Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຈ້ງເຕືອນໄພ! ນໍ້າຖ້ວມຂໍໃຫ້ເຝົ້າລະວັງ

Posted on 27/07/202127/07/2021 By News No Comments on ແຈ້ງເຕືອນໄພ! ນໍ້າຖ້ວມຂໍໃຫ້ເຝົ້າລະວັງ

ຮ່ອງຄວາມກົດດັນອາກາດຕໍ່າຍັງສືບຕໍ່ພາດຜ່ານຢູ່ພາກເໜືອ ຂອງປະເທດລາວ ສົມທັບກັບລົມມໍລະສຸມຕາເວັນຕົກສ່ຽງໃຕ້ ພັດປົກຄຸມດ້ວຍກໍາລັງປານກາງ ຫາ ແຮງ ເຊິຶ່ງຈະເຮັດໃຫ້ຍັງມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປໃນແຕ່ລະພາກ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ. ໃນເວລາ 7 ໂມງເຊົ້າ ຂອງວັນທີ 27 ກໍລະກົດ 2021 ລະດັບນໍ້າຢູ່ຈຸດຂົວເຊບັ້ງໄຟ ແທກໄດ້ 18.55 ແມັດ ຊຶ່ງໄດ້ກາຍເຂດອັນຕະລາຍແລ້ວ (ເຂດອັນຕະລາຍ 18.50 ແມັດ) ເຊຈໍາພອນ-ແກ້ງກອກ ແທກໄດ້ 8.06 ແມັດ ຊຶ່ງກາຍເຂດລະວັງໄພ (ເຂດລະວັງໄພ 7.50 ແມັດ). ສະພາບຝົນຍັງຈະສືບຕໍ່ຕົກໃນລະດັບຄ່ອຍ ຫາ ປານກາງ ດັ່ງນັ້ນຈຶ່ງຂໍແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າທີ່ອາໄສຢູ່ລຽບແຄມເຊບັ້ງໄຟ, ເຊຈໍາພອນ ຈົ່ງມີສະຕິຕໍ່ສະພາບນໍ້າຖ້ວມຍື່ງ ແລະ ກຽມຍົກຍ້າຍ ເກັບມ້ຽນວັດຖຸສິ່ງຂອງ ແລະ ສັດລ້ຽງໄປໄວ້ບ່ອນທີ່ສູງ ແລະ ປອດໄພ.

ไม่มีคำอธิบายรูปภาพ

ພາກເໜືອດ້ານຕາເວັນອອກ (ແຂວງຜົ້ງສາລີ, ຫົວພັນ ແລະ ຊຽງຂວາງ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ແຂວງຜົ້ງສາລີ ແລະ ຊຽງຂວາງ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

อาจเป็นรูปภาพของ แหล่งน้ำ

ພາກເໜືອດ້ານຕາເວັນຕົກ (ແຂວງຫລວງນໍ້າທາ, ບໍ່ແກ້ວ, ອຸດົມໄຊ, ຫລວງພະບາງ ແລະ ໄຊຍະບູລີ): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງພາກ, ອຸນຫະພູມໃນລະຫວ່າງ 23-33 ອົງສາ.

อาจเป็นรูปภาพของ ต้นไม้, ธรรมชาติ และแหล่งน้ำ

ນະຄອນຫລວງວຽງຈັນ: ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລືອມໃນລະດັບຄ່ອຍ ແລະ ຕົກປານກາງຢູ່ບາງບໍລິເວນ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40%, ອຸນຫະພູມໃນລະຫວ່າງ 26-33 ອົງສາ.

อาจเป็นรูปภาพของ แหล่งน้ำ และต้นไม้

ພາກກາງ (ແຂວງວຽງຈັນ, ບໍລິຄໍາໄຊ, ຄໍາມ່ວນ ແລະ ສະຫວັນນະເຂດ): ອາກາດຮ້ອນ ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 24-33 ອົງສາ.

ແຂວງໄຊສົມບູນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 40% ຂອງແຂວງ, ອຸນຫະພູມໃນລະຫວ່າງ 18-27ອົງສາ.

อาจเป็นรูปภาพของ ต้นไม้, พื้นหญ้า และทะเลสาบ

ພາກໃຕ້ (ແຂວງສາລະວັນ, ເຊກອງ, ຈໍາປາສັກ ແລະ ອັດຕະປື): ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ຕົກໃນລະດັບປານກາງ ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 60% ຂອງພາກ, ອຸນຫະພູມໃນລະຫວ່າງ 25-33 ອົງສາ.

อาจเป็นรูปภาพของ ต้นไม้, พื้นหญ้า และแหล่งน้ำ

ສໍາລັບເຂດພູພຽງບໍລະເວນ: ຈະມີຝົນຕົກ ຟ້າຮ້ອງ ຟ້າເຫລື້ອມໃນລະດັບຄ່ອຍ ພ້ອມມີລົມພັດແຮງເປັນບາງໂອກາດ ຫລື ເນື້ອທີ່ການປົກຫຸ້ມຂອງຝົນ ເທົ່າກັບ 50%, ອຸນຫະພູມໃນລະຫວ່າງ 15-27 ອົງສາ.

ຂ່າວສານບ້ານເມືອງ

Post navigation

Previous Post: ທ່ານ ຟ້າມ ມິງຈິງ ສືບຕໍ່ເປັນນາຍົກລັດຖະມົນຕີ ຫວຽດນາມ
Next Post: ຜົນກອງປະຊຸມລັດຖະບານ ສະໄໝສາມັນປະຈໍາເດືອນກໍລະກົດ 2021

Related Posts

ອົງການກາແດງສະວິດສ໌ ມອບອຸປະກອນຊ່ວຍເຫລືອໃຫ້ກັບຫນ່ວຍກູ້ຊີບອົງການກາແດງ ຫຼວງພະບາງ ຂ່າວສານບ້ານເມືອງ
9 ຂໍ້ຫຍຸ້ງຍາກ ແລະ ສິ່ງທ້າທາຍຕົ້ນຕໍໃນການພັດທະນາເສດຖະກິດ-ສັງຄົມຂອງ ສປປ ລາວ ຂ່າວສານບ້ານເມືອງ
ດ່ວນ! ແຈ້ງປັບລາຄານໍ້າມັນຂຶ້ນທຸກຊະນິດເລີ່ມ 6 ໂມງເຊົ້າ ວັນທີ 14 ມັງກອນ 2022 ເປັນຕົ້ນ ຂ່າວສານບ້ານເມືອງ
ສະພາບດິນຟ້າອາກາດ 9 ກໍລະກົດ ຂ່າວສານບ້ານເມືອງ
ກຳລັງເປັນຂ່າວ! ຜູ້ກຳກັບໂຈ້ ເຈົ້າໜ້າທີ່ໄທຢ້ານຜູ້ກ່ຽວອາດໜີຂ້າມມາລາວ ຂ່າວສານບ້ານເມືອງ
ເຈົ້າແຂວງຫຼວງພະບາງຕິດຕາມກວດກາໂຄງການພັດທະນາ ແລະ ປັບປຸງເທດສະບານເມືອງພູຄູນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme