Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງການ! ປິດການເຂົ້າ-ອອກ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

Posted on 02/08/202102/08/2021 By News No Comments on ແຈ້ງການ! ປິດການເຂົ້າ-ອອກ ເຂດເສດຖະກິດພິເສດສາມຫຼ່ຽມຄຳ

ເນື່ອງຈາກວ່າສະພາບການແຜ່ລະບາດຂອງເຊື້ອພະຍາດໂ ຄ ວິ ດ ຢູ່ພາຍໃນ ສປປ ລາວ ແລະ ບັນດາປະເທດເພື່ອນບ້ານຍັງມີຜູ້ຕິດເຊື້ອຫຼາຍຂື້ນເລື້ອຍໆ.

ໂດຍສະເພາະການພົບກໍລະນີຜູ້ຕິດເຊື້ອຢູ່ແຂວງ ຫຼວງນ້ຳທາ ແລະ ແຂວງຄຳມ່ນ ແມ່ນກໍລະນີທີເດີ່ນທາງມາຈາກເຂດເສດຖະກິດພິເສດ ສາມຫຼ່ຽມຄຳ (ອາດເປັນກໍລະນີຕິດເຊື້ອທີ່ບໍ່ສະແດງອາການທີກວດບໍ່ພົບຈາກການລະບາດຄັ້ງກ່ອນ) ເພື່ອເປັນການປ້ອງການ ແລະ ຄວນຄຸມການຕິດເຊື້ອ, ແຜ່ເຊື້ອບໍ່ໃຫ້ມີການແຜ່ລະບາດໄປເປັນວົງກວ້າງ ຄະນະສະເພາະກິດປ້ອງກັນ ໂ ຄ ວິ ດ ແຂວງບໍ່ແກ້ວ ຂໍຖືດເປັນກຽດ ແຈ້ງມາຍັງ ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ, ອົງການຈັດຕັ້ງພັກ-ລັດ, ສະພາປະຊາຊົນແຂວງ, ອົງການຈັດຕັ້ງມະຫາຊົນ, ແນວລາວສ້າງຊາດ, ສອງກອງບັນຊາການປກຊ-ປກສ, ບັນດາເຈົ້າເມືອງ 5 ເມືອງ,ນັກທຸກິດ, ຜູ້ປະກອບການ, ແລະ ປະຊາຊົນບັນດາເຜົ່າ ທົ່ວແຂວງບໍ່ແກ້ວ ເພື່ອຊາບ ດັ່ງນີ້:

1 ປິດການເດີນທາງເຂົ້າ-ອອກພາຍໃນເຂດເສດຖະກິດພິເສດ ສາມຫຼ່ຽມຄຳ ເລີ່ມແຕ່ເວລາ 00:00 ໂມງ ຂອງ ວັນທີ 01 ສິງຫາ ຫາ ເວລາ 24:00 ໂມງ ຂອງວັນທີ 15 ສິງຫາ 2021 ເປັນຕົ້ນໄປ.

2 ມອບໃຫ້ເຈົ້າໜ້າທີແພດໝໍ ສົມທົບກັບທຸກພາກສ່ວນທີ່ກ່ຽວຂ້ອງຄົ້ນຫາເອົາຜູ້ສຳພັດ, ໃກ້ສິດກໍລະນີຜູ້ຕິດເຊື້ອດັ່ງກ່າວ ອອກຈາກຊຸມຊົນເພື່ອປິ່ນປົວໂດຍໄວ.

3 ໃຫ້ດ່ານຈຸດກວດກາ ແລະ ບ້ານ ທີ່ຢູ່ໃກ້ຄຽງເຂດຊາຍແດນ, ຕິດກັບເຂດທີ່ມີຄວາມສ່ຽງພ້ອມກັນເອົາໃຈໃສ່ຕິດຕາມ, ກວດກາການລັກລອບເຂົ້າ-ອອກບໍ່ຖືກຕ້ອງຢ່າງເຂັ້ມງວດ.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງບັນດາທ່ານເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

ຂ່າວສານບ້ານເມືອງ

Post navigation

Previous Post: ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ຢ້ຽມຢາມຄະນະຊ່ຽວຊານ ສປ ຈີນປະຈຳໂຮງໝໍສູນກາງ 103 ກອງທັບ
Next Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 199ຄົນ

Related Posts

59 ມື້ແລ້ວ! ທີ່ ລາວເຮົາບໍ່ພົບຜູ້ຕິດເຊື້ອໂຄວິດ-19 ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມສູງ 2625ຄົນ ຂ່າວສານບ້ານເມືອງ
ການກໍ່ສ້າງຂົວນໍ້າພະນາຍ 3 ມີຄວາມຄືບໜ້າໃກ້ຈະສໍາເລັດ ແລະ ເປີດນໍາໃຊ້ໃນອີກບໍ່ດົນນີ້ ຂ່າວສານບ້ານເມືອງ
ທ່າພະບາດ ມ້ າ ງແ ກ້ ງ ຄ້ າ ຢ ເກືອບ 7 ພັນເມັດ ແຂວງບໍລິຄຳໄຊ ຂ່າວສານບ້ານເມືອງ
ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 89ຄົນ ຂ່າວສານບ້ານເມືອງ
ຂ່າວດ່ວນປັບຂຶ້ນລາຄານໍ້າທົ່ວປະເທດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme