Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ອັດຕະປື ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ

Posted on 28/07/202128/07/2021 By News No Comments on ອັດຕະປື ປະກາດພະນັກງານອອກພັກການ-ຮັບອຸດໜູນບຳນານ

ພິທີປະກາດພະນັກງານການນຳ ສະພາປະຊາຊົນແຂວງ ອັດຕະປື ອອກພັກການ-ຮັບອຸດໜູນບຳນານ ແລະ ແຕ່ງຕັ້ງຕຳແໜ່ງພະນັກງານເຂົ້າໃນພະແນກກະສີກຳ ແລະ ປ່າໄມ້ແຂວງໃນວັນທີ 23 ກໍລະກົດ 2021 ນີ້.

ພາຍໃຕ້ການເປັນປະທານຂອງທ່ານ ເລັດ ໄຊຍະພອນ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງອັດຕະປື, ມີທ່ານ ນາງ ມີນາພອນ ໄຊສົມພູ ຮອງເລຂາພັກແຂວງ, ປະທານ ສະພາປະຊາຊົນແຂວງ, ມີບັນດາທ່ານຄະນະປະຈໍາພັກ, ກຳມະການພັກແລະ ພາກສ່ວນທີ່ກ່ຽວຂ້ອງເຂົ້າຮ່ວມ.

ໃນພິທີ ໄດ້ຜ່ານມະຕິຕົກລົງຂອງຄະນະເລຂາທິການສູນກາງພັກ ວ່າດ້ວຍການອະນຸມັດໃຫ້ ທ່ານ ເພັດແກ້ວ ເຮືອງປັນຍາ ອະດີດກຳມະການພັກແຂວງ, ປະທານສະພາປະຊາຊົນແຂວງ ອອກພັກການ-ຮັບອຸດໜູນບຳນານ, ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການແຕ່ງຕັ້ງ ທ່ານ ກົງໃຈ ສີດາວົງ ເປັນຮອງຫົວໜ້າພະແນກກະສີກຳ ແລະ ປ່າໄມ້ແຂວງ,ຜ່ານຂໍ້ຕົກລົງຂອງເຈົ້າແຂວງ ວ່າດ້ວຍການອະນຸ ມັດໃຫ້ ທ່ານ ແກ້ວວົງວຽນ ບຸດສະວົງ ຮອງປະທານສະພາປະຊາຊົນແຂວງ ອອກພັກຜ່ອນລໍຖ້າຮັບອຸດໜູນບຳນານ.

ໂອກາດດັ່ງກ່າວ, ທ່ານ ເລັດ ໄຊຍະພອນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ພົ້ນເດັ່ນຕະຫລອດໄລ ຍະຜ່ານມາ ໃນການປະກອບສ່ວນຕໍ່ພາລະກິດ ການປະ ຕິວັດ ແລະ ປົກປັກຮັກສາ, ສ້າງສາງພັດທະນາປະເທດຊາດ, ທຸກຄົນລ້ວນແລ້ວແຕ່ແມ່ນຜູ້ທີ່ມີພະລະບົດບາດໜ້າທີ່ສຳຄັນໃນການຈັດຕັ້ງພັກ-ລັດ, ເຊິ່ງພວກເຮົາບໍ່ອາດຈະຫລົງລືມເຖິງຜົນງານ, ເຊື່ອໜັ້ນວ່າບັນດາທ່ານທີ່ໄດ້ອອກພັກການຮັບບຳນານໄປນັ້ນ ຈະສືບຕໍ່ເປັນກຳລັງແຮງສຶກສາອົບຮົມພະນັກງານຫລັກແຫລ່ງ, ລູກຫລານປະຊາຊົນທີ່ຕົນສັງກັດຢູ່ຮາກຖານທ້ອງຖິ່ນ ເຮັດໃຫ້ເຂົາເຈົ້າກາຍເປັນພະນັກງານສືບທອດປ່ຽນແທນ, ພະນັກງານຄຸ້ມຄອງ ແລະ ເປັນກຳລັງແຮງອັນສຳຄັນ ໃນການປະກອບສ່ວນເຂົ້າໃນພາລະກິດສ້າງສາພັດທະນາປະເທດຊາດ ໃນໄລຍະໃໝ່ດີຂຶ້ນເປັນກ້າວໆ.

ການຫັນປ່ຽນພະນັກງານ ແມ່ນບັນຫາສຳຄັນອີງໃສ່ຄວາມຮຽກຮ້ອງຕ້ອງການ ໃນພາລະກິດປ່ຽນແປງໃໝ່ ເພື່ອສ້າງໃຫ້ກຳລັງຖັນແຖວພະນັກງານມີຄວາມໜັກແໜ້ນເຂັ້ມແຂງ, ຈົ່ງຮັກພັກດີ. ຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີຜົນສຳເລັດ.

(ພາບ-ຂ່າວ:ວິນັດ ສພຂ)

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ເນື້ອທີ່ທໍາການຜະລິດ ຂອງປະຊາຊົນເມືອງຕົ້ນເຜິ້ງ ຖືກນໍ້າຖ້ວມເສຍຫາຍ
Next Post: ກອນຕູມ ມອບ 100 ລ້ານດົ້ງ ຊ່ວຍແຂວງອັດຕະປື ຕ້ານໂ ຄ ວິ ດ

Related Posts

ປກສ ແຂວງຄຳມ່ວນ ມອບເຄື່ອງອຸປະຖຳໃຫ້ສູນພື້ນຟູສຸຂະພາບ ແລະ ຝຶກວິຊາຊີບຜູ້ຕິດຢາເສບຕິດ ຂ່າວສານບ້ານເມືອງ
ທ່ານ ບຸນຍັງ ວໍລະຈິດ ລົງເຄື່ອນໄຫວຢ້ຽມຢາມ ແລະ ຕິດຕາມເບິ່ງຄວາມຄືບໜ້າໂຄງການກໍ່ສ້າງຊົນລະປະທານ ອ່າງເກັບນ້ຳຍອດຫ້ວຍທ່າຮາວ ຂ່າວສານບ້ານເມືອງ
ຮອງລັດຖະມົນຕີກະຊວງການເງິນ ເຄື່ອນໄຫວຊີ້ນຳວຽກງານຢູ່ຫວຍພັດທະນາ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 1067ຄົນ ຂ່າວສານບ້ານເມືອງ
ງຽບເຫງົາ! ນະຄອນຫຼວງວຽງຈັນ ຂ່າວສານບ້ານເມືອງ
ຈັບໄດ້ແລ້ວຄົນຈີນທີ່ສໍ້ໂກງຊັບຫຼາຍຮ້ອຍລ້ານ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme