Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ

Posted on 03/08/202103/08/2021 By News No Comments on ຊາວໄທ 7 ຄົນ ເກັບເຫັດຂ້າມຊາຍແດນປະເທດ ຖືກກັກຕົວ

ປກສ ແຂວງຈຳປາສັກ ນໍາຕົວຄົນສັນຊາດໄທ 7 ຄົນ ເຂົ້າຈຳກັດບໍລິເວນ ຢູ່ສູນກັກກັນ ຫລັກ 21 ເມືອງປະທຸມພອນ.

ອີງຕາມຂໍ້ມູນ ຈາກກອງບັນຊາການ ແຂວງຈຳປາສັກ ໄດ້ໃຫ້ຮູ້ວ່າ: ໃນວັນທີ 1 ສິງ ຫາ 2021 ເວລາ 12:00 ໂມງ ກໍາລັງທະຫານກອງ ຄ 522 ໄດ້ກັກຕົວຄົນສັນຊາດໄທ ຈໍານວນ 07 ຄົນ, ຍິງ 05 ຄົນ ປະກອບ ມີ: ນາງ ຕິມ ອາຍຸ 61 ປີ, ນາງ ປິ່ນ ອາຍຸ 48 ປີ, ນາງ ສົງການ ອາຍຸ 41 ປີ, ນາງ ສີລິນຍາ ອາຍຸ 31 ປີ, ທ້າວ ທົດສະພົນ ອາຍຸ 28 ປີ ນາງ ວັນນະພາ ອາຍຸ 27 ປີ ແລະ ທ້າວ ສຸວິດ ອາຍຸ 31 ປີ ພວກກ່ຽວແມ່ນເຊື້ອຊາດ-ສັນຊາດໄທ ອາຊີບຊາວນາ ຢູ່ບ້ານສວນສົນ ເມືອງສີລິນທອນ ແຂວງອຸບົນລາດຊະທານີ ຣາຊະອານາຈັກໄທ.

ໃນເບື້ອງຕົ້ນ ຈາກເຈົ້າໜ້າທີ່ທະຫານກອງ ຄ 522 ແຈ້ງໃຫ້ຮູ້ວ່າ: ໃນວັນທີ 1 ສິງຫາ 2021 ເວລາປະມານ 06:00 ໂມງເຊົ້າ, ໄດ້ອອກເຄື່ອນໄຫວລາດຕະເວນຕາມຂອບເຂດບໍລິເວນຊາຍແດນ ທີ່ຕົນຮັບຜິດຊອບ ຈຶ່ງໄດ້ພົບເຫັນປະຊາຊົນໄທ ຈຳນວນ 7 ຄົນ, ຍິງ 5 ຄົນ ທີ່ຂາມແດນເຂົ້າມາຫາເກັບເຫັດທາງຊ່ອງທາງທໍາມະຊາດ, ຊ່ອງໝາກທີ ເບື້ອງຣາຊະອານາຈັກໄທ ທີ່ຢູ່ເຊິ່ງໜ້າກັບບ້ານນາວັງລົມ ເມືອງສິລິນທອນ ແຂວງອຸບົນລາດຊະທານີ ແລະ ເບື້ອງ ສປປ ລາວ ແມ່ນເຊິ່ງໜ້າກັບ ບ້ານປ້ອງ ເມືອງໂພນທອງ ແຂວງຈຳປາສັກ.

ດັ່ງນັ້ນ, ເຈົ້າໜ້າທີ່ຈຶ່ງໄດ້ນໍາຕົວພວກກ່ຽວມາສອບຖາມເອົາຂໍ້ມູນເບື້ອງຕົ້ນຢູ່ທີ່ກອງ ຄ 522 ທີ່ບ້ານວັງເຕົ່າ ເມືອງໂພນທອງ,

ຈາກນັ້ນກໍໄດ້ນໍາຕົວພວກກ່ຽວ ມາມອບໃຫ້ເຈົ້າໜ້າທີ່ຕໍາຫລວດປະຈໍາດ່ານ ຕມ ສາກົນວັງເຕົ່າ, ພ້ອມເຄື່ອງຕິດຕົວມີໂທລະສັບ ຈຳນວນ 6 ເຄື່ອງ,ຈາກນັ້ນກໍໄດ້ວັດແທກອຸຫະພູມ ແລະ ເກັບຕົວຢ່າງຫາເຊື້ອພະຍາດ ໂ ຄ ວິ ດ ແລ້ວນໍາສົ່ງຢູ່ສູນກັກກັນຫລັກ 21 ເມືອງປະທຸມພອນ ແຂວງຈໍາປາສັກ ເພື່ອຈໍາກັດບໍລິເວນ ເປັນເວລາ 14 ວັນ.

