Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ສາລະວັນ ປິ່ນປົວຜູ້ຕິດ ໂ ຄ ວິ ດ ຫາຍດີຕື່ມອີກ 10 ຄົນ

Posted on 02/08/202102/08/2021 By News No Comments on ສາລະວັນ ປິ່ນປົວຜູ້ຕິດ ໂ ຄ ວິ ດ ຫາຍດີຕື່ມອີກ 10 ຄົນ

ຜູ້ຕິດເຊື້ອພະຍາດໂ ຄ ວິ ດ ຢູ່ແຂວງສາລະວັນ ຈໍານວນ 10 ຄົນ ຍິງ 3 ຄົນ. ໃນນັ້ນ, ມີເດັກອາຍຸຕໍ່າກວ່າ 10 ປີ ຈໍານວນ 2 ຄົນ ຍິງ 1 ຄົນ ໄດ້ຮັບການປີ່ນປົວຫາຍດີ ແລະ ຈັດສົ່ງກັບບ້ານແລ້ວຄື: ເມືອງຄົງເຊໂດນ 8 ຄົນ ແລະ ເມືອງລະຄອນເພັງ 2 ຄົນ ຊຶ່ງແມ່ນກໍລະນີແຮງງານນໍາເຂົ້າ ທີ່ໄດ້ກວດພົບເຊື້ອໃນວັນທີ 17 ກໍລະກົດ 2021 ແລະ ເຂົ້າຮັບການປິ່ນປົວຢູ່ໂຮງໝໍພາກສະໜາມ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງສາລະວັນ.

ທີມງານແພດໝໍ ເອົາໃຈໃສ່ປິ່ນປົວ ແລະ ຕິດຕາມອາການຢ່າງເປັນປົກກະຕິ, ຜ່ານການກວດຫາເຊື້ອພະຍາດໂ ຄ ວິ ດ ຈໍານວນຫຼາຍຄັ້ງ ບໍ່ພົບເຊື້ອ ແລະ ບໍ່ມີອາການຕ່າງໆສະແດງ, ໂຮງໝໍແຂວງສາລະວັນ ຈຶ່ງໄດ້ຢັ້ງຢືນ ແລະ ຈັດສົ່ງກັບໄປຈໍາກັດບໍລິເວນຕົນເອງ 14 ວັນ ຢູ່ສູນຂອງເມືອງ ພ້ອມທັງແນະນຳໃຫ້ເຂົາເຈົ້າ ບໍ່ໃຫ້ພົວພັນກັບຄົນໃນຄອບຄົວ ຫຼື ເດີນທາງໄປມາຫາສູ່ກັນພາຍໃນຊຸມຊົນ-ສັງຄົມຢ່າງເດັດຂາດ ເພື່ອສືບຕໍ່ຕິດຕາມອາການຂອງຕົນເອງຕື່ມອີກ ແລະ ຕ້ອງປະຕິບັດຕາມມາດຕະການປ້ອງກັນພະຍາດໂ ຄ ວິ ດ ຢ່າງເຄັ່ງຄັດ.

อาจเป็นรูปภาพของ 1 คน, เด็ก และกำลังยืน

ພິທີຈັດສົ່ງຈັດຂຶ້ນໃນ​ທ້າຍ​ເດືອນກໍລະກົດນີ້ ທີ່ສູນຈໍາກັດບໍລິເວນ ໂຮງຮຽນສາມັນກິນນອນຊົນເຜົ່າ ແຂວງ ໂດຍມີ ທ່ານ ສົມໝາຍ ແກ້ວມະນີ ຮອງຜູ້ອໍານວຍການໂຮງໝໍແຂວງ, ທ່ານ ອຸດົມສັກ ສີສະນະ ຮັບຜິດຊອບໂຮງໝໍພາກສະໜາມ ພ້ອມດ້ວຍພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

(ພາບ-ຂ່າວ: ທິດລານີ ໂຄດໂຍທາ).

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ປະໝາດບໍ່ໄດ້! ແຮງງານລາວທີ່ຜ່ານການກັກຕົວຢູ່ສູນຂອງແຂວງສະຫວັນນະເຂດສືບຕ່ໍກັກຕົວຢູ່ສູນຂອງເມືອງພົບເຊື້ອ 17ຄົນ
Next Post: ປະທານສະພາແຫ່ງຊາດ ຮຽກຮ້ອງທົ່ວສັງຄົມ ເຊີດຊູສະຕິເຄົາລົບ ແລະ ປະຕິບັດລັດຖະທຳມະນູນ

Related Posts

ເກີດເຫດ! ລົດໃຫຍ່ຕໍາລົດຈັກ ແລ້ວລົບໝີ ຂ່າວສານບ້ານເມືອງ
ແຂວງບໍ່ແກ້ວແຈ້ງການ! ປິດຕະຫຼາດສົດມ່ວງແກ້ວ ແລະ ຕະຫຼາດວັງວິວເປັນການຊົ່ວຄາວ ຂ່າວສານບ້ານເມືອງ
ຄຳຖະແຫລງຊີ້ແຈງຄະດີ 36 ຄອບຄົວບ້ານໂພນສີນວນ ຂ່າວສານບ້ານເມືອງ
ກົມນ້ຳມັນເຊື້ອໄຟເອົາໃຈໃສ່ໃນການເປັນເສນາທິການໃຫ້ແກ່ກອງທັບ ດ້ານການສະໜອງນ້ຳມັນເຊື້ອໄຟ ຂ່າວສານບ້ານເມືອງ
ບອກຕໍ່ແດ່…! ອຸຕຸເຕືອນເຝົ້າລະວັງຝົນຕົກໜັກຢູ່ແຂວງພາກເໜືອ ພາກກາງ ໄລຍະວັນທີ 14-16 ມິຖຸນານີ້ ຂ່າວສານບ້ານເມືອງ
ລົດໃຫຍ່ຕໍາກັນປີ້ນ ເຈັບ 2 ຄົນທາງດອນໜູນ ກາງເດິກ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme