Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ

Posted on 30/07/202130/07/2021 By News No Comments on ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ

ວັນທີ 29 ກໍລະກົດນີ້, ຢູ່ທີ່ ສະໜາມຫັດແອບ ວິທະຍາຄານ ກົມມະດໍາ ທີມເຫຼົ່າຮົບລົດຕັງ- ຍານເກາະກອງທັບປະຊາຊົນ ລາວ ໄດ້ສະແດງການເຝິກຊ້ອມ ຄັ້ງສຸດທ້າຍ ກ່ອນເດີນທາງເຂົ້າ ຮ່ວມການແຂ່ງຂັນກີລາການທະ ຫານນາໆຊາດ ອາມີເກມ ຄັ້ງທີ 5 ແລະ ເຂົ້າຮ່ວມຊ້ອມຮົບຮ່ວມ ລາວ-ຣັດເຊຍ ລາໂຣດ ຄັ້ງທີ 2 ທີ່ ສ ຣັດເຊຍ ໃນປີ 2021, ໂດຍການ ເປັນກຽດເຂົ້າຮ່ວມສັງເກດການ ແລະ ໃຫ້ການຊີ້ນຳຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ກຳມະການກົມການເມືອງສູນ ກາງພັກ ຮອງນາຍົກລັດຖະມົນ ຕີ ລັດຖະມົນຕີກະຊວງປ້ອງກັນ ປະເທດ, ມີບັນດາຮອງລັດຖະມົນ ຕີກະຊວງປ້ອງກັນປະເທດ, ບັນດາກົມໃຫຍ່, ຫ້ອງວ່າການກະຊວງ, ທີ່ປຶກສາທູດຝ່າຍປ້ອງກັນ ຊາດ ສ ຣັດເຊຍ ປະຈໍາລາວ, ກົມ ວິຊາສະເພາະ, ຄະນະຮັບຜິດຊອບ ແລະ ພາກສ່ວນຕ່າງໆ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังยืน, ชุดเครื่องแบบทหาร และกลางแจ้ง

.

อาจเป็นรูปภาพของ กลางแจ้ง

ກ່ອນການສະແດງຍິງລູກປືນແທ້ ຄະນະຜູ້ແທນໄດ້ຮັບຊົມການສະ ແດງຂັບລົດຕັງ T-72 ຂອງທີມ ເພດຍິງ ຈໍານວນ 3 ຈຸລົດ, ຈາກ ນັ້ນ ກໍໄດ້ຮັບຊົມການສະແດງເຝິກ ຊ້ອມຍິງລູກປືນແທ້ ຂອງພາກ ສ່ວນກະກຽມເຂົ້າຮ່ວມຊ້ອມຮົບ ລາວ-ຣັດເຊຍ ຫຼື ລາໂຣດ ຄັ້ງທີ 2 ລວມມີ 4 ຈຸລົດ ແລະ ຮັບຊົມ ການສະແດງຂອງທີມນັກກີລາ ເຫຼົ່າຮົບລັດຕັງ-ຍານເກາະ ທີ່ ກະກຽມເຂົ້າຮ່ວມແຂ່ງຂັນອາ ມີເກມ ຄັ້ງທີ 5 ລວມມີ 3 ຈຸລົດ, ໂດຍເລີ່ມຈາກລົດອອກຮັບລູກ ກະສຸນ, ຍິງເປົ້າໝາຍຄົ່ງທີ່, ການ ຂັບຂີ່ລົດຕັງຜ່ານສິ່ງກີດຂວາງ ແລະ ການເຄື່ອນທີ່ຍິງເປົ້າໝາຍ ຄົງທີ່.

อาจเป็นรูปภาพของ หนึ่งคนขึ้นไป, ผู้คนกำลังยืน, ชุดเครื่องแบบทหาร และกลางแจ้ง

ພາຍຫຼັງສໍາເລັດການສະແດງ, ສະຫາຍລັດຖະມົນຕີກະຊວງ ປ້ອງກັນປະເທດ ພ້ອມດ້ວຍຄະ ນະໄດ້ລົງຢ້ຽມຢາມຖາມຂ່າວ ນັກກີລາ, ພ້ອມທັງກ່າວສະແດງ ຄວາມຍ້ອງຍໍຊົມເຊີຍຕໍ່ຄະນະ ຮັບຜິດຊອບທຸກພາກສ່ວນ ແລະ ນັກກີລາແຕ່ລະສະຫາຍ ທີ່ໄດ້ຕັ້ງ ໜ້າສຸມໃສ່ອົບຮົມ-ຫັດແອບ, ພ້ອມກັນອົດທົນຜ່ານຜ່າຂໍ້ຫຍຸ້ງ ຍາກ ເຮັດໃຫ້ການຫັດແອບເຝິກ ຊ້ອມຄັ້ງນີ້ສໍາເລັດຕາມແຜນ ການທີ່ວາງໄວ້, ສະຫາຍຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ-ຄະນະ ບັນຊາ ຕະຫຼອດຮອດພະນັກ ງານ-ນັກຮົບກົມກອງເຫຼົ່າຮົບວິ ຊາສະເພາະລົດຕັງ-ຍານເກາະ ສືບຕໍ່ຍົກສູງຄວາມຮັບຜິດຊອບ ຂອງຕົນຕໍ່ໜ້າທີ່ການເມືອງທີ່ ໄດ້ຮັບມອບໝາຍ ມີຄວາມມະ ນະອົດທົນ, ກະຕືລືລົ້ນ, ສືບຕໍ່ປັບ ປຸງຕົນເອງ, ປັບປຸງເຫຼົ່າຮົບໃຫ້ເຕີບໃຫຍ່ເຂັ້ມແຂງ ໜັກແໜ້ນ, ຖອດຖອນບົດຮຽນນໍາກອງທັບ ປະເທດເພື່ອນມິດ, ໂດຍສະເພາະ ກອງທັບຣັດເຊຍ ໃນການນຳໃຊ້ ພາຫະນະ-ອາວຸດທີ່ທັນສະໄໝ. ພ້ອມກັນນັ້ນ, ກໍຕ້ອງເພີ່ມທະວີ ຄວາມສາມັກຄີເປັນເອກະພາບ ພາຍໃນ, ປັບປຸງແບບແຜນການ ນໍາພາ-ບັນຊາ, ແບບແຜນວິທີເຮັດ ວຽກໃຫ້ສອດຄ່ອງ, ຕໍ່ສອງພາກ ສ່ວນທີ່ກະກຽມເດີນທາງໄປເຂົ້າ ຮ່ວມແຂ່ງຂັນ ອາມີເກມ ແລະ ລາໂຣດ ໃນປີນີ້ ໃຫ້ສືບຕໍ່ກະກຽມ ຄວາມພ້ອມຮອບດ້ານແຕ່ນີ້ຮອດ ມື້ເດີນທາງ, ພ້ອມກັນອົດທົນຜ່ານ ຜ່າຂໍ້ຫຍຸ້ງຍາກນາໆປະການເພື່ອ ເຮັດສໍາເລັດໜ້າທີ່ຂອງຕົນທີ່ກອງ ທັບ ແລະ ປະເທດຊາດມອບໝາຍ ໃຫ້ຍາດໃຫ້ໄດ້ຜົນສຳເລັດອັນ ຄັ້ງໃໝ່ໃຫຍ່ຫຼວງກວ່າເກົ່າ.

อาจเป็นรูปภาพของ หนึ่งคนขึ้นไป, ชุดเครื่องแบบทหาร และกลางแจ้ง

.

อาจเป็นรูปภาพของ 8 คน, ผู้คนกำลังยืน และกลางแจ้ง

.

อาจเป็นรูปภาพของ กลางแจ้ง

ຂ່າວ: ນາງ ຍ້ອມເພັດ

ຂ່າວສານບ້ານເມືອງ

Post navigation

Previous Post: ກອງປະຊູມວີດີໂອທາງໄກ ປຶກສາຫາລືແລກປ່ຽນທັດສະນະຂອງຜູ້ປະກອບການ ລາວ-ໄທ ໃນການສົ່ງເສີມມາດຕະຖານຂົນສົ່ງສີນຄ້າທາງບົກ
Next Post: ແຂວງອັດຕະປື ຈະເປີດໃຫ້ບໍລິການສັກວັກຊິນ Johnson & Johnson ເລີ່ມແຕ່ວັນທີ 2- 13 ສິງຫາ 2021

Related Posts

ສະຫາຍ ອາລຸນໄຊ ສູນນະລາດ ໄດ້ເປັນເລຂາຄະນະບໍລິຫານງານ ສູນກາງ ຊປປລ ຂ່າວສານບ້ານເມືອງ
1625 ລົງຂ້າເຊື້ອຫ້ອງແຖວ ທີ່ພົບຜູ້ຕິດເຊື້ອ 16, 17, 18 ແລະ 19 ຂ່າວສານບ້ານເມືອງ
ຜົວຮ້ອງໄຫ້ເມຍຕັ້ງຄັນຜ່າເຂດນໍ້າຖ້ວມຈະໄປເກີດລູກແຕ່ຕົກນໍ້າສູນຫາຍທີ່ຫວຽດນາມ ຂ່າວສານບ້ານເມືອງ
ກະຊວງ ອຄ ປະກາດການແຕ່ງຕັ້ງ-ຍົກຍ້າຍ ພະນັກງານນຳພາຄຸ້ມຄອງຫຼາຍຕຳແໜ່ງ ຂ່າວສານບ້ານເມືອງ
ກົມ 213 ສຳເລັດການຊ້ອມຮົບ “ຄົມໃນຝັກ” ຂ່າວສານບ້ານເມືອງ
ໜ່ວຍສະເພາະກິດຂັ້ນແຂວງ ຊີດ ຢ າຂ້ າເຊື້ອ ໂຄວິດ ທີ່ແຜ່ລະບາດຮອບ2 ຕາມເສັ້ນທາງພາຍໃນນະຄອນຫຼວງພະບາງ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme