Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ

Posted on 26/07/202126/07/2021 By News No Comments on ແຂວງຈຳປາສັກ ຫາລື ໂຄງການກໍ່ສ້າງ ຕົວເມືອງທັນສະໄໝ

ໃນວັນທີ 21 ກໍລະກົດ 2021 ທີ່ຫ້ອງວ່າການແຂວງຈຳປາສັກ ໄດ້ມີກອງປະຊຸມປຶກ ສາຫາລື ແລະ ນຳສະເໜີໂຄງການກໍ່ສ້າງ ແລະ ຜັນຂະຫຍາຍໂຄງການບໍລິຫານລັດແບບເອເລັກໂທຣນິກ ແລະ ສ້າງຕົວເມືອງທັນສະໄໝ SMART CITY ຢູ່ແຂວງຈຳປາສັກ. ໂດຍການໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວິໄລວົງ ບຸດດາຄຳ ເຈົ້າແຂວງຈຳປາສັກ, ມີ ທ່ານ ບົວລີ ເພັດສົງຄາມ ເຈົ້ານະ ຄອນປາກເຊ, ທ່ານ ວິໄລ ແກ້ວມະນີໄລ ຫົວໜ້າພະແນກ ເຕັກໂນໂລຊີ ແລະການສື່ສານ, ທ່ານ ຫງຽນ ວັ້ນ ກົງ ຜູ້ອໍານວຍບໍລິສັດສະຕາໂທລະຄົມ ຈໍາກັດ ສາຂາຈໍາປາສັກ (Unitel), ພ້ອມດ້ວຍ ພາກສ່ວນທີ່ກ່ຽວຂ້ອງ ເຂົ້າຮ່ວມ.

อาจเป็นรูปภาพของ 1 คน, กำลังนั่ง และสถานที่ในร่ม

ໃນກອງປະຊຸມ ພະແນກເຕັກໂນໂລຊີ ແລະ ການສື່ສານ ໄດ້ລາຍງານກ່ຽວກັບຄວາມຄືບໜ້າ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກໃນການກະກຽມຈັດຕັ້ງປະຕິບັດວຽກງານການຫັນເປັນທັນສະໄໝ, ລະບົບບໍລິ ຫານລັດ ແບບເອເລັກໂທຣນິກ ປັດຈຸບັນວຽກງານຄຸ້ມຄອງເອກະສານ; ແກ້ໄຂວຽກງານຜ່ານທາງເອ ກະສານ; ແລກປ່ຽນຂໍ້ມູນພາຍໃນໜ່ວຍງານ ແລະ ພາຍນອກ ຢູ່ໃນລາວ ເວົ້າລວມ ແລະ ແຂວງຈໍາປາສັກ ເວົ້າສະເພາະ ຍັງເຮັດຕາມວິທີການໃຊ້ແຮງງານຄົນແບບດັ້ງເດີມ, ບໍ່ເປັນເອກະພາບແຕ່ຂັ້ນແຂວງຫາຂັ້ນເມືອງ, ຂັ້ນບ້ານ, ເອກະສານ ແລະ ແຟ້ມຂໍ້ມູນ ສ່ວນຫລາຍໄດ້ຮັບການເກັບຮັກສາໃນຮູບແບບເຈ້ຍ ຊຶ່ງມີຄວາມຫຍຸ້ງຍາກໃນການຄຸ້ມຄອງ. ພ້ອມນີ້, ບໍລິສັດສະຕາໂທລະຄົມ ຈໍາກັດ ສາ ຂາຈໍາປາສັກ ໄດ້ນຳສະເໜີ ການຮ່ວມມືຈັດຕັ້ງຜັນຂະຫຍາຍລະບົບ, ການອອກແບບສ້າງລະບົບບໍລິ ຫານລັດແບບອີເລັກໂທຣນິກຢູ່ແຂວງຈຳປາສັກ, ໂດຍມີຈຸດປະສົງ, ລະດັບຄາດໝາຍໃນການປະຕິບັດ, ດ້ວຍຮູບແບບ, ພາລະບົດບາດທີ່ເໝາະສົມກັບຄວາມຕ້ອງການໃນປັດຈຸບັນ, ໂດຍມີເປົ້າໝາຍຂອງໂຄງ ການໃນໄລຍະຕົ້ນ ຄື: ຫ້ອງການອີເລັກໂທຣນິກ U-Office; ລະບົບຂໍ້ມູນຮັບໃຊ້ການປະຊຸມ ແລະ ແກ້ໄຂວຽກງານ; e-Cabinet; ປະຕູຂໍ້ມູນສະທ້ອນສະຖານທີ່ເກີດເຫດ; ການປິ່ນປົວພະຍາດທາງໄກ Telehealth.

อาจเป็นรูปภาพของ 2 คน, ผู้คนกำลังยืน, ผู้คนกำลังนั่ง และสถานที่ในร่ม

ໂອກາດນີ້, ທ່ານ ວິໄລວົງ ບຸດດາຄຳ ໄດ້ມີຄຳເຫັນໃຫ້ຄະນະຮັບຜິດຊອບກະກຽມການຫັນເປັນທັນສະໄໝ ຕ້ອງໄດ້ມີການປະສານງານກັບບັນດາພະແນກການ, ກົມກອງ ແລະ ພາກສ່ວນທີ່ກ່ຽວ ຂ້ອງ ທົ່ວແຂວງຈຳປາສັກ ກັບ ບໍລິສັດສະຕາໂທລະຄົມ ຈຳກັດ ໃນການຮ່ວມມື ສຶກສາໂຄງ ການ ດັ່ງກ່າວໃຫ້ເຂົ້າສູລວງເລິກ. ພ້ອມນີ້, ກໍມີຄຳເຫັນສະເໜີໃຫ້ ບໍລິສັດ ສະຕາໂທລະຄົມ ຈໍາກັດ ກໍ່ຄື ຄະນະຮັບຜິດຊອບຊີ້ນຳ, ຄະນະປະສານງານການຮ່ວມມືຮອບດ້ານ ໃນການຫັນເປັນດິຈິຕອນ ບໍລິຫານລັດແບບເອເລັກໂຕຣນິກ ແລະ ສ້າງຕົວເມືອງທັນສະໄໝ (Smart City) ໃຫ້ກຳນົດຈະແຈ້ງ ແລະ ຊັດເຈນ ໂດຍສະເພາະບັນດານະໂຍບາຍຂອງບໍລິສັດ ຕໍ່ກັບໂຄງການ ເພື່ອສ້າງນະຄອນປາກເຊ ໃຫ້ກາຍເປັນຕົວເມືອງທັນສະໄໝ Smart City ແລະ ຫັນແຂວງຈຳປາສັກ ໃຫ້ເປັນທັນສະໄໝ ດ້ວຍການບໍລິຫານລັດ ແບບເອເລັກໂຕຣນິກ.

ຂ່າວ-ຮູບ: ທັດຊະນະ

ກົດລິ້ງນີ້ເພື່ອສັ່ງອາຫານ ແລະ ຮັບສ່ວນຫຼຸດທັນທີ

ຂ່າວສານບ້ານເມືອງ

Post navigation

Previous Post: ການກໍ່ສ້າງເຮືອນຢູ່ຖາວອນໃຫ້ປະຊາຊົນທີ່ປະສົບໄພຈາກເຫດການສັນເຂື່ອນອ່າງເກັບນໍ້າສໍາຮອງເຂື່ອນໄຟຟ້າເຊປຽນ-ເຊນໍ້ານ້ອຍແຕກ ຈະໃຫ້ສໍາເລັດທ້າຍປີນີ້
Next Post: ທ່ານ ລັດຖະມົນຕີ ກະຊວງໂຍທາທິການ ແລະຂົນສົ່ງ ເຄື່ອນໄຫວຕິດຕາມ, ຊຸກຍູ້ ໂຄງການກໍ່ສ້າງທາງລົດໄຟຢູ່ແຂວງອຸດົມໄຊ

Related Posts

ທະຫານແຂວງຫຼວງນ້ຳທາ ກັກຕົວ ຜູ້ຄ້າຂາຍພ້ອມຂອງກາງ ຂ່າວສານບ້ານເມືອງ
ທ່ານຮອງເຈົ້າແຂວງຫຼວງພະບາງຕ້ອນຮັບຄະນະຊ່ຽວຊານຈາກສູນມໍລະດົກໂລກ ອົງການອີໂກໂມສ ຂ່າວສານບ້ານເມືອງ
ປາກກະດິງ ຕິດຕັ້ງ ແລະ ປັກປ້າຍ “ຫ້າມຖີ້ມຂີ້ເຫຍື້ອ” ຕາມຈຸດຕ່າງໆທີ່ມີຄວາມສ່ຽງ ຂ່າວສານບ້ານເມືອງ
ເສດຖະກິດຄອບຄົວ ໄດ້ຮັບການພັດທະນາດີຂຶ້ນ ຍ້ອນການປູກສາລີ ເປັນສິນຄ້າ ຂ່າວສານບ້ານເມືອງ
ເຈົ້າເມືອງອາດສະພອນ ລົງຊີ້ນຳການສ້າງຂະບວນການສ້ອມແປງຂົວຂ້ວາມຫ້ວຍພະນອມ ຂ່າວສານບ້ານເມືອງ
ປະຊາຊົນສາມັກຄີສ້າງເສັ້ນທາງພາຍໃນບ້ານພູທາດ ພັດທະນາດີຂຶ້ນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2023 All in LAOS.

Powered by PressBook Grid Blogs theme