Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ

Posted on 29/07/202129/07/2021 By News No Comments on ຮອງຫົວໜ້າກົມໃຫຍ່ເສນາທິການກອງທັບລົງຊີ້ນຳຕິດຕາມ ທີມນັກກີລາ ເຫຼົ່າຮົບຊ່າງແສງ

ວັນທີ 23 ກໍລະກົດ 2021 ນີ້, ສະຫາຍ ພົນຈັດຕະວາ ສາຍ ໃຈ ກົມມະສິດ ກຳມະການຄະນະ ປະຈຳພັກກະຊວງປ້ອງກັນປະເທດ ຮອງຫົວໜ້າກົມໃຫຍ່ເສນາ ທິການກອງທັບ ທັງເປັນຫົວໜ້າ ຊີ້ນຳການແຂ່ງຂັນໄດ້ລົງຊີ້ນຳຕິດຕາມທິມນັກກີລາເຫຼົ່າຮົບຊ່າງ ແສງຢູ່ສະໜາມຫັດແອບກອງ ພັນຂ້າມຜ່ານ 588 ເພື່ອກະກຽມ ເຂົ້າຮ່ວມການແຂ່ງຂັນກີລາການທະຫານສານາໆຊາດ ອາມີເກມ ( ARMY GAMES 2021 ) ຢູ່ສະຫະພັນຣັດເຊຍ ແລະ ສສ ຫວຽດນາມ. ສະຫາຍ ພັນໂທ ອານຸສັກ ພົມ ວົງສາ ຫົວໜ້າພະແນກອົບຮົມ- ສູ້ຮົບຄະນະຮັບຜິດຊອບຄູເຝິກ ທິມນັກກີລາການທະຫານເຫຼົ່າຮົບ ຊ່າງແສງກົມໃຫຍ່ເສນາທິການ ກອງທັບ ໄດ້ລາຍງານກ່ຽວກັບ ການເຝິກຊ້ອມວ່າ: ພາຍຫຼັງໄດ້ ຮັບຄຳສັ່ງແຈ້ງການຂອງຂັ້ນເທິງ ໃຫ້ສ້າງແຜນການກ່ຽວກັບການ ກະກຽມເຝິກຊ້ອມກີລາການທະຫານເຫຼົ່າຮົບຊ່າງແສງ (ARMYGAMES 2021) ເຊິ່ງຈະ ໄດ້ຈັດຂຶ້ນທີ່ ສ.ຣັດເຊຍ ໃນຄັ້ງນີ້.

อาจเป็นรูปภาพของ กลางแจ้ง

ເພື່ອເປັນກະກຽມຄວາມພ້ອມ ຮອບດ້ານຂອງທິມນັກກິລາແຕ່ ລະສະຫາຍໃຫ້ມີຄວາມຊຳນານ ຄ່ອງແຄ້ວ, ທັງເປັນການວັດແທກ ລະດັບຄວາມຮູ້ຄວາມສາມາດ ທາງດ້ານເຕັກນິກການທະຫານ ເຫຼົ່າຮົບວິຊາສະເພາະຊ່າງແສງ ຂອງແຕ່ລະພາກສ່ວນ ເຊັ່ນ : ພາກ ສ່ວນເຕັກນິກ ແລະ ພາກສ່ວນ ກວດກູ້ມີນຜ່ານສິ່ງກີດຂວາງ ຕ່າງໆຜ່ານການອົບຮົມພາກທິດສະດີ ແລະ ພາກປະຕິບັດຕົວຈິງ ເປັນເວລາ 01 ເດືອນ ເຫັນວ່າທິມ ກີລາເຫຼົ່າຮົບຊ່າງແສງສາມາດ ກຳບົດຮຽນໄດ້ດີ. ການເຂົ້າຮ່ວມແຂ່ງຂັນກີລາ ການທະຫານ(ARMYGA ME S2021) ຂອງເຫຼົ່າຮົບຊ່າງແສງ ໃນຄັ້ງນີ້ຈະເຂົ້າຮ່ວມແຂ່ງຂັນປະ ເພດກິລາ (SAFE ROUTE) ຫຼືເອີ້ນວ່າ : (ເສັ້ນທາງທີ່ປອດ ໄພ) ແລະ ໄດ້ປະກອບມີ 02 ພາກ ສ່ວນຄື: ພາກສ່ວນພາຫະພາເຕັກ ນິກ ແລະ ພາກສ່ວນເກັບກູ້ມີນ, ພາກສ່ວນເຕັກນິກ ປະກອບມີ 01 ຈຸມີຈຳນວນພົນ 12 ສະຫາຍ, ພາ ຫະນະທີ່ນຳເຂົ້າມາເຝິກອົບຮົມ ໃນຄັ້ງນີ້ປະກອບມີ ລົດກ່າຍຂົວ TMM-3 ຈຳນວນ 03 ຄັນ, ລົດ PTS ຈຳນວນ 02 ຄັນ.

อาจเป็นรูปภาพของ กลางแจ้ง

ມີໜ້າທີ່ ຮັບປະກັນກ່າຍຂົວຂ້າມຜ່ານແມ່ ນ້ຳ, ຜ່ານສີ່ງກິດຂວາງຕ່າງໆ, ສ່ວນຈຸນັກ ກວດ-ກູ້ ມິນ ປະກອບມີ 01 ຈຸ, ມີຈຳນວນພົນ 05 ສະຫາຍ, ປະກອບມີຈັກກວດມີນ 05 ເຄື່ອງ, ເຮັດໜ້າທີ່ທຳລາຍສີ່ງກີດຂວາງ, ກວດກູ້ມີນ ຕາມເສັ້ນທາງເຄື່ອນ ທັບ ແລະ ຮັບປະກັນຄວາມປອດ ໄພໃຫ້ແກ່ບັນດາພາຫະນະຕ່າງໆ ທີ່ເຄື່ອນທັບເຂົ້າພາກສະໜາມ. ໂອກາດນີ້, ສະຫາຍ ພົນຈັດ ຕະວາ ສາຍໃຈ ກົມມະສິດ ກໍໄດ້ ມີຄຳເຫັນເນັ້ນໜັກໃຫ້ຄະນະຮັບ ຜິດຊອບ ແລະ ວິຊາການຕ້ອງເອົາ ໃຈໃສ່ທາງດ້ານເຕັກນິກການທະ ຫານ ແລະ ວິຊາສະເພາະເຫຼົ່າຮົບ ຊ່າງແສງໂດຍອີງໃສ່ເງືອນໄຂ ພູມມີປະເທດຕົວຈິງຂອງພາກ ສະໜາມ. ພ້ອມກັນນັ້ນ ຕ້ອງເອກະ ພາບກັນລະຫວ່າງຜູ້ບັນຊາ ແລະ ພະນັກງານ-ນັກຮົບບົນພື້ນຖານ ອົບຮົມ-ຫັດແອບຕາມແຜນການ ທີ່ໄດ້ກຳກົດໄວ້ໃຫ້ມີຄວາມປອດ ໄພ 100% , ເອົາໃຈໃສ່ຄວາມສາ ມັກຄີໃຫ້ເປັນປຶກແຜນແໜ້ນໜ້າ ເຂົ້າໃນການເຝິກຊ້ອມ ກໍຄືໃນ ໄລຍະເຂົ້າຮ່ວມໃນການແຂ່ງຂັນ ອາມີເກມ 2021 ໃຫ້ມີຜົນສຳ ເລັດຕາມລະດັບຄາດໝາຍ ແລະ ພ້ອມກັນຍາດເອົາກຽດຕິຄຸນ ແລະ ຊື່ສຽງມາສູ່ກອງທັບປະຊາ ຊົນລາວ.

อาจเป็นรูปภาพของ กลางแจ้ง

ໂດຍ: ເກນ ວິໄລສານ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ລາຄາ ເຂົ້າ, ຊີ້ນ, ປາ ຢູ່ ບາງຕະຫລາດໃນນະຄອນຫລວງ ຍັງຢູ່ເກນປົກກະຕິ
Next Post: ຂ່າວປະຈໍາວັນ! ລາວພົບຜູ້ຕິດເຊື້ອເພີ່ມໃໝ່ 241ຄົນ

Related Posts

ຈັບຜູ້ຖືກຫາລັກຊັບ ແລະ ກຸ່ມແກ້ງຍາດຊີງຊັບ ກໍ່ເຫດລວມ 21 ຄັ້ງ ຂ່າວສານບ້ານເມືອງ
ກອງບັນຊາການທະຫານແຂວງໄຊສົມບູນ
ໄດ້ຮັບທະຫານໃໝ່ ພັນທະປ້ອງກັນຊາດ ປະຈໍາສົກປີ 2020
ຂ່າວສານບ້ານເມືອງ
ບໍ່ແກ້ວແຈ້ງການດ່ວນ! ເພີ່ມທະວີປະຕິບັດມາດຕະການປ້ອງກັນໂຄວິດ ຂ່າວສານບ້ານເມືອງ
ໜ້າຫ່ວງ! ຜູ່ຕິດເຊື້ອ ໃໝ່ທີ ຫຼວງພະບາງ ແມ່ນ ເ ດັ ກ ນ້ ອ ຍ ອ າຍຸ 1,5 ປີ ຫຼານສາວຂອງ ໝາຍເລກ 111 ຂ່າວສານບ້ານເມືອງ
ເກີດເຫດ! ລົດຈັກຕໍາກັບລົດຖີບ ( ເຈັບ 2 ຄົນ) ເດັກອາຍຸ 11 ປີ ແລະ 14 ປີ ຂ່າວສານບ້ານເມືອງ
ໂຄວິດພາກຊີວິດໄປອີກຄົນແລ້ວທີ່ສະຫວັນນະເຂດ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme