Skip to content

All in LAOS

Travel more, Know more, Enjoy more

  • ເລື່ອງເດັ່ນ
  • ຂ່າວສານບ້ານເມືອງ
  • ສາລະໜ້າຮູ້
  • ທຸລະກິດ
  • Toggle search form

ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ຂອງລັດຖະບານຈີນ ອີກຄັ້ງໜຶ່ງ

Posted on 22/07/202122/07/2021 By News No Comments on ການກູ້ໄພນ້ຳຖ້ວມຢູ່ແຂວງເຫີນານ ໄດ້ສະແດງໃຫ້ເຫັນທັດສະນະທີ່ຖືປະຊາຊົນສຳຄັນກວ່າໝູ່ ຂອງລັດຖະບານຈີນ ອີກຄັ້ງໜຶ່ງ

ນັບແຕ່ວັນທີ 16 ກໍລະກົດ 2021 ນີ້ເປັນຕົ້ນມາ, ຍ້ອນ ໄດ້ຮັບຜົນກະທົບຈາກຝົນຕົກໜັກ ຢູ່ 89 ເມືອງ 560 ກວ່າຕາແສງ ຂອງແຂວງເຫີນານ ປະເທດຈີນ ທີ່ມີປະຊາຊົນທັງໝົດ 1.240.737 ຄົນໄດ້ປະສົບໄພນ້ຳຖ້ວມຢ່າງຮ້າຍແຮງ, ຈົນເຮັດໃຫ້ມີຜູ້ເສຍຊີວິດ 25 ຄົນ ແລະ 7 ຄົນຂາດການຕິດຕໍ່.

.

ທ່ານ ສີຈິ້ນຜິງ ປະທານປະເທດຈີນ ໄດ້ໃຫ້ທິດຊີ້ນຳວ່າ: ປັດຈຸບັນໄດ້ເຂົ້າສູ່ໄລຍະສຳຄັນໃນການຕ້ານ ແລະ ກູ້ໄພນ້ຳຖ້ວມ ຕ້ອງຖືເອົາການຮັບປະກັນຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນເປັນອັນດັບໜຶ່ງຢ່າງສະເໝີຕົ້ນສະເໝີປາຍ, ຈັດຕັ້ງທຸກກຳລັງເຂົ້າໃນການປ້ອງກັນ ແລະ ກູ້ໄພນ້ຳຖ້ວມຢ່າງວ່ອງໄວ, ຈັດສັນຍົກຍ້າຍປະຊາຊົນຜູ້ປະສົບໄພໄປໄວ້ສະຖານທີ່ປອດໄພ ຢ່າງເໝາະສົມ, ປ້ອງກັນໄພທຳມະຊາດທີ່ເກີດຂຶ້ນຕາມຫລັງຢ່າງເຄັ່ງຄັດ, ຫລຸດຄວາມເສຍຫາຍດ້ານຊີວິດ ແລະ ບາດເຈັບ ກໍຄືຜົນເສຍຫາຍດ້ານຊັບສິນໃຫ້ໜ້ອຍລົງເທົ່າທີ່ຈະໜ້ອຍໄດ້.

.

ປັດຈຸບັນ, ຢູ່ທົ່ວແຂງເຫີນານ ໄດ້ຊ່ວຍເຫລືອປະຊາຊົນ 16.325 ຄົນໃຫ້ສາມາດອອກຈາກບ່ອນອັນຕະລາຍໂດຍໄວ ແລະ ຈັດສັນຍົກຍ້າຍປະຊາຊົນຈຳນວນ 164.710 ຄົນໄປໄວ້ສະຖານທີ່ປອດໄພ. ກະຊວງການເງິນຈີນ ໄດ້ຈັດສັນງົບປະມານເພື່ອກູ້ໄພສຸກເສີນ 100 ລ້ານຢວນ ເພື່ອໃຊ້ໃນການກູ້ໄພສຸກເສີນ ແລະ ຊ່ວຍເຫລືອຜູ້ປະສົບໄພ ພ້ອມທັງຟື້ນຟູການຜະລິດກະສິກຳ ແລະ ສ້ອມແປງສິ່ງກໍ່ສ້າງ ຊົນລະປະທານທີ່ຖືກທຳລາຍຍ້ອນນ້ຳຖ້ວມ ແລະ ວຽກອື່ນໆ.

.

ໄພນ້ຳຖ້ວມທີ່ເກີດຂຶ້ນຢູ່ແຂວງເຫີນານ ໄດ້ເຮັດໃຫ້ປະຊາຊົນ ທົ່ວປະເທດຈີນ ມີຄວາມເປັນຫ່ວງເປັນໃຍກັນຫລາຍທີ່ສຸດ. ກອງດັບເພີງ ຂອງແຂວງຕ່າງໆໄດ້ເດີນທາງໄປໃຫ້ຄວາມຊ່ວຍເຫລືອ ແຂວງເຫີນານ ຢ່າງຮີບດ່ວນ, ວົງການຕ່າງໆໃນສັງຄົມໄດ້ໃຊ້ຮູບການຕ່າງໆ ເຊິ່ງລວມທັງການບໍລິຈາກເງິນ ແລະ ວັດຖຸຈຳເປັນ ແລະ ໃຫ້ກຳລັງໃຈປະຊາຊົນ ແຂວງເຫີນານ ຜ່ານສື່ສັງຄົມອອນລາຍ.

.

ສະພາກາແດງຈີນ ໄດ້ສົ່ງຕູບຜ້າເຕັນ, ຖົງເຄື່ອງຊ່ວຍເຫລືອກູ້ໄພ ສຳລັບຄອບຄົວ ເສື້ອກັນຝົນ ແລະ ອື່ນໆໃຫ້ແຂວງເຫີນານ ຢ່າງຮີບດ່ວນ, ວິສາຫະກິດ ແລະ ບຸກຄົນຈຳນວນຫລວງຫລາຍ ໄດ້ໃຫ້ການຊ່ວຍເຫລືອຢ່າງຮີບດ່ວນແກ່ ແຂວງເຫີນານ, ອົງການຈັດຕັ້ງທາງສັງຄົມໄດ້ເປີດຊ່ອງທາງດ່ວນ ສຳລັບການບໍລິຈາກຜ່ານເຄືອຂ່າຍອິນເຕີເນັດທົ່ວປະເທດຈີນ, ໄດ້ແຈກອາຫານ ແລະ ເຄື່ອງໃຊ້ປະຈຳວັນໂດຍບໍ່ເກັບຄ່າ ໃຫ້ປະຊາຊົນຜູ້ປະສົບໄພ.

.

ເມື່ອເຫັນສະພາບການຊ່ວຍເຫລືອຄືແນວນີ້, ເຮັດໃຫ້ຜູ້ຂຽນຫວນຄືນເຖິງໄພທຳມະຊາດອັນຮ້າຍແຮງທີ່ເກີດຂຶ້ນຢູ່ຈີນ ໃນເມື່ອກ່ອນເຊັ່ນ: ໄພນ້ຳຖ້ວນຄັ້ງຮ້າຍແຮງພິເສດເມື່ອປີ 1998, ແຜ່ນດິນໄຫວຄັ້ງຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງເວີ້ນຊ່ວນ ແຂວງເສສວນ ໃນປີ 2008, ແຜ່ນດິນໄຫວຮ້າຍແຮງທີ່ເກີດຂຶ້ນຢູ່ເມືອງອີ້ຊູ້ ແຂວງຊິ່ງໄຫ ແລະ ບັ້ນຕ້ານການແພ່ລະບາດຂອງພະຍາດໂ ຄ ວິ ດ ຢູ່ອູຮັ້ນ ແຂວງຫູເປີຍ ປະເທດຈີນ, ເຫດການທັງໝົດເຫລົ່ານີ້ ລ້ວນແຕ່ມີສະພາບການທີ່ຄ້າຍຄືກັນ ຄື ປະຊາຊົນທົ່ວປະເທດ ເປັນເຈົ້າການຊ່ວຍເຫລືອເຂດປະສົບໄພ, ລັດຖະບານສຸມທຸກກຳລັງ ເພື່ອປົກປ້ອງຄວາມປອດໄພດ້ານຊີວິດ ແລະ ຊັບສິນຂອງປະຊາຊົນ ຢ່າງສະເໝີຕົ້ນສະເໝີປາຍ, ເຊິ່ງບໍ່ພຽງແຕ່ສະແດງໃຫ້ເຫັນເຖິງ ຄວາມສາມັກຄີຂອງປະຊາຊົນເທົ່ານັ້ນ, ທັງກໍໄດ້ສ່ອງແສງໃຫ້ເຫັນເຖິງທັດສະນະທີ່ຖືເອົາປະຊາຊົນສຳຄັນກວ່າໝູ່ຂອງລັດຖະບານຈີນ.

ຂ່າວສານບ້ານເມືອງ

Post navigation

Previous Post: ຖະແຫຼງຂ່າວເຫດການດິນຍຸບທັບປະຊາຊົນທີ່ລັກລອບຂຸດຄົ້ນແຮ່ຄຳ ຢູ່ພູສູນ ບ້ານແລທອງ ເມືອງພູກູດ ແຂວງຊຽງຂວາງ
Next Post: ເຕືອນໄພ! ເຂື່ອນໄຟຟ້ານ້ຳອູ 1 ມີແຜນຈະລະບາຍນ້ຳ ໃນວັນທີ 23 ກໍລະກົດ 2021

Related Posts

8 ເມືອງຂອງແຂວງສະຫວັນນະເຂດ ໄດ້ຮັບຜົນກະທົບ ຫນັກຈາກສະພາບນໍ້າຖ້ວມ ຂ່າວສານບ້ານເມືອງ
ພຣະສົງຮຽນຮູ້ການຕ້ານພະຍາດໂຄວິດ-19 ຂ່າວສານບ້ານເມືອງ
ຕັດສິນປະຫານ ຊີວິດ 2 ຈຳເລີຍ ຄະດີຢາບ້າ 293.800 ເມັດ ຂ່າວສານບ້ານເມືອງ
ທ່ານພັນຄຳ ວິພາວັນ ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ- ອາເມລິກາ ສະໄໝພິເສດ ທີ່ ນະຄອນ ຫຼວງ ວໍຊິງຕັນ ດີຊີ ຂ່າວສານບ້ານເມືອງ
ໂຊກດີແທ້! 6 ໂຕເຕັມໆລວຍຂ້າມຄືນຊ່ວງ ໂ ຄ ວິ ດ ຂ່າວສານບ້ານເມືອງ
ແຈ້ງເຕືອນການສັນຈອນ ກວດຈັບຄວາມໄວເຂດທາງດ່ວນຜ່ານກ້ອງວົງຈອນ ຂ່າວສານບ້ານເມືອງ

Leave a Reply

Your email address will not be published. Required fields are marked *

Copyright © 2022 All in LAOS.

Powered by PressBook Grid Blogs theme