ພ້ອມກັນນີ້, ກອງບັນຊາການ ປກສ ແຂວງຈຳປາສັກ ກໍໄດ້ສືບຕໍ່ໃນການຂົນສົ່ງແຮງງານລາວ ທີ່ເດີນທາງມາຈາກປະເທດໄທ ຜ່ານດ່ານສາກົນວັງເຕົ່າ ຢ່າງຕໍ່ເນື່ອງ, ເຊິ່ງໃນວັນທີ 2 ສິງຫາ 2021 ໄດ້ຂົນສົ່ງແຮງງານລາວ ຈໍານວນ 613 ຄົນ, ຍິງ 309 ຄົນ.

ໃນນັ້ນ, ແຂວງຈຳປາສັກ 382 ຄົນ, ຍິງ 197 ຄົນ, ສາລະວັນ 222 ຄົນ, ຍິງ 109 ຄົນ, ສະຫວັນນະເຂດ 7 ຄົນ, ຍິງ 2 ຄົນ, ອັດຕະປື 1 ຄົນ, ຍິງ 1 ຄົນ ແລະ ແຂວງໄຊຍະບູລີ 1 ຄົນ, ໂດຍໃຊ້ລົດນໍາສົ່ງພວກກ່ຽວ ໄປສູນກັກກັນພະຍາດໂ ຄ ວິ ດ ເມືອງໂພນທອງ ແລະ ສູນກັກກັນ ຕາມຈຸດທີ່ແຂວງໄດ້ກໍານົດ.

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຈໍາປາສັກຍັງສືບຕໍ່ສັກວັກຊິນ ຈອນສັນ ແອນ ຈອນສັນຕາມເປົ້າໝາຍຜູ້ອາຍຸສູງ 60 ປີ ຂຶ້ນໄປ
Next Post: ສຸນິສາ ລີ ໄດ້ອີກ 1 ຫລຽນທອງ ໃນງານໂອແລມປິກເກມ 2020 ລາຍການ ຫ່າວຕ່າງລະດັບ

Related Posts

ຈັບຍິງສອງຄົນຂົນຢາເຕັມກະບະສອງຄັນ ຂ່າວສານບ້ານເມືອງ
ປກສ ເມືອງຄູນຄໍາ ອອກແຈ້ງການ ທ່ານໃດລົດຈັກເສຍຖືກຄົນຮ້າຍ ລັ ກ ໄປ ໃຫ້ເອົາເອກະສານມາອ້າງອີງເອົາດ່ວນ ຂ່າວສານບ້ານເມືອງ
ສາວສູ້ຊີວິດຫາເຊົ້າກິນຄໍ່າມາດົນ! ຈົນມີມື້ນີ້ ມື້ທີ່ຖືກເລກລາງວັນທີ 1 ຮັບໄປເຕັມໆ 18 ລ້ານບາດ ຂ່າວສານບ້ານເມືອງ
ລາຍງານຂ່າວ! ລາວພົບຜູ້ຕິດເຊື້ອ +14ຄົນ ຂ່າວສານບ້ານເມືອງ
ແຈ້ງການດ່ວນ! ເກີດຂໍ້ຂັດຂ້ອງທາງດ້ານຂໍ້ມູນການຄິດໄລ່ເງິນຂອງລູກຄ້າເຮັດຄ່າໄຟສູງຜິດປົກກະຕິ ຂ່າວສານບ້ານເມືອງ
ມອບເຄື່ອງຊ່ວຍເຫຼືອໃຫ້ພະນັກງານປະຕິວັດທີ່ເສຍອົງຄະ ທີ່ສູນເຊ 17 ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme