Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ລາວໄດ້ຮັບວັກຊີນ ຕ້ານໂ ຄ ວິ ດ ຈາກລັດຖະບານອັງກິດ 4 ແສນກວ່າຫຼອດ

Posted on 02/08/202102/08/2021 By News No Comments on ລາວໄດ້ຮັບວັກຊີນ ຕ້ານໂ ຄ ວິ ດ ຈາກລັດຖະບານອັງກິດ 4 ແສນກວ່າຫຼອດ

ວັນທີ 2 ສິງຫາ 2021 ນີ້, ທີ່ນະຄອນຫລວງວຽງຈັນ ໄດ້ມີການມອບ-ຮັບ ວັກຊິນກັນພະຍາດ ໂ ຄ ວິ ດ ຊະນິດແອັສຕຣາເຊນິກາ ຈາກລັດຖະບານອັງກິດ ຈຳນວນ 415.000 ໂດສ ໂດຍມີ ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ແລະ ທ່ານ ຈອນ ເພຍຊັນ ເອກອັກຄະລັດຖະທູດອັງກິດ ປະຈຳ ສປປ ລາວ ເຂົ້າຮ່ວມ ໃນພິທີມອບ-ຮັບການຊ່ວຍເຫລືອໃນຄັ້ງນີ້ ໂດຍລັດຖະບານອັງກິດ ເປັນຜູ້ຈັດຊື້ໂດຍກົງໂດຍບໍ່ໄດ້ຜ່ານໂຄງການ COVAX.

อาจเป็นรูปภาพของ 3 คน และผู้คนกำลังยืน

ທ່ານ ບຸນແຝງ ພູມມະໄລສິດ ໄດ້ໃຫ້ຮູ້ວ່າ: ນີ້ເປັນຄັ້ງທຳອິດ ທີ່ລັດຖະບານອັງກິດ ໄດ້ຊ່ວຍເຫລືອໃຫ້ແກ່ລັດຖະບານລາວ ໃນການສະໜອງວັກຊິນປ້ອງກັນພະຍາດ ໂ ຄ ວິ ດ, ບັນດາປະເທດຄູ່ຮ່ວມພັດທະນາ ລວມທັງປະເທດອັງກິດ ທີ່ໄດ້ຮັບຊາບກ່ຽວກັບນະໂຍບາຍຂອງ ສປປ ລາວ ວ່າຈະຕ້ອງໄດ້ສັກວັກຊິນແກ່ປະຊາຊົນລາວ ໃຫ້ບັນລຸ 50% ໃນທ້າຍປີ 2021 ນີ້. ຜ່ານການປະສານງານ ແລະ ປຶກສາຫາລືກັບບັນດາຄູ່ຮ່ວມພັດທະ ນາ ກໍຄື ສະຖານທູດແຕ່ລະປະເທດທີ່ປະຈຳຢູ່ ສປປ ລາວ ໂດຍໄດ້ມີການຈັດກອງປະຊຸມແບບທາງໄກ ກັບບັນດາທູດຂອງປະເທດຕ່າງໆ ແລະ ເຫັນໄດ້ຄວາມຈຳເປັນຂອງ ສປປ ລາວ ທີ່ຍັງມີເງື່ອນໄຂຫຍຸ້ງຍາກທີ່ຈະຈັດຊື້ວັກຊິນໂດຍກົງໄດ້. ສະນັ້ນ ຈຶ່ງໄດ້ຮັບການຊ່ວຍເຫລືອຈາກບັນດາປະເທດຄູ່ຮ່ວມພັດທະນາ ແລະ ອົງການຈັດຕັ້ງສາກົນ ແລະ ໃນທ້າຍປີນີ້, ສປປ ລາວ ເຮົາຈະໄດ້ຮັບການຊ່ວຍເຫລືອວັກຊິນຫລາຍກວ່າ 7 ລ້ານໂດສ.

อาจเป็นรูปภาพของ 1 คน และกำลังยืน

ຂ່າວ: ສົມຫວັງ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ມອບເງິນນະໂຍບາຍອຸດໜູນ ເ ສ ຍ ຊີ ວິ ດ ປ າ ງ ສົ ງ ຄ າ ມ-ອຸດໜູນເທື່ອດຽວປະຈຳງວດ II ປີ 2021
Next Post: ປະໝາດບໍ່ໄດ້! ແຮງງານລາວທີ່ຜ່ານການກັກຕົວຢູ່ສູນຂອງແຂວງສະຫວັນນະເຂດສືບຕ່ໍກັກຕົວຢູ່ສູນຂອງເມືອງພົບເຊື້ອ 17ຄົນ

Related Posts

ແຂວງໄຊສົມບູນ ຈັດກອງປະຊຸມ ສໍາມະນາວິທະຍາສາດ ຄັ້ງທີ II ຂ່າວສານບ້ານເມືອງ
ຫ້າມຈັດງານ-ປິດຮ້ານຄາຣະໂອເກະແລະສະຖານບັນເທີງ 5-30/4/2022 ຂ່າວສານບ້ານເມືອງ
ປກສ ກຸ່ມ ສີວິໄລ ຈັບຕົວເປົ້າໝາຍລັກລົດຈັກພ້ອມຂ ອງ ກ າ ງ ຂ່າວສານບ້ານເມືອງ
ກອງປະຊຸມສະໄໝສາມັນ ເທື່ອທີ 9 ຂອງສະພາແຫ່ງຊາດ ຊຸດທີ VIII ຈະຈັດຂຶ້ນໃນລະຫວ່າງວັນທີ 24 ມິຖຸນາ ຫາ ວັນທີ 02 ກໍລະກົດ 2020 ຂ່າວສານບ້ານເມືອງ
ສືບຕໍ່ປະຕິບັດບັນດາມາດຕະການຜ່ອນຜັນ, ໃນການປ້ອງກັນ ການລະບາດ ຂອງພະຍາດ COVID-19 ຂ່າວສານບ້ານເມືອງ
ຫອບຂື້ນລົດໝົດອາໄສຫ້ອງແຖວ ມົ້ ວ ສຸ ມ ແລະ ຄ້າຂາຍ ຢ າ ເ ສ ບ ຕິ ດ ຖືກເຈົ້າໜ້າທີ່ກັກຕົວ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme