Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ກອງປະຊູມວີດີໂອທາງໄກ ປຶກສາຫາລືແລກປ່ຽນທັດສະນະຂອງຜູ້ປະກອບການ ລາວ-ໄທ ໃນການສົ່ງເສີມມາດຕະຖານຂົນສົ່ງສີນຄ້າທາງບົກ

Posted on 30/07/202130/07/2021 By News No Comments on ກອງປະຊູມວີດີໂອທາງໄກ ປຶກສາຫາລືແລກປ່ຽນທັດສະນະຂອງຜູ້ປະກອບການ ລາວ-ໄທ ໃນການສົ່ງເສີມມາດຕະຖານຂົນສົ່ງສີນຄ້າທາງບົກ

ວັນທີ 29 ກໍລະກົດ 2021 ທີ່ຫ້ອງການສະພາການຄ້າແຂວງຫຼວງນໍ້າທາ ໄດ້ຈັດກອງປະຊູມວີດີໂອທາງໄກ ປຶກສາຫາລືແລກປ່ຽນຄຳຄິດຄໍາເຫັນ ແລະ ທັດສະນະລະຫວ່າງ ຜູ້ປະກອບການ ລາວ-ໄທ ໃນຫົວຂໍ້ ທິດທາງທຸລະ ກິດຂົນສົ່ງໃນຮູບແບບການຄວບຄູມອຸນຫະພູມ(ລະບົບຫ້ອງເຢັນ) Cold Chain Logistics ແລະ ການສົ່ງເສີມມາດຕະ ຖານຂົນສົ່ງສີນຄ້າທາງບົກ ໃນເສັ້ນທາງ ອາ 3 ເອ ລະຫວ່າງ ລາວ-ໄທ. ມີທ່ານ ພີມແກ້ວ ທຳລະສີນ, ຫົວ ໜ້າພະແນກກະສິກຳ ແລະ ປ່າໄມ້ແຂວງຫຼວງນ້ຳທາ, ທ່ານ ບຸນສົງ ແກ້ວມະນີວົງປະທານສະພາການຄ້າ ແລະ ອຸດສາຫະກຳແຂວງ, ພ້ອມດ້ວຍພາກ ສ່ວນກ່ຽວຂ້ອງທັງສອງຝ່າຍເຂົ້າຮ່ວມ.

อาจเป็นรูปภาพของ 3 คน, ผู้คนกำลังนั่ง และดอกไม้

ກອງປະຊູມ ໄດ້ນໍາສະເໜີໂຄງການພັດທະນາເຄືອຂ່າຍອຸດສາຫະກໍາການຂົນສົ່ງ ການຜະລິດ ແລະ ການກະຈາຍສີນຄ້າໃນຮູບແບບການຄວບຄູມອຸນຫະພູມ (ລະບົບຫ້ອງເຢັນ), ການສົ່ງເສີມການຂົນສົ່ງທາງບົກໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ, ທິດທາງທຸລະກິດການຂົນສົ່ງໃນຮູບແບບການຄວບຄູມອຸນຫະພູມ(ລະບົບຫ້ອງເຢັນ) ໃນເສັ້ນທາງການຄ້າຊາຍແດນລາວ-ໄທ, ພ້ອມນີ້ ໄດ້ປືກສາຫາລືກັນຢ່າງກົງໄປກົງມາເພື່ອຫາວິທີແກ້ໄຂບັນຫາຕ່າງໆໃນການຂົນສົ່ງສີນຄ້າທາງບົກ ໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບ ໂດຍມີວັດຖຸປະສົງເພື່ອພັດທະນາການຮ່ວມມື ລະ ຫວ່າງ ຜູ້ປະກອບການຂົນສົ່ງສີນຄ້າກະສິກຳ ແລະອາຫານດ້ວຍລົດບັນທຸກ ແລະ ຜູ້ມີສ່ວນໄດ້ເສຍທີເໝາະສົມ ແລະ ມີປະສິດທິພາບ.

อาจเป็นรูปภาพของ กลางแจ้ง

ທັງໝົດນີ້ ເພື່ອແນ່ໃສ່ໃນການພັດທະນາປະສິດທິພາບ ການຂົນສົ່ງສີນ ຄ້າທາງບົກ ບົນເສັ້ນທາງເສດຖະກິດ ອາ 3 ເອ ພາຍໃຕ້ໂຄງການພັດທະນາເຄືອຂ່າຍອຸດສາຫະກຳການຂົນສົ່ງ,ການຜະລິດ ແລະ ການກະຈາຍສີນຄ້າ ໃນຮູບແບບການຄວບຄູມອຸນຫະພູມ (ລະບົບຫ້ອງເຢັນ)ເພື່ອສົ່ງເສີ່ມການຂົນສົ່ງທາງບົກໃຫ້ມີຄວາມປອດໄພ ແລະ ມີປະສິດທິພາບສູງກວ່າເກົ່າ.

อาจเป็นรูปภาพของ 4 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

.

อาจเป็นรูปภาพของ 1 คน และกำลังนั่ง

ຂ່າວ: ອຸ້ມ ສົມນໍວັນ, ຂ່າວສານແຂວງຫລວງນໍ້າທາ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານພັນຄຳ ວິພາວັນ ນາຍຍົກລັດຖະມົນຕີ ຢ້ຽມຢາມນັກຮົບຊຸດຂາວ ທີ່ໂຮງໝໍພາກສະໜາມການເງີນພາກໃຕ້
Next Post: ເຫຼົ່າຮົບລົດຕັງ-ຍານເກາະ ເຝີກຊ້ອມຄັ້ງສຸດທ້າຍກ່ອນເຂົ້າຮ່ວມແຂ່ງຂັນ ອາມີເກມ ແລະ ຊ້ອມຮົບຮ່ວມລາໂຣດ ທີ່ ສ ຣັດເຊຍ

Related Posts

ຄົນລາວ ໄດ້ຮັບການຊ່ວຍເຫຼືອຄືນປະເທດ ຫຼັງຕິດຄ້າງຢູ່ຕ່າງປະເທດ ຍ້ອນ ໂຄວິດ-19 ຂ່າວສານບ້ານເມືອງ
ອັດຕະປື ເພີ່ມມາດຕະການເຂັ້ມງວດ ເພື່ອປ້ອງກັນ ແລະ ຄວບຄຸມ ພ ະ ຍ າ ດ ໂ ຄ ວິ ດ ຂ່າວສານບ້ານເມືອງ
ສະເທືອນຂວັນສາມສົບພໍ່ແມ່ລູກສາວ ຂ່າວສານບ້ານເມືອງ
ຕໍາກັນຮຸນແຮງກາງຂົວຂ້າມຂອງ ນະຄອນ ປາກເຊ ຂ່າວສານບ້ານເມືອງ
ໄປບໍ່ຫຼອດ! ຕໍາ ແລ້ ວ ໜີ ຄູ່ກຳລະນີ ເ ສ ຍ ຊ ີ ວິ ດ ຂ່າວສານບ້ານເມືອງ
ສຶກສາອົບຮົມບຸກຄົນທີ່ຖ່າຍຄຣິບວີດີໂອມິ່ນປະໝາດການປະຕິບັດໜ້າທີ່ຂອງເຈົ້າໜ້າທີ່ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme