Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສຸນິສາ ລີ ໄດ້ອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ

Posted on 03/08/202103/08/2021 By News No Comments on ສຸນິສາ ລີ ໄດ້ອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ

ສຸນິສາ ລີ ນັກກິລາຢິມນາສຕິກ ເຜົ່າມົ້ງລາວ ສັນຊາດອາເມຣິກາ ຄົນທຳອິດ ໄດ້ເຂົ້າຮ່ວມງານມະຫາກຳກິລາໂອແລມປິກສາກົນ ໂດຍສະເພາະ ໂອແລມປິກເກມ 2020 ທີ່ເລື່ອນມາແຂ່ງຂັນໃນປີນີ້ ຢູ່ນະຄອນຫລວງໂຕກຽວ ປະເທດຍີ່ປຸ່ນ ແລະ ສາມາດພິຊິດ 1 ຫລຽນຄຳ 1 ຫລຽນເງິນ ຈາກລາຍການ All-around ລວມທຸກອຸປະກອນ ປະເພດຍິງດ່ຽວ ແລະ ລາຍການທີມຍິງ All-around. ຫລ້າສຸດໄດ້ອີກ 1 ຫລຽນທອງຈາກ ລາຍການ ຫ່າວຕ່າງລະດັບ (Uneven bars) ໄດ້ 14.500 ຄະແນນ, ຫລຽນຄຳເປັນຂອງ ນີນ້າ ດາວາວ ແຊ້ມໂລກຄັ້ງຫລ້າສຸດຈາກເບວຢ້ຽມ (ແບນຊິກ) ໄດ້ 15.200 ຄະແນນ, ຫລຽນເງິນ ຈາກຣັດເຊຍ ໄດ້ 14.833 ຄະແນນ. ສຸນິສາ ລີ ຍັງກຽມລຸ້ນຫລຽນ ປະເພດດ່ຽວ ລາຍການ ຄານຊົງຕົວ (Balance beam) ໃນວັນທີ 3 ສິງຫານີ້.

.

.

ສຳລັບ ສຸນິສາ ລີ ອາຍຸ 18 ປີ ເກີດຢູ່ ເຊົາເຊັນພໍລ, ລັດມິນເນໂຊຕ້າ ສະຫະລັດ ອາເມຣິກາ, ພໍ່ແມ່ເປັນເຜົ່າມົ້ງລາວ ອົບພະຍົກຈາກ ສປປ ລາວ ໄປຢູ່ອາເມຣິກາແຕ່ນ້ອຍ. ສຸນິສາ ລີ ຫັດແອບຢິມນາສຕິກມາແຕ່ນ້ອຍ ແລະ ກ້າວຕິດທີມຊາດອາເມຣິກາ ໃນປີ 2017 ເຖິງປະຈຸບັນ, ເຄີຍໄດ້ຫລຽນຄຳຊິງແຊ້ມໂລກປະເພດທີມ ໃນປີ 2019 ທີ່ສະຕຸດກາດ ປະເທດເຢຍລະມັນ ພ້ອມກັນດຽວນັ້ນ ກໍໄດ້ຫລຽນເງິນ ລາຍການ Floor Exercise ແລະ ຫລຽນທອງ ລາຍການ Uneven Bars.

Photo: Tokyo 2020, International Gymnastics Federation – FIG, Team USA,
U.S. Embassy Vientiane

ຂ່າວສານບ້ານເມືອງ

Post navigation

Previous Post: ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ
Next Post: ສຸດອີ່ລີ່! ສຸນິສາ ລີ ກວດອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ

Related Posts

ຊົມເຊີຍ! ຄົນເຈັບໂຄວິດ-19 ກໍລະນີ ທີ່ 2 ແລະ 13 ອອກໂຮງໝໍແລ້ວ ມື້ນີ້ ຂ່າວສານບ້ານເມືອງ
ຫຼາຍບ້ານໃນເມືອງໄຊເສດຖາ ປະຕິບັດຄໍາສັ່ງເລກທີ 06/ນຍ ໄດ້ດີ ຂ່າວສານບ້ານເມືອງ
ເມືອງປາກລາຍ ມ້າງລາຍຄະດີຜູ່ປອມແປງເງິນຕາ ຫຼື ນຳໃຊ້ເງິນກີບປອມ ຂ່າວສານບ້ານເມືອງ
ສະຫວັນນະເຂດ ພົບຜູ້ຕິດເຊື້ອພະຍາດໂຄວິດ 19 ໃນເພດຍິງກວມເອົາ 60% ຂອງຈຳນວນຜູ້ຕິດເຊື້ອທັງໝົດ ຂ່າວສານບ້ານເມືອງ
ເມືອງປາກທາໄດ້ມີພິທີ ປະກາດການເລື່ອນຊັ້ນ ໃຫ້ນາຍຕໍາຫຼວດ ທີ່ມີຜົນງານດີເດັ່ນຄົບຕາມມາດຖານເງື່ອນໄຂ ຂ່າວສານບ້ານເມືອງ
ຍີ່ປຸ່ນມອບພາຫະນະ ແລະ ອຸປະກອນພາກສະໜາມ ໃຫ້ແກ່ໂຄງການເກັບກູ້ລ ະ ເ ບີ ດ ແຫ່ງຊາດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme