Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟຢູ່ແຂວງອຸດົມໄຊ

Posted on 26/07/202126/07/2021 By News No Comments on ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟຢູ່ແຂວງອຸດົມໄຊ

ທ້າຍອາທິດທີ່ຜ່ານມານີ້ ທ່ານ ວຽງສະຫວັດ ສີພັນດອນ ກຳມະການສູນກາງພັກ, ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ມາເຄື່ອນໄຫວ ຕິດຕາມ ແລະ ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟ ຢູ່ແຂວງອຸດົມໄຊ.

อาจเป็นรูปภาพของ 2 คน และกลางแจ้ง

ໂອກາດດັ່ງກ່າວ ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ໂດຍມີ ທ່ານ ສົມຈິດ ປັນຍາສັກ ຮອງເຈົ້າແຂວງອຸດົມໄຊ, ຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ພ້ອມດ້ວຍຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟຂັ້ນແຂວງຮ່ວມເດີນທາງນຳ ໄດ້ຂີ່ລົດໄຟທີ່ຮັບໃຊ້ຢູ່ພາຍໃນໂຄງການກໍ່ສ້າງ ຈາກນະຄອນຫຼວງພະບາງມາ ເມືອງງາ, ເມືອງໄຊ ແລະ ເມືອງນາໝໍ້ ເພື່ອເຄື່ອນໄຫວເບິ່ງການກໍ່ສ້າງເສັ້ນທາງ ແລະ ບັນດາສະຖານີລົດໄຟ ຢູ່ແຂວງອຸດົມໄຊ ໂດຍສະເພາະແມ່ນ ເບິ່ງຄວາມຄືບໜ້າ ແລະ ຄວາມພ້ອມຮອບດ້ານໃນການກະກຽມເປີດການນຳໃຊ້ ເຊິ່ງກຳນົດແມ່ນວັນທີ 2 ທັນວາປີ 2021 ທີ່ຈະມາເຖິງນີ້ ແລະ ໄດ້ໄປເບິ່ງໂຄງການກໍ່ສ້າງບ້ານຈັດສັນໃໝ່ ບ້ານນາຄົກ, ເມືອງງາ ແລະ ບ້ານນາໝໍ້ໃຕ້, ເມືອງນາໝໍ້ ເຊິ່ງເປັນທຶນຊ່ວຍເຫຼືອລ້າຈາກລັດຖະບານ ສປ ຈີນ.

อาจเป็นรูปภาพของ 2 คน, ผู้คนกำลังยืน, กลางแจ้ง และข้อความพูดว่า "云南建"

ທ່ານ ຄຳແສງ ອາລີ ຫົວໜ້າພະແນກໂຍທາທິການ ແລະ ຂົນສົ່ງ, ຮອງຫົວໜ້າຄະນະຊີ້ນຳໂຄງການກໍ່ສ້າງທາງລົດໄຟ ລາວ-ຈີນ ຂັ້ນແຂວງ ໃຫ້ສຳພາດວ່າ: ມາຮອດປັດຈຸບັນ ການຈັດຕັ້ງປະຕິບັດໂຄງການທັງໝົດແມ່ນດຳເນີນໄປຕາມແຜນ ສຳລັບວຽກກໍ່ສ້າງເສັ້ນທາງລົດໄຟແມ່ນຄືບໜ້າແລ້ວ 99%. ສ່ວນວຽກໄຟຟ້າ, ວຽກກໍ່ສ້າງສະຖານີ ແລະ ວຽກລະອຽດຈຳນວນໜຶ່ງແມ່ນພວມສຸມໃສ່ກໍ່ສ້າງ ເຊິ່ງຄາດວ່າທ້າຍປີນີ້ການກໍ່ສ້າງບັນດາໜ້າວຽກຂອງໂຄງການທັງໝົດຈະສຳເລັດ ແລະ ເປີດນຳໃຊ້ຢ່າງເປັນທາງການ.

อาจเป็นรูปภาพของ 7 คน, ผู้คนกำลังยืน และสถานที่ในร่ม

.

อาจเป็นรูปภาพของ 2 คน, ผู้คนกำลังยืน และกลางแจ้ง

ໂອກາດດັ່ງກ່າວ ລັດຖະມົນຕີ ກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ເນັ້ນໃຫ້ຄະນະຊີ້ນຳໂຄງການຈົ່ງໃຫ້ການໃກ້ຊິດຕິດແທດຊີ້ນຳ, ຕິດຕາມ, ຊຸກຍູ້ ບັນດາບໍລິສັດຜູ້ຮັບເໝົາກໍ່ສ້າງ ແນໃສ່ເຮັດໃຫ້ການກໍ່ສ້າງດຳເນີນໄປຢ່າງມີຄຸນະພາບ ແລະ ສຳເລັດຕາມແຜນທີ່ກຳນົດໄວ້.

อาจเป็นรูปภาพของ ทางรถไฟ

ກວດແກ້: ອ່ຽງຄຳ ວິລະສັກ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ
Next Post: ແຂວງຈຳປາສັກ ໄດ້ຮັບ ຊຸດຕຽງນອນ ແລະອຸປະກອນທາງການແພດ ຈາກອົງການປົກຄອງນະຄອນຫລວງວຽງຈັນ ແລະ ກະຊວງສາທາລະນະສຸກ

Related Posts

6 ເດືອນຕົ້ນປີ 2020 ດ່ານພາສີສາກົນ ນໍ້າເງິນ ເກັບລາຍຮັບໄດ້ 144 ຕື້ກວ່າກີບ ຂ່າວສານບ້ານເມືອງ
ກຸ່ມບໍລິສັດ ພົງຊັບທະວີ ມອບເຄື່ອງຊ່ວຍຫາຍໃຈຄົບຊຸດ 5 ເຄື່ອງ ມູນຄ່າ 1,4 ຕື້ກວ່າກີບ ໃຫ້ລັດຖະບານ ຂ່າວສານບ້ານເມືອງ
ຂ່າວໂຄວິດມື້ນີ້ຕິດເຊື້ອເພີ່ມ 400ຄົນ ຂ່າວສານບ້ານເມືອງ
ເຕືອນການສັນຈອນ! ທາງນໍ້າຖ້ວມ ເຂດບ້ານໂພນແຍງ ເມືອງຄູນ ຂ່າວສານບ້ານເມືອງ
ໄຟຟ້າລາວແຈ້ງ! ມາຍັງຜູ້ຊົມໃຊ້ໄຟຟ້າຊາບ ຈະໄດ້ມີການມອດໄຟເພື່ອປັບປຸງ ຂ່າວສານບ້ານເມືອງ
ທ່ານ ຮອງເລຂາພັກແຂວງ ມອບເຄື່ອງໃຫ້ຜູ້ປະສົບ ອັ ກ ຄີ ໄ ຟ 2 ລ້ານກີບ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme