Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເລີ່ມແລ້ວ! ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກຊີນປ້ອງກັນໂຄວິດ

Posted on 04/08/202104/08/2021 By News No Comments on ເລີ່ມແລ້ວ! ຟາຍເຊີ ແລະ ໂມເດີນາ ປັບຂຶ້ນລາຄາວັກຊີນປ້ອງກັນໂຄວິດ

ສຳນັກຂ່າວຕ່າງປະເທດລາຍງານວ່າ: ຟາຍເຊີ ແລະ ໂມເດີນາ 2 ບໍລິສັດຜູ້ພັດທະນາ ແລະ ຜະລິດວັກແຊັງ ໄດ້ປັບຂຶ້ນລາຄາວັກແຊັງທີ່ຈະຂາຍໃຫ້ສະຫະພາບເອີຣົບ ໂດຍລາຄາໃໝ່ນີ້ຄາດວ່າຈະຢູ່ທີ່ 19,50 ເອີໂຣ ຕໍ່ 1 ໂດສ ຫຼື ປະມານ 23,15 ໂດລາສະຫະລັດ ເມື່ອທຽບກັບ 18,39 ໂດລາສະຫະລັດທີ່ຂາຍກ່ອນໜ້ານີ້.

ສ່ວນໂມເດີນາ ຄາດວ່າລາຄາໃໝ່ນີ້ຈະຢູ່ທີ່ 25,50 ໂດລາສະຫະລັດຕໍ່ 1 ໂດສ ຈາກສັນຍາຊື້ – ຂາຍຮອບທຳອິດຢູ່ທີ່ 22,60 ໂດລາສະຫະລັດ ເຖິງແມ່ນວ່າລາຄາຈະຖືກກວ່າຕາມທີ່ຕົກລົງກັນໄວ້ໃນເບື້ອງຕົ້ນ ເຊິ່ງຢູ່ທີ່ 28,50 ໂດລາຕໍ່ 1 ໂດສ ແຕ່ການສັ່ງຊື້ມີຈຳນວນເພີ່ມຂຶ້ນ.

ລາຍງານລະບຸວ່າ: ການປັບຂຶ້ນລາຄາວັກແຊັງຂອງສອງບໍລິສັດດັ່ງກ່າວ ສະທ້ອນໃຫ້ເຫັນວ່າ ຄວາມຕ້ອງການວັກແຊັງທີ່ມີປະສິດທິພາບຍັງມີສູງ, ໃນຂະນະທີ່ລັດຖະບານຂອງຫຼາຍປະເທດຈຳເປັນຕ້ອງຍອມຈ່າຍໃນລາຄາທີ່ແພງຂຶ້ນ ເພື່ອໃຫ້ໄດ້ວັກແຊັງຕາມຄວາມຕ້ອງການ.

ແນວໃດກໍຕາມ, ທັງສອງບໍລິສັດຜູ້ພັດທະນາວັກແຊັງ 2 ຊະນິດດັ່ງກ່າວນັ້ນ ຍັງບໍ່ໄດ້ອອກມາສະແດງຄວາມຄິດເຫັນໃດໆຕໍ່ຄະນະກຳມາທິການເອີຣົບ ( EC ) ໂດຍອ້າງວ່າເປັນຄວາມລັບຂອງທາງລັດຖະການ.

ທັງນີ້, ສັນຍາຊື້ – ຂາຍສະບັບຫຼ້າສຸດລະບຸວ່າ: ທັງສອງບໍລິສັດຈະຕ້ອງສົ່ງມອບວັກແຊັງ ຈຳນວນ 2.100 ລ້ານໂດສ ໃຫ້ແກ່ ອີຢູ ຕະຫຼອດໄລຍະເວລາ 2 ປີຂ້າງໜ້າ. ທັງນີ້, ໃນໄລຍະນີ້ ສາຍພັນເດວຕ້າໄດ້ລະບາດຢ່າງໜັກໜ່ວງຫຼາຍປະເທດໃນໂລກ ລວມທັງອີຢູ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງອຸດົມໄຊເລີ່ມແລ້ວ! ສັກຢາວັກຊີນ Jonhson & Jonhson ງວດທີ່ 4 ສັກເຂັມດຽວ
Next Post: ດ່ວນເດີ້! ສະຫວັນເຂດເເຈ້ງ ສືບຕໍ່ປະຕິບັດມາດຕະການ ເລີ່ມວັນທີ 5ຫາ30 ສິງຫາ 2021

Related Posts

ກອງປະຊຸມຈັດຕັ້ງທີມຕິດຕາມກວດກາມາດຕະການບໍ່ຊື້ – ບໍ່ຂາຍເຄື່ອງດື່ມທີ່ມີທາດເຫຼົ້າ ຂ່າວສານບ້ານເມືອງ
13 ກໍລະກົດ ທີ່ຈະມາເຖິງນີ້ ຈະປະກາດເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ຂ່າວສານບ້ານເມືອງ
ອຸດສາຫະກຳ ແລະການຄ້າ ກໍານົດ ລາຄາຂາຍ ຜ້າອັດປາກ-ດັງ! ຂາຍເກີນລາຄາ ຈະຖືກດໍາເນີນຄະດີ ຂ່າວສານບ້ານເມືອງ
ການນຳ ກະຊວງ ປກສ ອວຍພອນສະຫາຍ ເລຂາທິການໃຫຍ່ ປະທານປະເທດ ແຫ່ງ ສປປ ລາວເນື່ອງວັນສ້າງຕັ້ງກໍາລັງ ປກສ ຄົບຮອບ 61 ປີ ຂ່າວສານບ້ານເມືອງ
ໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ບໍ່ເຕ່ນ-ວຽງຈັນໃຕ້ ສໍາເລັດ 93,82% ຂ່າວສານບ້ານເມືອງ
ເສົ້າໃຈ ລົດຈັກຕໍາເຮືອນເສຍຊີວິດຄາທີ່ຢູ່ເມືອງຈໍາປາສັກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme