Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລົງດາບຮ້ານດົງຫອຍ ແລະ ຮ້ານຊີຊີບາ ທີ່ລະເມີດຄໍາສັ່ງ

Posted on 04/08/202104/08/2021 By News No Comments on ລົງດາບຮ້ານດົງຫອຍ ແລະ ຮ້ານຊີຊີບາ ທີ່ລະເມີດຄໍາສັ່ງ

ໃນຄືນວັນທີ 1 ສິງຫາ 2021, ເຈົ້າໜ້າທີ່ຕໍາຫຼວດພະແນກທ່ອງທ່ຽວ ຫ້ອງສັນຕິບານ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ ນໍາໂດຍ ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໄດ້ສົມທົບກັບກອງພັນປ້ອງກັນເຄື່ອນທີ່ ແລະ ພາກສ່ວນທີ່ກ່ຽວຂ້ອງ ລົງກວດກາພົບເຫັນ ຮ້ານ ຊີຊີ ບຣາ ຢູ່ເຂດສາມແຍກຫຼັກ 1 ບ້ານຫາຍໂສກ ເມືອງຈັນທະບູລີ ແລະ ຮ້ານອາຫານ ດົງຫອຍ ຢູ່ເຂດເສັ້ນທາງຕັດໃໝ່ລະຫວ່າງ ບ້ານພະຂາວ ຫາ ບ້ານ ຄໍາຮຸ່ງ ເມືອງໄຊທານີ ເປີດໃຫ້ໃຊ້ບໍລິການເກີນໂມງທີ່ກໍານົດໄວ້ ( 22:00 ໂມງ ) ແລະ ບໍລິການເຄື່ອງດື່ມທີ່ມີທາດເຫຼົ້າ ໂດຍລະເມີດຕໍ່ແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ວ່າດ້ວຍການເພີ່ມທະວີມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດໂ ຄ ວິດ ຢູ່ນະຄອນຫຼວງວຽງຈັນ.

.

.

ພັທ ອຸດອນ ຈັນທະວົງ ຮອງຫົວໜ້າຫ້ອງສັນຕິບານ ປກສ ນວ ໃຫ້ຮູ້ວ່າ: ຕໍ່ກັບຮ້ານ ຊີຊີ ບຣາ ແລະ ຮ້ານອາຫານ ດົງຫອຍ ເຈົ້າໜ້າທີ່ ໄດ້ປະຕິບັດມາດຕະການຕໍ່ຜູ້ລະເມີດ ຕາມແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ທີ່ລະບຸໄວ້ໃນຂໍ້ 3 ວ່າ: ບຸກຄົນ ຫຼື ນິຕິບຸກຄົນໃດ ຫາກລະເມີດມາດຕະການປ້ອງກັນ, ຄວບຄຸມ, ສະກັດກັ້ນ ແລະ ແກ້ໄຂການແຜ່ລະບາດຂອງພະຍາດ ໂ ຄ ວິ ດ ທີ່ລັດຖະບານ, ຄະນະສະເພາະກິດ, ກະຊວງ-ອົງການ ຂັ້ນສູນກາງ, ນະຄອນຫຼວງວຽງຈັນ ວາງອອກ ແມ່ນຈະຖືກປັບໄໝ ຢ່າງເຂັ້ມງວດ ແລະ ເດັດຂາດ. ດັ່ງນີ້: ບຸກຄົນທີ່ລະເມີດ ໃຫ້ປັບໄໝ ແຕ່ 500.000-3.000.000 ກີບ ຕໍ່ຄົນ ແລະ ຕໍ່ຄັ້ງ; ສ່ວນນິຕິບຸກຄົນທີ່ລະເມີດ ໃຫ້ປັບໄໝ ແຕ່ 5.000.000-10.000.000 ກີບ ຕໍ່ນິຕິບຸກຄົນ ແລະ ຕໍ່ຄັ້ງ.

.

.

ເພື່ອເປັນການປ້ອງກັນ, ຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງພະຍາດໂ ຄ ວິ ດ ກອງບັນຊາການ ປກສ ນະຄອນຫຼວງວຽງຈັນ, ຈິ່ງຮຽກຮ້ອງມາຍັງບັນດາຮ້ານອາຫານ-ກິນດື່ມ ແລະ ຮ້ານບັນເທີງ ໃຫ້ປະຕິບັດຕາມແຈ້ງການເລກທີ 018/ສພກ.ນວ, ລົງວັນທີ 20 ກໍລະກົດ 2021 ວາງອອກຢ່າງເຂັ້ມງວດ ເພື່ອບໍ່ໃຫ້ພະຍາດສືບຕໍ່ແຜ່ລະບາດ ແລະ ເຮັດໃຫ້ການດໍາລົງຊີວິດຂອງພໍ່ແມ່ປະຊາຊົນກັບຄືນສູ່ສະພາວະປົກກະຕິໂດຍໄວ.

.

ຟັງຂ່າວ

.

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ເມື່ອຍແທນແພດໝໍ! ຕິດເຊື້ອເພີ່ມມື້ນີ້ 290ຄົນ
Next Post: ເມື່ອຍແທນແພດໝໍ! ຕ້ອງຮັບມືຊ່ວຍເຫຼືອແຮງງານທີ່ກັບຄືນປະເທດຈໍານວນຫຼາຍ

Related Posts

ເຈົ້າໜ້າທີ່ເຂົ້າຫອບຊຽນໄພ້ໄປສຶກສາອົບຮົມ ຂ່າວສານບ້ານເມືອງ
ທະຫານແຂວງອຸດົມໄຊ ມອບເງິນນະໂຍບາຍໃຫ້ພະນັກງານອຸດໜູນ-ເຂົ້າບຳນານ ຂ່າວສານບ້ານເມືອງ
ລາວ ຍັງເຂັ້ມງວດໃນການເຝົ້າລະວັງຕາມຈຸດຜ່ານດ່ານຕ່າງໆ ຂ່າວສານບ້ານເມືອງ
ຈຸດຂົວຫ້ວຍເດື່ອໃກ້ຊິຮອດຈຸດສຸມເມືອງວັງ ທາງຂາດແລ້ວ ຂ່າວສານບ້ານເມືອງ
​ອຸດົມໄຊ​ແຈ້ງ! ສືບຕໍ່ປະຕິບັດມາດຕະການປ້ອງກັນ ໂຄວິດ ຮອດວັນທີ 7 ມິຖຸນາ 2021 ຂ່າວສານບ້ານເມືອງ
ສໍາເລັດການເຂົ້າຮ່ວມກອງປະຊຸມສາກົນວ່າດ້ວຍອະນາ ຄົດ​ ຂອງອາຊີ ຄັ້ງທີ 26 ໃນຮູບແບບກອງປະຊຸມທາງໄກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme