສະສົມໄວ້ເພື່ອໄປຊໍາລະໜີ້ສິນໃຫ້ຫຼຸດລົງ.
ທ່ານ ບຸນໂຈມ ອຸບົນປະເສີດ ຍັງກ່າວອີກວ່າ: ກະຊວງການເງິນ ໄດ້ສຸມໃສ່ຄົ້ນຄວ້າ ຮ່າງຍຸດທະສາດການພັດທະນາວິສາຫະກິດລັດລົງທຶນ ຮອດປີ 2025 ແລະ ວິໄສທັດຮອດປີ 2030 ແລະ ແຜນປະຕິຮູບລັດວິສາຫະກິດ ໄລຍະ 5 ປີ (2021-2025) ໂດຍໄດ້ກໍານົດທິດທາງລວມ ແລະ ຄາດໝາຍສູ້ຊົນ 2025-2030 ເພື່ອສ້າງຄວາມເຂັ້ມແຂງວິສາຫະກິດລັດລົງທຶນໃຫ້ມີຜົນກໍາໄລ, ມີທຶນສະສົມ, ດໍາເນີນທຸລະກິດ ໃຫ້ມີປະສິດທິຜົນ ຊຶ່ງຈະໄດ້ຈັດຕັ້ງປະຕິບັດ 6 ຍຸດທະສາດ ຄື: 1). ທົບທວນຄືນ, ປັບປຸງ ແລະ ສ້າງບັນດານິຕິກໍາ ເພື່ອຮັບປະກັນໃຫ້ແກ່ການຄຸ້ມຄອງ ແລະ ພັດທະນາວິສາຫະກິດລັດລົງທຶນ; 2). ຄຸ້ມຄອງ, ຕິດຕາມ ແລະ ປະເມີນຜົນວິສາຫະກິດລັດລົງທຶນ; 3). ສ້າງແຜນການປະຕິຮູບວິສາຫະກິດຍຸດທະສາດ ແລະ ບໍ່ຍຸດທະສາດ; 4). ປັບປຸງລະບົບການຈັດຕັ້ງຂອງລັດເພື່ອຄຸ້ມຄອງວິສາຫະກິດລັດລົງທຶນໃນຕໍ່ໜ້າ; 5). ຄຸ້ມຄອງວິສາຫະກິດລັດລົງທຶນດ້ວຍລະບົບທັນສະໄໝ ແລະ ຮ່ວມມືກັບສາກົນ; 6). ແຜນການສົ່ງເສີມວິສາຫະກິດລັດລົງທຶນ. ນອກນີ້, ຈະໄດ້ຄົ້ນຄວ້າຈັດລຽງບັນດາລັດວິສາຫະກິດທີ່ເປັນຍຸດທະສາດ ເພື່ອປະຕິຮູບໂດຍໄວ ເປັນຕົ້ນ ລັດວິສາຫະກິດໄຟຟ້າລາວ, ລັດວິສາຫະກິດການບິນລາວ ແລະ ອື່ນໆ.
ຕິດພັນກັບການປັບປຸງນະໂຍບາຍສ່ວຍສາອາກອນ ກະຊວງການເງິນ ໄດ້ຄົ້ນຄວ້າປັບປຸງບາງມາດຕາຂອງ 4 ກົດໝາຍຄື ກົດໝາຍວ່າດ້ວຍການຄຸ້ມຄອງສ່ວຍສາອາກອນ, ກົດໝາຍວ່າດ້ວຍອາກອນມູນຄ່າເພີ່ມ, ກົດໝາຍວ່າດ້ວຍອາກອນລາຍໄດ້ ແລະ ກົດໝາຍວ່າດ້ວຍການຊົມໃຊ້ ທີ່ຈະນໍາສະເໜີຜ່ານໃນກອງປະຊຸມຄັ້ງນີ້. ນອກນັ້ນ, ຍັງຈະໄດ້ສຸມໃສ່ຄົ້ນຄວ້າປັບປຸງກົດໝາຍວ່າດ້ວຍງົບປະມານແຫ່ງລັດ ທີ່ຈະນໍາສະເໜີຕໍ່ກອງປະຊຸມສະໄໝ ສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ IX ໃນທ້າຍປີ 2021 ແລະ ຈະໄດ້ຄົ້ນຄວ້າສ້າງ ແລະ ປັບປຸງບັນດານິຕິກໍາຂອງຂະແໜງການເງິນ ໄປຕາມແຜນການສ້າງ ແລະ ປັບປຸງນິຕິກໍາ ຂອງຂະແຫນງການເງິນ 5 ປີ (2021-2025).
ຕໍ່ກັບການຫັນເປັນທັນສະໄໝຂອງຂະແໜງການເງິນ ການສະໜອງຂໍ້ມູນຍັງບໍ່ຄົບຖ້ວນ ໂດຍສະເພາະບັນດາໂຄງການຫັນເປັນທັນສະໄໝ ທີ່ຈະດໍາເນີນການຈັດຕັ້ງປະຕິບັດ, ໄລຍະເວລາຈັດຕັ້ງປະຕິບັດ ແລະ ໂຄງການທີ່ໄດ້ຈັດຕັ້ງປະຕິບັດແລ້ວ ມີປະສິດທິຜົນສູງພຽງໃດ? ຕໍ່ຂໍ້ຊັກຖາມນີ້, ທ່ານ ລັດຖະມົນຕີໄດ້ຊີ້ແຈງວ່າ: ດ້ານລາຍຮັບ ໄດ້ມີການພັດທະນາ ແລະ ນໍາໃຊ້ລະບົບທີ່ທັນສະໄໝຢູ່ຂອດການນໍາເຂົ້າ ເອີ້ນວ່າລະບົບແຈ້ງພາສີເປັນລາຍລະອຽດແບບເອເລັກໂຕຣນິກ (ASYCUDA) ຊຶ່ງປັດຈຸບັນໄດ້ມີການຕິດຕັ້ງຢູ່ 24 ດ່ານພາສີສາກົນ ແລະ ເຂດເສດຖະກິດພິເສດ ເພື່ອໃຫ້ບໍລິສັດນໍາເຂົ້າ-ສົ່ງອອກ ສາມາດແຈ້ງເສຍພາສີ-ອາກອນດ້ວຍຕົນເອງ, ສ່ວນການຊໍາລະສະສາງແມ່ນຜ່ານທະນາຄານ. ການຄຸ້ມຄອງເກັບລາຍຮັບອາກອນຢູ່ພາຍໃນ ແມ່ນນໍາໃຊ້ລະບົບ (Tax RIS) ຊຶ່ງຂະຫຍາຍໄປໄດ້ 17 ແຂວງ, ນະຄອນຫຼວງ, 47 ເມືອງ ແລະ 3 ນະຄອນ ລວມທັງໝົດ 69 ຈຸດໃນຂອບເຂດທົ່ວປະເທດ ແລະ ຄາດວ່າໝົດປີ 2021 ຈະໃຫ້ສໍາເລັດໃນການເຊື່ອມກັບ 40 ເມືອງ ທີ່ມີເງື່ອນໄຂການເຂົ້າເຖິງລະບົບໄຟຟ້າ ແລະ ອິນເຕີເນັດ ຊຶ່ງມາຮອດປັດຈຸບັນ ມີຫົວໜ່ວຍທຸລະກິດທີ່ມາລົງທະບຽນເຂົ້າໃນລະບົບ ຈໍານວນ 52.142 ຫົວໜ່ວຍ; ໃນນັ້ນ, ມີຫົວໜ່ວຍທີ່ແຈ້ງມອບຜ່ານລະບົບ 27.880 ຫົວໜ່ວຍ. ສໍາລັບການພັດທະນາລະບົບການຫັນເປັນທັນສະໄໝດ້ານລາຍຮັບ ເຮັດໃຫ້ມີການມອບພັນທະເພີ່ມຂຶ້ນ ເປັນຕົ້ນການແຈ້ງມອບພັນທະນອາກອນ ສົມທຽບໂຕເລກການແຈ້ງມອບປີ 2019 ແລະ 2020 ເພີ່ມຂຶ້ນ 17% ທຽບກັບປີ 2019, ຈໍານວນໃບແຈ້ງມອບອາກອນຜ່ານອອນລາຍເພີ່ມຂຶ້ນ 86% ແລະ ເປັນຈໍານວນອາກອນເພີ່ມຂຶ້ນ 16% ໃນປີ 2021 ທຽບກັບປີ 2020 ເພີ່ມຂຶ້ນ 23% ເປັນເງິນເພີ່ມຂຶ້ນ 44% ໃນນັ້ນການແຈ້ງອາກອນຜ່ານອອນລາຍເພີ່ມຂຶ້ນ 59% ທຽບກັບໄລຍະດຽວກັນຂອງປີ 2020. ພ້ອມນັ້ນ, ກະຊວງການເງິນ ຈະໄດ້ພັດທະນາໂຄງການຫັນວຽກງານຂະແໜງການເງິນເປັນດີຈີຕອນ ທີ່ປະກອບມີ 8 ໂຄງການໃຫ້ສໍາເລັດຜົນ ເພື່ອໃຫ້ສາມາດລວມສູນທຸກລະບົບຂອງການຫັນເປັນທັນສະໄໝ ດ້ານການເກັບລາຍຮັບ ແລະ ລາຍຈ່າຍຂອງຂະແໜງການເງິນ.
(ຂ່າວ: ສຸກສະຫວັນ, ພາບ: ບຸນຕອມ)